ເປີດຊຸດອົບຮົມທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ໃຫ້ພະນັກງານຫລັກແຫລ່ງກະຊວງ ກຕສ

20/10/2026 12:30
ຂປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 19 ຕຸລາ 2026 .

    ຂປລ. ໂດຍການເປັນປະທານຮ່ວມຂອງທ່ານ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລະຫານງານພັກ, ລັດຖະມົນຕີກະຊວງ ກຕສ,  ທ່ານ ຄຳໃບ ມາລາສິງ ຄະນະປະຈຳພັກ, ປະທານຄະນະກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ.

    ການຈັດຝຶກອົບຮົມຄັ້ງນີ້, ແນໃສ່ເຮັດໃຫ້ພະນັກງານຫລັກແຫລ່ງໄດ້ຍົກລະດັບຄວາມຮູ້ຄວາມເຂົ້າໃຈທາງດ້ານທິດສະດີການເມືອງ, ສ້າງຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ເຂົ້າໃຈລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ຕະຫລອດຮອດການຍົກສູງຄວາມຮູ້ດ້ານການບໍລິຫານຈັດການພາຍໃນຫ້ອງການ ແລະ ທັກສະການເປັນຜູ້ນຳ. ການຈັດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ສຶກສາຄົ້ນຄວ້າ ແລະ ຜ່ານການຮຽນຮູ້ນຳພາໂດຍຄູ-ອາຈານຊົງຄຸນວຸທິຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດດ້ວຍ 6 ວິຊາຫລັກ ຄື: ວິຊາປັດຊະຍາເປັນຕົ້ນແມ່ນເຂົ້າໃຈພື້ນຖານປັດຊະຍາມາກ-ເລນິນ ແລະ ການໝູນໃຊ້ເຂ້ົາໃນວຽກງານຕົວຈິງ; ວິຊາເສດຖະສາດການເມືອງ ເພື່ອສຶກສາການພົວພັນການຜະລິດ ແລະ ກົດເກນການເຄ່ືອນເໜັງຂອງເສດຖະກິດ-ສັງຄົມ; ວິຊາລັດທິສັງຄົມນິຍົມວິທະຍາສາດການກໍ່ສ້າງສັງຄົມນິຍົມ, ບັນຫາຊົນຊັ້ນ, ຊົນເຜົ່າ, ສາສະໜາ ແລະ ການປ້ອງກັນຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ; ວິຊາຄຸ້ມຄອງບໍລິຫານລັດ ເປັນຕ້ົນຫລັກມູນການບໍລິຫານລັດ, ທິດສະດີລັດ-ກົດໝາຍ ແລະ ການບໍລິຫານອົງກອນ; ວິຊາປະຫວັດສາດ ແລະ ກໍ່ສ້າງພັກໂດຍໄດ້ຮຽນຮູ້ມູນເຊື້ອການກຳເນີດ ແລະ ການເຄື່ອນໄຫວຕໍ່ສູ້ຂອງພັກ; ວິຊາແນວຄິດໄກສອນ ພົມວິຫານ ສຶກສາຊີວິດ, ພາລະກິດ ແລະ ແນວຄິດຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານ ແລະ ການສ້າງສາພັດທະນາປະເທດຊາດ. 

   ນອກຈາກການຮຽນທິດສະດີໃນຫ້ອງແລ້ວ, ສໍາມະນາກອນຍັງຈະໄດ້ໄປທັດສະສຶກສານອກສະຖານທ່ີເພື່ອເກັບກຳຂໍ້ມູນຕົວຈິງ, ຈັດຕັ້ງ 2 ຂະບວນການເຮັດກິດຈະກຳເປັນຈຸ- ເປັນໜ່ວຍສ້າງບັນຍາກາດຟົດຟື້ນ, ພ້ອມທັງຈະໄດ້ຂຽນ ແລະ ປ້ອງກັນບົດຈົບຊັ້ນ ເພື່ອຢັ້ງຢືນເຖິງຄວາມຮູ້ຄວາມສາມາດ ແລະ ການກຳແໜ້ນບົດຮຽນ ພ້ອມນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິພາບສູງສຸດ.

  ຂ່າວ: ໜັງສືພິມວຽງຈັນໃໝ່.

KPL

ຂ່າວອື່ນໆ

ads
ads

Top