ຊົມເຊີຍ 74 ປີ ແຫ່ງການກໍາເນີດເຕີບໃຫຍ່ຂອງກອງທັບປະຊາຊົນລາວ

23/01/2023 16:24
Email Print 904
ຂປລ ຕະຫລອດໄລຍະແຫ່ງພາລະກິດປະຕິວັດຊາດ ບໍ່ວ່າຈະໃນໄລຍະການຕໍ່ສູ້ ປົດປ່ອຍປະເທດຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກອງທັບປະຊາຊົນລາວ ແມ່ນກຳລັງປະກອບອາວຸດ ທີ່ແຫລມຄົມຂອງພັກ ແລະ ພາຍໃຕ້ການຊີ້ນຳ ນຳພາໂດຍກົງຮອບດ້ານ ຂອງພັກ ປະຊາຊາຊົນ ປະຕິວັດລາວ, ນັບແຕ່ມື້ກຳເນີດກອງທັບ ໄດ້ຮັບການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ ໂດຍຜ່ານບົດທົດສອບ ແຫ່ງແປວໄພສົງຄາມ ປົດປ່ອຍຊາດ ທີ່ລະອິດລະອ້ຽວ ຂ້ຽວຂາດທີ່ສຸດ ຍິ່ງຕໍ່ສູ້ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ມີໄຊ.


ຕະຫລອດໄລຍະແຫ່ງພາລະກິດປະຕິວັດຊາດ ບໍ່ວ່າຈະໃນໄລຍະການຕໍ່ສູ້ ປົດປ່ອຍປະເທດຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກອງທັບປະຊາຊົນລາວ ແມ່ນກຳລັງປະກອບອາວຸດ ທີ່ແຫລມຄົມຂອງພັກ ແລະ ພາຍໃຕ້ການຊີ້ນຳ ນຳພາໂດຍກົງຮອບດ້ານ ຂອງພັກ ປະຊາຊາຊົນ ປະຕິວັດລາວ, ນັບແຕ່ມື້ກຳເນີດກອງທັບ ໄດ້ຮັບການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ ໂດຍຜ່ານບົດທົດສອບ ແຫ່ງແປວໄພສົງຄາມ ປົດປ່ອຍຊາດ ທີ່ລະອິດລະອ້ຽວ ຂ້ຽວຂາດທີ່ສຸດ ຍິ່ງຕໍ່ສູ້ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ມີໄຊ.

