ຂປລ
ສຳນັກງານສະຖິຕິ ຂອງມາເລເຊຍ ເປີດເຜີຍວ່າ: ລາຍໄດ້ພາກບໍລິການຂອງ ມາເລເຊຍ ໃນເດືອນກໍລະກົດ-ກັນຍາ ປີ 2026 ລວມມີ7,325 ແສນລ້ານຣິງກິດ
ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິ ຂອງມາເລເຊຍ ເປີດເຜີຍວ່າ: ລາຍໄດ້ພາກບໍລິການຂອງ ມາເລເຊຍ ໃນເດືອນກໍລະກົດ-ກັນຍາ ປີ 2026 ລວມມີ7,325 ແສນລ້ານຣິງກິດ, ເພີ່ມຂຶ້ນ 11%ເມື່ອທຽບໃສ່ປີຕໍ່ປີ, ໂດຍໄດ້ຮັບແຮງໜູນ ຈາກການຂະຫຍາຍຕົວ ຂອງກິດຈະກຳທາງດ້ານ ເສດຖະກິດໃນທຸກກຸ່ມທຸລະກິດບໍລິການ.
ສຳນັກງານສະຖິຕິລະບຸວ່າ ກຸ່ມທຸລະກິດການຄ້າສົ່ງ ແລະ ຂາຍຍ່ອຍ, ບໍລິການອາຫານ ແລະ ເຄື່ອງດື່ມ, ລວມ ລວມມີ ທີ່ພັກ ໃນການເຕີບໂຕສູງສຸດໃນບັນດາ 4 ພາກສ່ວນ ໂດຍມີລາຍໄດ້ເພີ່ມຂຶ້ນ 11,6%ຈາກແຮງຊຸກຍູ້ ການໃຊ້ຈ່າຍຂອງພາກຄົວເຮືອນ ແລະ ກິດຈະກຳທີ່ກ່ຽວຂ້ອງກ່ຽວກັບ ການທ່ອງທ່ຽວ.
ໃນຂະນະທີ່ລາຍໄດ້ຈາກກຸ່ມສື່ສານ ແລະ ການສື່ສານ, ລວມທັງການຂົນສົ່ງ ແລະ ຄັງສິນຄ້າ ເພີ່ມຂຶ້ນ 9,7%ເຊິ່ງໄດ້ຮັບແຮງ ຊຸກຍູ້ຈາກ ການຂະຫຍາຍຕົວຂອງສູນຂໍ້ມູນ ແລະ ບໍລິການ ໂດຍຄາດວ່າ; ສ່ວນກຸ່ມທຸລະກິດບໍລິການສຸຂະພາບ ແລະ ການສຶກສາພາກເອກະຊົນ, ສິລະປະ, ຄວາມບັນເທີງ ແລະ ນັນທະນາການ, ລວມທັງບໍລິການສ່ວນບຸກຄົນ ແລະ ບໍລິການອື່ນໆ ມີລາຍໄດ້ເພີ່ມຂຶ້ນ8,9%./
KPL