ຂປລ
ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງມານິລາ ປະເທດຟິລິປິນ

ຂປລ.ສຳນັກຂ່າວອິນໂຟເຄວສ: ວັນທີ 15 ພະຈິກ, ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງມານິລາ ປະເທດຟິລິປິນ, ໂດຍມີ ຜູ້ນໍາບັນດາປະເທດ ສະມາຊິກ ເພື່ອຈະປຶກສາຫາລື ກ່ຽວກັບບັນຫາສຳຄັນ ບໍ່ວ່າຈະເປັນຄວາມໝັ້ນຄົງ ດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມື ທາງດ້ານເສດຖະກິດ.
ໃນພິທີໄຂກອງປະຊຸມຄັ້ງນີ້ ໄດ້ເປີດຕົວສັນຍາລັກ ອາຊຽນ ທີ່ໄດ້ຮັບການປັບປຸງໃໝ່ ຫລັງຈາກຕີມໍແລັດສະເຕ ເຂົ້າເປັນສະມາຊິກ ຂອງອົງການຈັດຕັ້ງ ລະດັບພາກພື້ນ ຢ່າງເປັນ ທາງການ.

ຂະນະດຽວກັນ, ປະທານາທິບໍດີ ເຟີດິນານ ມາກອສ ຈູເນຍ (Ferdinand Marcos Jr.) ຂອງ ຟິລິປິນ ໃນຖານະປະທານອາຊຽນ ປີ 2026 ໄດ້ມອບສັນຍາຕົກລົງ ຂອບເສດຖະກິດ ດີຈີຕອນອາຊຽນ (DEFA) ໃຫ້ແກ່ ເກົາ ກິມ ຮວນ (Kao Kim Hourn) ເລຂາທິການອາຊຽນ ຫລັງຈາກລັດຖະມົນຕີ ຈາກບັນດາປະເທດ ສະມາຊິກໄດ້ລົງນາມໃນສັນຍາຕົກລົງດັ່ງກ່າວເມື່ອວັນທີ 14 ພະຈິກ.
ສຳນັກເລຂາທິການ ອາຊຽນລະບຸວ່າ DEFA ຖືເປັນບາດກ້າວສຳຄັນ ຂອງການພັດທະນາ ເສດຖະກິດ ດີຈີຕອນໃນພາກພື້ນ ໂດຍມີເປົ້າໝາຍ ເພື່ອສ້າງລະບົບ ເສດຖະກິດ ດີຈີຕອນທີ່ເປີດກວ້າງ, ຄວາມປອດໄພ, ເຊື່ອມໂຍງເຂົ້າກັນໄດ້, ສາມາດແຂ່ງຂັນໄດ້ ແລະ ທຸກພາກສ່ວນສາມາດ ເຂົ້າເຖິງໄດ້ ຊຶ່ງຄາດວ່າ ຈະມີຜົນບັງຄັບໃຊ້ ໃນຕົ້ນປີ 2027.

ກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 15-17 ພະຈິກນີ້.ໂດຍ ທ່ານ ເຟີດິນານ ມາກອສ ຈູເນຍ ກ່າວວ່າ: ອາຊຽນຄວນຮ່ວມມື ກັບນາໆປະເທດ ເພື່ອກຳນົດແນວທາງຮັບມືກັບຄວາມທ້າທາຍ ລະດັບໂລກ ຢ່າງເປັນເອກະພາບ ແລະ ເປັນລະບົບ.ນອກຈາກນັ້ນ ທ່ານມາກ ຄານີ (Mark Carney) ນາຍົກລັດຖະມົນຕີ ການາດາ ແລະ ທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິລວາ (Luiz Inácio Lula da Silva) ປະທານາທິບໍດີ ບຣາຊິນ ຍັງໄດ້ເຂົ້າຮ່ວມ ໃນພິທີໄຂໃນຖານະ ແຂກຂອງປະທານ ອາຊຽນ./

KPL