ສສຊ ເຂດ 9 ເອົາໃຈໃສ່ຕິດຕາມກວດກາ ແກ້ໄຂຄວາມທຸກຍາກ ແລະ ບັນຫາຂອງປະຊາຊົນ

20/10/2026 12:22
ຂປລ ຂປລ. ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງ 9 ແຂວງຊຽງຂວາງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ຜ່ານການຕິດຕາມ ກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງຕິດຕາມຊຸກຍູ້ ການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ແລະ ບັນຫາຄວາມທຸກຍາກຂອງປະຊາຊົນ.

            

ຂປລ. ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງ 9 ແຂວງຊຽງຂວາງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ຜ່ານການຕິດຕາມ ກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງຕິດຕາມຊຸກຍູ້ ການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ແລະ ບັນຫາຄວາມທຸກຍາກຂອງປະຊາຊົນ.

ທ່ານ ພູວົງ ອຸ່ນຄໍາແສນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 9  ແຂວງຊຽງຂວາງ ໃຫ້ການສໍາພາດ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໄດ້ປະຕິບັດຕາມມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືມະຕິກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຈໍານວນ 7 ຄັ້ງ ເປັນຕົ້ນແມ່ນລົງຕິດຕາມກວດກາ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ; ສົບທົບກັບຄະນະທີມງານສະພາແຫ່ງຊາດ ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການຂຸດຄົ້ນແຮ່ທາດ, ໂຄງການພັດທະນາກະສີກໍາ ແລະ ລົງຕິດຕາມກວດກາ ວຽກງານ ປກຊ-ປກສ ແລະ ລົງຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຂົງເຂດ ຄະນະກໍາມະການວັດທະນາທໍາ-ສັງຄົມ ແລະ ຊົນເຜົ່າ.

ຄຽງຄູ່ກັບດ້ານພົ້ນເດັ່ນຂ້າງເທິງນັ້ນ, ພາຍໃນແຂວງຍັງມີບາງບັນຫາທີ່ເຄັ່ງຮ້ອນຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເປັນຕົ້ນ ການຄຸ້ມຄອງໂຄງການ ສໍາຫລວດ ແລະ ຂຸດຄົ້ນແຮ່ທາດບາງແຫ່ງຍັງບໍ່ທັນເປັນໄປຕາມສັນຍາ ແລະ ລະບຽບການ, ມີກະທົບຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງປະຊາຊົນ, ລວມທັງການລັກລອບຂຸດຄົ້ນແຮ່ຄໍາຊະຊາຍຢູ່ບາງຈຸດ; ບາງຂົງເຂດຍັງມີການບຸກລຸກຈັບຈອງທີ່ດິນຊະຊາຍ ຊຶ່ງສົ່ງກະທົບຕໍ່ໂຄງການພັດທະນາຈໍານວນໜຶ່ງ. ຂະນະດຽວກັນ,​ການຊຸກຍູ້ສົ່ງເສີມການຜະລິດຍັງບໍ່ທັນແຂງແຮງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ຕ້ອງໄດ້ເພີ່ມທະວີຄວມມເຂັ້ມງວດ, ການໂຄສະນາເຜີຍແຜ່ນິຕິກຳກ່ຽວຂ້ອງຍັງບໍ່ທັນທົ່ວເຖິງ ແລະ ການບັງຄັບໃຊ້ກົດໝາຍຕໍ່ຜູ້ກະທຳຜິດຍັງບໍ່ທັນເຂັ້ມງວດເດັດຂາດ, ສົ່ງຜົນໃຫ້ບາງຂົງເຂດການສຶກສາຍັງພົບບັນຫານັກຮຽນຈໍານວນໜຶ່ງລັກເສບຢາເສບຕິດ ແລະ ຜູ້ປົກຄອງບາງຄົນ ຍັງປົກປິດເຊື່ອງອຳການກະທໍາຜິດຂອງລູກຫລານ ເຮັດໃຫ້ການແກ້ໄຂບັນຫາບໍ່ທັນເຂັ້ມງວດຕາມລະບຽບການ.

ສຳລັບຄໍາຄິດເຫັນ ແລະ ຂໍ້ສະເໜີຂອງປະຊາຊົນ ທີ່ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ທ່ານ ພູວົງ ອຸ່ນຄຳແສນ ໃຫ້ຮູ້ວ່າ: ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ຈະສືບຕໍ່ລົງຕິດຕາມກວດກາ ແລະ ຊຸກຍູ້ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ເຫັນບັນຫາ ແລະ ປະຊາຊົນຂັດຂ້ອງໝອງໃຈ ເປັນຕົ້ນແມ່ນການຄຸ້ມຄອງລາຄາສິນຄ້າ, ເສັ້ນທາງເປ່ເພ, ຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດ ຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ແລະ ຜົນກະທົບຈາກໄພພິບັດ ແລະ ອື່ນໆ.

ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໂດຍສະເພະປະຊາຊົນພາຍໃນແຂວງຊຽງຂວາງ

 ສືບຕໍ່ໃຫ້ການສະໜັບສະໜູນ, ເປັນເຈົ້າການປະກອບສ່ວນເຂົ້າຮ່ວມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍຄື ການຕິດຕາມກວດກາຕາມພາລະບົດບາດ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍວາງໄວ້. ຂະນະດຽວກັນ,​ທ່ານຍັງສະເໜີມາຍັງອົງການປົກຄອງແຂວງ, ເມືອງ ແລະ ບັນດາພະແນກການ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມເອົາໃຈໃສ່, ເປັນເຈົ້າການຄົ້ນຄວ້າ, ຊອກມາດຕະການ, ວິທີການ ແລະ ການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ໃຫ້ສໍາເລັດຜົນຕາມຄາດໝາຍວາງໄວ້, ແນໃສ່ຍົກສູງຄຸນນະພາບຊີວິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top