ຂປລ
ທາມກາງຄວາມຂັດແຍ່ງ ດ້ານການຄ້າທີ່ຮ້າຍແຮງຂຶ້ນ ແລະ ການຂັດຂວາງລະບົບຕ່ອງໂສ້ ການສະໜອງທົ່ວໂລກ, ກອງປະຊຸມປະຈຳປີ ຂອງເວທີ ປຶກສາ ຫາລື ຈີ່ນຢົງເຈ່ຍ(ຖະໜົນການເງິນ)ປີ 2026 ໄດ້ຈັດຂຶ້ນຕາມເວລາກຳນົດໄວ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທາມກາງຄວາມຂັດແຍ່ງ ດ້ານການຄ້າທີ່ຮ້າຍແຮງຂຶ້ນ ແລະ ການຂັດຂວາງລະບົບຕ່ອງໂສ້ ການສະໜອງທົ່ວໂລກ, ກອງປະຊຸມປະຈຳປີ ຂອງເວທີ ປຶກສາ ຫາລື ຈີ່ນຢົງເຈ່ຍ(ຖະໜົນການເງິນ)ປີ 2026 ໄດ້ຈັດຂຶ້ນຕາມເວລາກຳນົດໄວ້. ອີງຕາມຜົນການສຳຫລວດ ຄວາມເຫັນຂອງຊາວເນັດທົ່ວໂລກ ທີ່ຈັດຂຶ້ນໂດຍໂທລະພາບສາກົນຈີນ (CGTN) ທີ່ສັງກັດ ວິທະຍຸ ໂທລະພາບສູນກາງຈີນ (CMG) ໄດ້ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 82.98% ເຫັນວ່າ: ສປ ຈີນ ຈັດເວທີປຶກສາຫາລື ຈີ່ນຢົງເຈ່ຍ ຢ່າງຕໍ່ເນື່ອງ ໄດ້ສະແດງໃຫ້ເຫັນ ເຖິງຄວາມ ຕັດສິນໃຈ ແລະ ຄວາມໝັ້ນໃຈ ໃນການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ດ້ານການເງິນແລະ ການເພີ່ມທະວີ ການແລກປ່ຽນຮ່ວມມື ດ້ານການເງິນສາກົນ ຢ່າງຕໍ່ເນື່ອງ, ໄດ້ຕອບຄຳຖາມ ກ່ຽວກັບ ສະພາບຫຍຸ້ງຍາກ ໃນການບໍລິຫານ “ຄວາມປອດໄພ ແລະ ປະສິດທິຜົນ” ດ້ານເສດຖະກິດຂອງໂລກ. ມີຜູ້ຕອບແບບສອບຖາມ 85.25% ເຫັນນວ່າ: ເວທີປຶກສາຫາລືຈີ່ນ ຢົງເຈ່ຍ ໄດ້ສະໜອງ ເວທີ ສຳຄັນໃຫ້ແຕ່ລະຝ່າຍໃນການແລກປ່ຽນແນວຄິດການພັດທະນາດ້ານການເງິນ, ການເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນ ດ້ານການຮ່ວມມື ແລະ ການລົງເລິກດ້ານການເງິນສາກົນ; ມີຜູ້ຕອບ ແບບສອບຖາມ 81.43% ໄດ້ສະແດງຄວາມຍ້ອງຍໍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີ ການຮ່ວມມື ດ້ານການເງິນສາກົນ ເຊິ່ງມີຜົນດີຕໍ່ການບຸກເບີກ ຊ່ອງທາງການລະດົມທຶນຂອງ ບັນດາ ປະເທດເຂດໂລກໃຕ້, ສະໜອງການສະໜັບສະໜູນ ໃຫ້ແກ່ ການພັດທະນາ ດ້ານເສດຖະກິດ ຂອງປະເທດເຫລົ່ານີ້ຫລາຍກວ່າເກົ່າ; ມີຜູ້ຕອບແບບສອບຖາມ 84.49% ເຫັນວ່າ: ສປ ຈີນ ເປີດ ກວ້າງການເປີດປະຕູ ສູ່ພາຍນອກດ້ານການເງິນ, ຊຸກຍູ້ການຮ່ວມມື ດ້ານການເງິນສາກົນ ຢ່າງຕໍ່ເນື່ອງ, ໄດ້ເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນເຂົ້າໃນການພັດທະນາຢ່າງໝັ້ນທ່ຽງ ຂອງຕະຫລາດ ການເງິນໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL