ການແກ້ໄຂວຽກງານວັດທະນະທຳ-ສັງຄົມ ມີຫລາຍດ້ານພົ້ນເດັ່ນ

20/10/2026 12:24
ຂປລ ຂປລ. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2026 ໂດຍສະເພາະຂົງເຂດວັດ ທະນະທຳ-ສັງຄົມ ທີ່ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອອາທິດຜ່ານມາ ມີຫລາຍດ້ານພົ້ນເດັ່ນ.

ຂປລ. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2026 ໂດຍສະເພາະຂົງເຂດວັດ ທະນະທຳ-ສັງຄົມ ທີ່ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອອາທິດຜ່ານມາ ມີຫລາຍດ້ານພົ້ນເດັ່ນ. ໃນນັ້ນ, ຂະແໜງສຶກສາທິການ ແລະ ກິລາ ໄດ້ສົ່ງເສີມສາຍສາມັນວິຊາຊີບ ແລະ ປັບປຸງໂຄງສ້າງ ຫລັກສູດ ທັງ 12 ຊັ້ນຮຽນ, ພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູຕາມທິດທັນສະໄໝ; ປັບປຸງບັນດາວິທະຍາໄລສ້າງຄູໃນທົ່ວປະເທດ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ, ກະກຽມສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ- ຫວຽດນາມ ແລະ ໂຮງຮຽນມິດຕະພາບ ລາວ-ລັດເຊຍ; ແກ້ໄຂບັນຫາຄູອາສາສະໝັກສໍາເລັດໂດຍພື້ນຖານ ໂດຍບັນຈຸໂກຕາລັດຖະກອນຄູເຂົ້າໃນກຳປ້ອງກັນຊາດ ແລະ ໂກຕາຄູທົດແທນຕາມຈໍານວນ ທີ່ສູນເສຍ.           

          ສຳລັບຂະແໜງສາທາລະນະສຸກ ໄດ້ສຸມໃສ່ປະຕິບັດວຽກງານການໃຫ້ວັກຊິນກັນພະຍາດໃນຂອບເຂດທົ່ວປະເທດ, ປັບປຸງ ແລະ ປະຕິບັດວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ, ປະເມີນວຽກງານຄຸນນະພາບການບໍລິການປິ່ນປົວ 5 ດີ 1 ພໍໃຈ ຢູ່ໂຮງ ໝໍແຂວງຫລວງພະບາງ ແລະ ອຸດົມໄຊ, ແລະ ເອົາ ໃຈໃສ່ເຝົ້າລະວັງການລະບາດຂອງພະຍາດຕາມລະດູການຕ່າງໆ. ຂະນະທີ່ ຂະແໜງແຮງງານ ແລະ ສະ ຫວັດດີການສັງຄົມ ກໍໄດ້ຈັດຫາວຽກເຮັດງານທໍາ ເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ໄດ້ 119.382 ຄົນ ລື່ນແຜນການ 45,23% (ມະຕິ ສພຊ: 82.200 ຄົນ), ຂະຫຍາຍອັດຕາການປົກຄຸມ ປະກັນສັງຄົມ ໂດຍການຂຶ້ນທະບຽນໃໝ່ ແລະ ຈ່າຍ ເງິນສົມທົບ ໄດ້ 41.814 ຄົນ ເທົ່າກັບ 50% ຂອງແຜນການ (ມະຕິ ສພຊ: 84.126 ຄົນ); ໄດ້ຄົ້ນຄວ້າ ແລະ ຂໍອະນຸມັດງົບປະມານຈັດຕັ້ງປະ ຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ຕາມດຳລັດ 57/ລບ ຈໍານວນ 7.290 ທ່ານ ລື່ນແຜນການ 376% (ມະຕິ ສພຊ: 1.530 ທ່ານ) ເປັນເງິນປະມານ 125.67 ຕື້ກີບ (ມະຕິ ສພຊ: 25 ຕື້ກີບ) ແລະ ໃຫ້ພະນັກງານເສຍອົງຄະ ຈໍານວນ 41 ທ່ານ ເປັນເງິນ 200,02 ລ້ານກີບ.

          ສ່ວນຂະແໜງວັດທະນະທຳ ແລະ ການທ່ອງທ່ຽວ,​ໃນໄລຍະ 9 ເດືອນຕົ້ນປີ 2026 ມີນັກທ່ອງທ່ຽວສາກົນເຂົ້າມາ ສປປ ລາວ ໄດ້ 3.279.241 ເທື່ອຄົນເທົ່າກັບ 73% ຂອງ ແຜນການປີ (ມະຕິ ສພຊ: 4.462.252 ເທື່ອຄົນ) ຄາດຄະເນໝົດປີ 3.664.568 ເທື່ອຄົນ ເທົ່າກັບ 81,8% ຂອງແຜນການ (ຫລຸດລົງປະມານ 20% ທຽບໃສ່ປີ 2025) ສ້າງລາຍຮັບໝູນວຽນຈາກການ ທ່ອງທ່ຽວ ໄດ້ 960 ກວ່າລ້ານໂດລາ. ສໍາເລັດການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນເທສະບານ ເມືອງວັງວຽງ, ສໍາເລັດການຮັບຮອງແຜນພັດທະນາການທ່ອງທ່ຽວຂອງ ສປປ ລາວ ສໍາລັບປີ 2026-2030, ສໍາເລັດການຮ່ວມມືແກ້ໄຂບັນຫາທົ່ວ 0 ໂດລາ ໂດຍໄດ້ລົງກວດກາຮ້ານຂາຍເຄື່ອງທີ່ລະ ນຶກທີ່ໄດ້ຮັບການລາຍງານກ່ຽວກັບການບັງຄັບຊື້ສິນຄ້າແພງ ແລະ ບໍ່ມີຄຸນນະພາບ, ແລະ ຝຶກອົບຮົມ ນໍາໃຊ້ລະບົບອະນຸ ຍາດນໍາເຂົ້ານັກທ່ອງທ່ຽວແບບ ອອນລາຍ ເພື່ອຫັນເປັນທັນສະໄໝ.

ໂດຍ:​ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

ads
ads

Top