ຂປລ
ຂປລ. ກະຊວງປ້ອງກັນຄວາມສະຫງົບ ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ເພື່ອເປັນອະນຸສອນສະຖານ ຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ.

ຂປລ. ກະຊວງປ້ອງກັນຄວາມສະຫງົບ ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ເພື່ອເປັນອະນຸສອນ ສະຖານ ຈາລຶກຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ.
ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໂຮງຫລໍ່ປະຕິມະກໍາລ້ານຊ້າງ ເປັນຜູ້ຮັບເໝົາປັ້ນຫລໍ່ຮູບປັ້ນປະ ທານ ໄກສອນ ພົມວິຫານ, ເຊິ່ງມີຄວາມສູງ 7,5 ແມັດ, ຫລໍ່ດ້ວຍທອງ ແລະ ໃຊ້ວິຊາການທີ່ຈົບ ຈາກຂະແໜງວິຈິດສິນ ທີ່ມີພອນສະຫວັນ ທາງດ້ານສີໄມ້ລາຍມື ແລະ ຊ່າງທີ່ມີຄວາມສຳນິຊໍານານ ໃນການປັ້ນຫລໍ່, ເຊິ່ງຄາດວ່າ ທ້າຍເດືອນມິຖຸນາ 2023 ຈະສໍາເລັດການປັ້ນຫລໍ່ຮູບ ປັ້ນປະທານ ໄກສອນ ພົມວິຫານ ແລະ ຈະໄດ້ນໍາມາປະດິດສະຖານໄວ້ ຢູ່ຕໍ່ໜ້າວິທະຍາຄານ ການເມືອງ ປກສ.
ສຳລັບ ໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ ແມ່ນສ່ວນໜຶ່ງ ຂອງແຜນການຜັນຂະ ຫຍາຍສັນຍາຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ເປັນທຶນຊ່ວຍເຫລືອ ຈາກລັດຖະບານ ສສ ຫວຽດນາມ ດ້ວຍງົບປະມານ 250 ຕື້ດົງ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ, ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 6,5 ເຮັກຕາ ໂດຍສ້າງໃຫ້ເປັນວິທະຍາຄານ ກິນ-ນອນ, ອອກແບບອາຄານ ໃຫ້ສອດຄ່ອງກັບລະບົບການສຶກສາ ທີ່ປະກອບດ້ວຍສິ່ງອໍານວຍ ຄວາມສະດວກຕ່າງໆ ເປັນຕົ້ນ ສວນທາສາລະນະ, ສະໜາມກິລາ, ສະຖານທີ່ທໍາການຜະລິດ ເພື່ອເປັນບ່ອນຈັດກິດຈະກໍາ ຂອງນັກສຶກສານອກ ໂມງຮຽນ, ເປັນສະຖານ ທີ່ສໍາລັບການພັດທະນາ ຂອງນັກສຶກສາ ທາງດ້ານສະໝອງ ແລະ ສຸຂະພາບ, ຈະສາມາດຮອງຮັບນັກສຶກສາໄດ້ 1.200 ສະຫາຍ ແລະ ພະນັກງານ, ຄູ-ອາຈານ 150 ສະຫາຍ ໂດຍກຳນົດເວລາດຳເນີນ ການກໍ່ສ້າງປະມານ 1 ປີ ຈະໃຫ້ສຳເລັດ.
ຂ່າວ: ສຸກສະຫວັດ
ຂໍ້ມູນ: ປກສ ນວ
KPL