ປະເທດ ຕັງຊານີ

15/05/2025 11:21
Email Print 708
ຂປລ ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ

​      ປະ​ເທດ ຕັງ​ຊາ​ນີ(Tanzania) ຫລື​ ຊື່​ທາງ​ການ ສະຫະ​ສາທາລະນະ​ລັດ ຕັງ​ຊາ​ນີ(United Republic of Tanzania) ມີ​ນະຄອນຫລວງ​ຊື່ ​ໂດ​ໂດ​ມາ(Dodoma), ຕັງ​ຊາ​ນີ ​ເປັນ​ປະ​ເທດ​ໜຶ່ງ ​ຕັ້ງຢູ່​​ແຄມ​ຝັ່ງ ພາກຕາ​ເວັນ​ອອກ​ ຂອງອາ​ຟຣິກກາ, ມີ​ອານາ​ເຂດ ​ທາງ​ທິດ​ເໜືອ ​ຕິດ​ກັບ ​ເຄັນ​ຍາ ​ແລະ ອູ​ກັນດາ, ທາງ​ຕາ​ເວັນ​ຕົກ​ ຕິດ​ກັບ ຣູວັນ​ດາ, ບູຣຸນດີ ​ແລະ ກົງ​ໂກ, ທາງ​ທິດ​ໃຕ້​ ຕິດ​ກັບ ​ຊຳ​ບີ, ມາລາ​ວີ ​ແລະ ​ໂມ​ຊຳ​ບິ​ກ, ສ່ວນ​ທາງ​ຕາ​ເວັນ​ອອກ ​ຕິດ​ກັບ ມະຫາ​ສະໝຸດ ອິນ​ເດຍ. ກວມ​ເອົາ ​ເນື້ອ​ທ່ີ​ທັງ​ໝົດ 883.749 ກິ​ໂລ​ຕາ​ແມັດ, ປະຊາກອນ 66,62 ລ້ານຄົນ (​ໃນ​ປີ 2023), ​ໃຊ້​ພາສາ​ທາງ​ການ​ ອັງກິດ ​ແລະ ສ​ວາ​ຮີ​ລີ,  ປະຊາຊົນ​ສ່ວນ​ໃຫຍ່ ຖື​ ສາສະໜາ ຄຣີສ, ​ ອິສລາມ ​ແລະ ອື່ນໆ; ​ໃຊ້​ສະ​ກຸນ​ເງິນ ຊີ​ລລິງ​ຕັງ​ຊາ​ນີ (TZS). ສ່ວນວັນຊາດ ​ແມ່ນ​ວັນ​ທີ 9. 12. 1961.

ຕັງຊາ​ນີ ​ເປັນປະເທດ ທ່ີມີຖານ​ເສດຖະກິດດີ ຂ້ອນຂ້າງສູງ ​ເນື່ອງ​ຈາກ​ ການເມືອງມີສະຖຽນລະພາບ ແລະ ມີສັກກາຍະພາບ ທາງທຳມະຊາດຢ່າງຫລວງຫລາຍ ເຊັ່ນ: ​ແຮ່​ທາດ, ອັນຍາມະນີ, ​ແກັສທຳ​ມະ​ຊາດ ແລະ ອື່ນໆ. ນອກນີ້ລັດຖະບານ ຕັງຊານີ ຍັງມີນະໂຍບາຍ ສົ່ງເສີມການລົງທຶນ ໂດຍສະເພາະ ດ້ານການ ທ່ອງທ່ຽວ ແລະ ໄດ້ຕັ້ງສູນ ສົ່ງເສີມ ການລົງທຶນ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ ນັກລົງທຶນຕ່າງປະເທດ. ໂດຍລວມຍອດ ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ(GDP) 79,06  ຕື້​ໂດ​ລາ​ສະຫະລັດ(ໃນ​ປີ2023), ລາຍ​ໄດ້​ສະ​ເລ່ຍ ຕໍ່​ຫົວ​ຄົນ 1.224 ກວ່າ​ໂດ​ລາ​ສະຫະລັດຕໍ່​ປີ, ອັດຕາການ​ຂະຫຍາຍຕົວ ເສດຖະກິດ 5,1% ຕໍ່​ປີ; ການສົ່ງອອກສິນຄ້າ​ ລວມມີ ຄໍາ, ກາເຟ, ຜະລິດຕະພັນຝ້າຍ, ແຮ່ທາດ, ໝາກພ້າວ, ໝາກມ່ວງຫິ ມະພານ. ສ່ວນສິນຄ້າ ນຳເຂົ້າເປັນຕົ້ນ ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ, ​ເຄື່ອງ​ກົນຈັກ, ນໍ້າມັນປາມ ແລະ ອື່ນໆ. ປະ​ເທດ​ຄູ່​ຮ່ວມມືການ​ຄ້າ ​ທີ່​ສຳ​ຄັນຄື:  ອິນ​ເດຍ, ຈີນ, ອາ​ຟຣິກາ​ໃຕ້, ​ເຄັນ​ຍາ, ສະ ຫະ​ນະຄອນ ​ເອ​ເມ​ເຣັດອາຣັບ, ຍີ່ປຸ່ນ, ​ໂຮ​ນລັງ ​ແລະ ​ເຢຍລະ​ມັນ ຕາມ​ລຳດັບ.

ນອກ​ນີ້ ຍັງມີສະຖານທ່ີ ທ່ອງທ່ຽວສວຍງາມ ຫລາຍແຫ່ງ ເຊັ່ນ: ອຸ​ທະຍານ​ແຫ່ງ​ຊາດ ​ເຊ​ເຣງ​ເກ​ຕິ,  ​ເປັນ​ທົ່ງ​ຫຍ້າທີ່​ກວ້າງ​ໃຫຍ່ ​ໄພສານ​ ລະດັບ​ໂລກ; ​ໂງ​ໂຣ​ໂງ​ໂຣ່ ​ເປັນ​ພູ​ໄຟ​ມະຫັດສະຈັນ ອັນ​ດັບ 8 ຂອງ​ໂລກ ທີ່​ມີ​ຄວາມ​ຍາວ 19,2 ກິ​ໂລ​ແມັດ ​ມີຄວາມເລີກ​ເຖິງ 610 ​ແມັດ​; ຄິລິ​ມັນ​ຈາ​ໂຣ ​ເປັນ​ໜຶ່ງ​ໃນ 10 ຂອງ ​ຍອດພູ​ສູງ ​ທີ່​ສຸດ​ໃນ​ໂລກ ​ແລະ ສູງ​ສຸດ ​ໃນ​ທະວີບອາ​ຟຣິກາ​ ເຖິງ 5.896 ​ແມັດ ​ແລະ ອື່ນໆ.

ປະເທດຕັງຊານີ ແລະ ປະ​ເທດ ສປປລາວ ໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ຮ່ວມ​ກັບ ​ໃນ​ວັນ​ທີ 15.05. 1978 ເປັນ​ຕົ້ນ​ມາ. ຈາກ​ນັ້ນ ທັງ​ສອງ​ປະ​ເທດ ​​ໄດ້ພ້ອມ​ກັນເສີມ​ສ້າງ​ ສາຍ​ພົວ​ພັນ ແລະ ຮ່ວມ​ມື​ກັນ​ພັດທະນາ ໃຫ​້​ນັບ​ມື້​ ແໜ້ນ​ແຟ້ນ ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂື້ນ​ເລື້ອຍໆ./.

ໂດຍ: ດາ​ວັນ

 

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top