ຂປລ
ທ່ານ ຈອນ ລີ (John Lee), ຫົວໜ້າຄະນະ ຜູ້ບໍລິຫານ ເຂດບໍລິຫານ ພິເສດ ຮົງກົງ ຂອງ ສປ ຈີນ ປະ ກາດ ເປີດປະ ຕິບັດ ໂຄງການ “ສະບາຍດີ ຮົງກົງ” (Hello Hong Kong), ໂດຍກຽມ ປີ້ຍົນ ແບບບໍ່ເສຍຄ່າ ມາແຈກຢາຍ ໃຫ້ນັກ ທ່ອງທ່ຽວ ທົ່ວໂລກ ຈຳນວນ 500,000 ໃບ ເພື່ອດຶງດູດ ນັກທ່ອງທ່ຽວ, ນັກເດີນທາງ ເພື່ອທຸລະກິດ ແລະ ນັກລົງທຶນ ຈາກທົ່ວໂລກ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປ ຈີນ,ວັນທີ3 ກຸມພານີ້ ທ່ານ ຈອນ ລີ(John Lee), ຫົວໜ້າຄະນະ ຜູ້ບໍລິຫານ ເຂດບໍລິຫານ ພິເສດ ຮົງກົງ ຂອງ ສປ ຈີນປະ ກາດ ເປີດປະຕິບັດ ໂຄງການ“ສະບາຍດີ ຮົງກົງ” (Hello Hong Kong), ໂດຍກຽມ ປີ້ຍົນ ແບບບໍ່ເສຍຄ່າ ມາແຈກຢາຍ ໃຫ້ນັກທ່ອງທ່ຽວ ທົ່ວໂລກ ຈຳນວນ 500,000 ໃບ ເພື່ອດຶງດູດ ນັກທ່ອງທ່ຽວ, ນັກເດີນທາງ ເພື່ອທຸລະກິດ ແລະ ນັກລົງທຶນ ຈາກທົ່ວໂລກ. ນອກນີ້ ຍັງມີ ນະໂຍບາຍ ອີກຫລາຍຢ່າງ ທີ່ເອື້ອຍ ອຳນວຍ ການເດີນທາງມາ ຮົງກົງ ສະດວກ ສະບາຍ ຍິ່ງຂຶ້ນ.ຂະນະດຽວກັນ ເຈົ້າໜ້າທີ່ ທາງການ ຮົງກົງ ກຽມຈັດກິດຈະກຳ ຂະໜາດໃຫຍ່ ແລະ ງານວາງ ສະແດງ ສິນຄ້າ ຂະໜາດໃຫຍ່ ໃຫ້ຫລາຍຂຶ້ນ ເພື່ອກະຕຸ້ນ ອຸດສາຫະກຳ ລວມທັງ ການຈັດກອງປະຊຸມ ອົງການ ການທ່ອງທ່ຽວ,ຈັດກອງປະຊຸມ ສາກົນ ແລະ ງານວາງສະແດງ ສິນຄ້າ ໂດຍຊຸມຊົນ ທຸລະກິດ ແລະ ກຸ່ມວິຊາຊິບ ຈະສາມາດ ຕິດຕໍ່ກັບ ຫລາຍພື້ນທີ່ ທົ່ວໂລກ ແລະ ກິດຈະກຳ ອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL