ຂປລ
ສະຫະພັນເຂົ້າແຫ່ງມຽນມາ ລາຍງານວ່າ: ປະລິມານການສົ່ງອອກເຂົ້າ ແລະ ເຂົ້າຫັກ ໃນໄລຍະ7 ເດືອນທຳອິດຂອງ ສົົົກປີງົບປະມານ 2026-2027 ໄດ້ເລີ່ມຕົ້ນໃນເດືອນເມສາ ລວມມີປະມານ 1,11 ລ້ານໂຕນ
ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ,ເມື່ອບໍ່ດົນມານີ້, ສະຫະພັນເຂົ້າແຫ່ງມຽນມາ ລາຍງານວ່າ: ປະລິມານການສົ່ງອອກເຂົ້າ ແລະ ເຂົ້າຫັກ ໃນໄລຍະ7 ເດືອນທຳອິດຂອງ ສົົົກປີງົບປະມານ 2026-2027 ໄດ້ເລີ່ມຕົ້ນໃນເດືອນເມສາ ລວມມີປະມານ 1,11 ລ້ານໂຕນ, ໂດຍມີລາຍໄດ້ຈາກການສົ່ງອອກເຂົ້າປະມານ 388 ລ້ານໂດລາສະຫະລັດ, ຫລຸດລົງ ເມື່ອທຽບໃສ່ ໃນໄລຍະດຽວກັນຂອງປີຜ່ານມາ. ນອກຈາກນັ້ນ, ປະເທດ ມຽນມາຍັງສົ່ງອອກໄປຍັງ41 ປະເທດ ແລະ ເຂດແຄວ້ນ ໂດຍສະເພາະ ລິບປິນ, ຈີນ ແລະ ແບນຊິກ ແລະ ອື່ນໆ./
KPL