ນັບແຕ່ທ້າຍສະວັດທີ 19 ເປັນຕົ້ນມາ, ພວກລ່າເມືອງຝຣັ່ງໄດ້ເຂົ້າມາຮຸກຮານອິນດູຈີນ ໂດຍສືບຕໍ່ດຳເນີນ ການຕໍ່ສູ້ປົດປ່ອຍປະເທດຊາດ ໂດຍພາຍຫລັງການສ້າງຕັ້ງ ພັກກອມນິດອິນດູຈີນ, ຄະນະລັດຖະບານລາວ ຕໍ່ຕ້ານໄດ້ເລີ່ມສ້າງຕັ້ງ ກຳລັງປະກອບອາວຸດ ຢູ່ແຕ່ລະບ່ອນໃນທົ່ວປະເທດ ເພື່ອຕໍ່ ສູ້ເປັນຕົ້ນກອງປາໄຈ, ກອງໄຊຈັກກະພັດ ແລະ ອື່ນໆ. ຮອດວັນທີ 20 ມັງກອນ 1949 ປະຕິບັດຕາມຄຳສັ່ງ ຂອງສູນກາງພັກກອມມູນິດອິນດູຈີນ ຢູ່ໃນກອງປະຊຸມໃຫຍ່ ຂອງປະຊາຊົນລາວ ບັນດາເຜົ່າ, ກອງປະຊຸມ ໄດ້ຈັດຕັ້ງຂຶ້ນຢູ່ເຂດທີ່ໝັ້ນ ຕໍ່ຕ້ານຖ້ຳແມ-ຜາລອງເຂດລາວຮຸ່ງພຽງສາ ເຊິ່ງເອີ້ນ ວ່າ: ລຸ້ງລັບຂຶ້ນກັບ ເມືອງຊຽງຄໍ້ ແຂວງຫົວພັນ, ປະທານໄກ ສອນ ພົມວິຫານ ປະກາດສ້າງຕັ້ງກອງລາດສະວົງ ຂຶ້ນຢ່າງເປັນທາງການ ໂດຍທ່ານເປັນຜູ້ບັນຊາການສູງສຸດ ຊຶ່ງເບື້ອງຕົ້ນມີພຽງ 25 ສະຫາຍທີ່ປະກອບ ມີພະນັກງານນັກຮົບຜູ້ດີເດັ່ນ ມາຈາກບັນດາໜ່ວຍ ກອງຫລອນ, ກອງໂຄສະນາ ປະກອບອາວຸດ. ການກຳເນີດຂຶ້ນ ຂອງກອງລາດສະວົງ ຫລື ກອງທັບລາວ ອິດສະລະ ກາຍເປັນຂີດໝາຍປະຫວັດສາດ ໃນການເຕົ້າໂຮມ, ປັບປຸງບັນດາກຳລັງ ຕໍ່ຕ້ານປະກອບອາວຸດ ຂອງປະຊາຊົນຢູ່ພາກຕ່າງໆ ຂອງປະເທດໃຫ້ເປັນເອກະພາບ. ໂດຍສືບຕໍ່ພາລະກິດ ແຫ່ງການຕໍ່ສູ້ປົດປ່ອຍຊາດ ເພື່ອຍາດເອົາກະລາດ ແລະ ສິດເສລີພາບຂອງຊາດ ທີ່ແສນຮັກຂອງພວກເຮົາ. ກອງທັບລາວອິດສະລະ ກໍຄືກອງທັບປົດປ່ອຍປະຊາຊົນລາວ ໃນໄລຍະຕໍ່ມາໄດ້ ສືບຕໍ່ກໍ່ສ້າງຕົນເອງ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສຶກສາອົບຮົມບົ່ມສອນ ຊຶ່ງກາຍເປັນພາຫະນະ ທີ່ແຫລມຄົມຂອງ ພັກ ໃນການຕໍ່ສູ້ປົດປ່ອຍເຂດທີ່ໝັ້ນ, ຕັ້ງໜ້າປຸກລະດົມ ຂົນຂວາຍມະຫາຊົນ ໃນທົ່ວປະເທດເຂົ້າຮ່ວມ ການປະຕິວັດຊາດ. ຕະຫລອດໄລຍະຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ກອງທັບໄດ້ກາຍເປັນກຳລັງ ປະຈັນບານໃນທຸກສະໜາມຮົບ, ທັບມ້າງເລ່ຫລ່ຽມກົນ ອຸບາຍທິດສະ ດີສົງຄາມ, ດຳເນີນການຕໍ່ສູ້ຕ້ານສົງຄາມພິເສດ ແລະ ສົງຄາມເພີ່ມທະວີ ຂອງຈັກກະພັດອາເມລິກາ ແລະ ລູກແຫລ້ງຕີນມື ຂອງພວກເຂົາ ສາມາດຍາດເອົາໄຊຊະນະ ໃນຫລາຍບັ້ນຮົບ ເປັນຕົ້ນບັ້ນຮົບນໍ້າບາກ ໃນເດືອນມັງກອນປີ 1968, ບັ້ນຮົບທົ່ງໄຫຫີນ, ບັ້ນຮົບເມືອງສຸຍປີ 1969, ບັ້ນຮົບກູ້ ກຽດ, ບັ້ນຮົບທະນົງກຽດ, ບັ້ນຮົບພູກູດ, ບັ້ນຮົບສາມສອນ, ບັ້ນຮົບສອນໄຊ, ບັ້ນ ຮົບລາມເຊິນ 719 ແລະ ອື່ນໆ. ໄຊຊະນະຢ່າງລຽນຕິດ ຂອງບັ້ນຮົບເຫລົ່ານີ້ ໄດ້ສ້າງເງື່ອນໄຂໃຫ້ແກ່ການຢຶດອຳນາດ ໃນວັນທີ 23 ສິງຫາ ປີ 1975 ແລະ ສາມາດປົດປົດປະເທດຊາດ ໄດ້ຢ່າງສົມບູນໃນວັນທີ 2 ທັນວາ ປີ 1975.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍສົມບູນ, ກອງທັບໄດ້ກາຍເປັນກຳລັງຫລັກແຫລ່ງໃນການປົກ ປັກຮັກສາໝາກຜົນ ຂອງການປະຕິວັດ, ສືບຕໍ່ປະຕິບັດແນວທາງ ປ້ອງກັນ-ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານຂອງພັກ, ກຽມພ້ອມສູ້ຮົບ, ຕັ້ງໜ້າລົງກໍ່ສ້າງ ຮາກຖານການເມືອງ ຢູ່ເຂດຫ່າງໄກສອກລີກ,ໄດ້ນຳພາປະຊາຊົນລາວ ບັນດາເຜົ່າເຂົ້າຮ່ວມ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂຄສະນາແນວທາງ ນະໂຍບາຍຂອງພັກ-ລັດ, ໄດ້ຊ່ວຍເຫລືອປະຊາຊົນ ກອບກູ້ໄພພິບັດທີ່ເກີດຂຶ້ນ ຈາກຜົນກະທົບຂອງໄພທຳມະຊາດ, ໄດ້ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ ຢຸດຢັ້ງທັງກຳລັງຫລວງ, ກຳລັງທ້ອງຖິ່ນ. ທັງໝົດນີ້ ກາຍເປັນເງື່ອນໄຂ ສຳຄັນປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງສາພັດທະນາ ປະເທດຊາດ ຮັບປະກັນສະຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ, ປົກປັກຮັກສາ ລະບອບປະຊາທິ ປະໄຕປະຊາຊົນ ແລະ ວັດທະນະທຳອັນດີງາມຂອງຊາດ.

ໂດຍສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດໃນໄລຍະໃໝ່ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ທິດນຳສ້າງກອງ ທັບປະຊາຊົນລາວ ໃຫ້ເປັນກອງທັບປະຕິວັດ ມີແບບແຜນ ທັນສະໄໝນັ້ນ, ພວກເຮົາເຫັນໄດ້ ເຖິງການເຕີບໃຫຍ່ທາງຈຳນນພົນ ແລະ ພາຫະນະເຕັກ ນິກ ເປັນຕົ້ນ ກຳລັງເຫລົ່າຮົບໃໝ່ໆ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແທດເໝາະກັບ ສະພາບຄວາມເປັນຈິງ, ກຳລັງຫລວງ, ກຳລັງທ້ອງຖິ່ນ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງທັງປະລິມານ ແລະ ຄຸນນະພາບ, ອາວຸດພາຫະນະເຕັກນິກ ໄດ້ຮັບການປະກອບ ຕາມຄວາມເໝາະກັບການ ຕ້ອງການ ໃນໄລຍະໃໝ່ໂດຍພື້ນຖານ ປະກອບດ້ວຍອາວຸດ ທີ່ທັນສະໄໝ ສາມາດທຽບທັນພາກພື້ນ ແລະ ສາກົນ, ກອງທັັບນັບມື້ມີບົດບາດ ໃນເວທີພາກພື້ນ ແລະ ສາກົນ.

ຜ່ານໄລຍະແຫ່ງການຕໍ່ສູ້ທີ່ພິລະອາດຫານ ແລະ ບໍ່ຍອມຈຳນົນຕ້ານສັດຕູຜູ້ຮຸກຮານ ທີ່ຫຍຸ້ງຍາກລຳບາກ ຍືດເຍື້ອຍາວນານເຕັມໄປດ້ວຍ ບົດທົດສອບນາໆປະການ ແລະ ການເສຍສະລະອັນສູງສົ່ງ, ກອງທັບໄດ້ສ້າງຜົນງານ ຢ່າງສະຫງ່າງາມ ກໍຄືໃນພາລະກິດການ ຕໍ່ສູ້ປົດປ່ອຍປະເທດຊາດ ໄດ້ ຢ່າງສົມບູນ ແລະ ໃນໄລຍະແຫ່ງການສ້າງສາພັດທະນາ ປະເທດຊາດສາມາດຮັບປະກັນ ໃຫ້ປະເທດຊາດມີຄວາມໝັ້ນຄົງ ດ້ານການເມືອງ ສັງຄົມມີຄວາມສະຫງົບ ໂດຍພື້ນຖານ. ຜົນງານ, ໄຊຊະນະອັນໃຫຍ່ຫລວງ ທີ່ຍາດມາໄດ້, ກອງທັບປະຊາຊົນລາວ ປະເທດຊາດ ໄດ້ຮັບການຍ້ອງຍໍ ແລະ ນາມມະຍົດຕ່າງໆ ເປັນຕົ້ນ ໄດ້ຫລຽນຄຳແຫ່ງຊາດ 5 ໜ່ວຍ, ຫລຽນໄຊອິດສະລະຊັ້ນ 1, 2 ແລະ 3, ຫລຽນໄຊແຮງງານ ຊັ້ນ 1, 2 ແລະ 3, ຫລຽນໄຊພິລະອາດຫານ ຊັ້ນ 1, 2 ແລະ 3, ຫລຽນກາ ແລະ ໃບຍ້ອງຍໍປະເພດຕ່າງໆ, ຫລາຍສະຫາຍ ໄດ້ຮັບນາມະຍົດ ວິລະຊົນແຫ່ງຊາດ, ນັກຮົບ ແຂ່ງຂັນ ແລະ ບາງສະຫາຍກາຍເປັນການນຳສູງສຸດຂອງຊາດ,

  ຕະລອດໄລຍະ 74 ປີຜ່ານມາ, ກອງທັບໄດ້ເຮັດສຳເລັດໜ້າທີ່ການເມືອງຢ່າງຈົບງາມ, ໄດ້ກາຍເປັນກຳລັງຫລັກແຫລ່ງ ທີ່ມີຄວາມຈົງຮັກພັກດີ ໃນການປົກປັກຮັກສາສິດອຳນາດ ອະທິປະໄຕຂອງປະເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ ແລະ ນັບມື້ ໄດ້ຮັບການກໍ່ສ້າງ ພັດທະະນາຕົນເອງ ໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງທັງ ປະລິມານ ແລະ ຄຸນນະພາບ, ຕັ້ງໜ້າປະກອບສ່ວນ ສ້າງສາພັດທະນາປະເທດຊາດ, ເຮັດທຸກສຳເລັດໜ້າ ອັນມີກຽດສະຫງ່າທີ່ພັກລັດ ແລະ ປະຊາຊົນລາວບັນດາເຜົ່າ ມອບໝາຍໃຫ້, ສົມກັບນາມມະຍົດທີ່ເປັນກອງ ທັບວິລະຊົນຂອງຊາດລາວວິລະຊົນ.

ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74ຢ່າງສຸດໃຈ!



KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top