ຂປລ
ຂປລ. ເມື່ອເວົ້າເຖິງ “ເຂົ້າໄກ່ນ້ອຍ ແຂວງຊຽງຂວາງ”, ໃຜໆກໍຕ້ອງນຶກເຖິງຄວາມນຸ່ມໜຽວ, ກິ່ນຫອມເປັນເອກະລາດ ແລະ ຄວາມແຊບທີ່ຕິດປາກ. ແຕ່ເບື້ອງຫລັງຄວາມແຊບ ແລະ ເມັດເຂົ້າສີຂາວໃສເຫລົ່ານັ້ນ ມັນແລກມາດ້ວຍຢາດເຫື່ອ, ຄວາມອົດທົນ ແລະ ຫົວຄິດປະດິດສ້າງ, ດັ່ງເລື່ອງລາວຄວາມສຳເລັດທີ່ໜ້າປະທັບໃຈ

ຂປລ. ເມື່ອເວົ້າເຖິງ “ເຂົ້າໄກ່ນ້ອຍ ແຂວງຊຽງຂວາງ”, ໃຜໆກໍຕ້ອງນຶກເຖິງຄວາມນຸ່ມໜຽວ, ກິ່ນຫອມເປັນເອກະລາດ ແລະ ຄວາມແຊບທີ່ຕິດປາກ. ແຕ່ເບື້ອງຫລັງຄວາມແຊບ ແລະ ເມັດເຂົ້າສີຂາວໃສເຫລົ່ານັ້ນ ມັນແລກມາດ້ວຍຢາດເຫື່ອ, ຄວາມອົດທົນ ແລະ ຫົວຄິດປະດິດສ້າງ, ດັ່ງເລື່ອງລາວຄວາມສຳເລັດທີ່ໜ້າປະທັບໃຈຂອງ ທ່ານ ຫລ້າສີວັນ ພິລາວົງ ຈາກບ້ານຫໍກາງ ເມືອງຜາໄຊ ຄອບຄົວຕົວແບບຜູ້ທີ່ສາມາດປ່ຽນຈາກການເຮັດນາເພື່ອກຸ້ມກິນ ມາເປັນການຜະລິດເຂົ້າເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວຫລາຍກວ່າ 100 ລ້ານກີບຕໍ່ປີ.
ເມື່ອການເຮັດນາແບບດັ້ງເດີມ ຖືກຍົກລະດັບສູ່ “ກະສິກຳສິນຄ້າ” ຄອບຄົວຂອງທ່ານ ຫລ້າສີວັນ ປະກອບມີສະມາຊິກທັງໝົດ 5 ຄົນ, ໂດຍມີແຮງງານຫລັກ 2 ຄົນ ແລະ ສຳຮອງ 1 ຄົນ. ຍ້ອນຄວາມດຸໝັ່ນທີ່ເປັນມູນເຊື້ອ, ພວກເຂົາເຈົ້າບໍ່ເຄີຍຍອມຈຳນົນຕໍ່ຄວາມທຸກຍາກ. ທ່ານ ຫລ້າສີວັນ ໄດ້ເລົ່າເຖິງຈຸດເລີ່ມຕົ້ນດ້ວຍຮອຍຍິ້ມວ່າ: ແຕ່ກ່ອນພວກຂ້າພະເຈົ້າເຄີຍປູກແຕ່ເຂົ້ານ້ອຍທຳມະດາເຊັ່ນ: ເຂົ້າຫລາ, ເຂົ້າດໍ, ເຂົ້າແຂວນເສື້ອ... ໄດ້ຜົນຜະລິດພຽງແຕ່ກຸ້ມກິນ. ມາໃນປີ 2010, ເສັ້ນທາງຊີວິດກໍເລີ່ມຜັນປ່ຽນ ເມື່ອໄດ້ມີໂອກາດເຂົ້າຮ່ວມໂຄງການ ຂອງສະມາຄົມຖີ່ນກຳເນີດເຂົ້າໄກ່ນ້ອຍ. ບວກກັບຄວາມໄດ້ປຽບທາງທຳມະຊາດຂອງບ້ານຫໍກາງ ທີ່ມີທັງແຫລ່ງນ້ຳໃສສະອາດ ແລະ ດິນຟ້າອາກາດທີ່ເປັນໃຈ ຕົນຈຶ່ງຕັດສິນໃຈຫັນມາສຸມໃສ່ປູກເຂົ້າໄກ່ນ້ອຍຢ່າງຈິງຈັງ.

ແຕ່ການຈະປູກໃຫ້ໄດ້ເຂົ້າຄຸນນະພາບສູງນັ້ນ ບໍ່ແມ່ນເລື່ອງບັງເອີນ! ຄອບຄົວຕ້ອງເອົາໃຈໃສ່ຮຽນຮູ້ເຕັກນິກການບຳລຸງດິນ, ເລືອກສາຍພັນທີ່ດີ, ບໍລິຫານລະດັບນ້ຳ ແລະ ບົວລະບັດຮັກສາຢ່າງຖືກຫລັກວິຊາການ ເພື່ອໃຫ້ຕົ້ນເຂົ້າແຂງແຮງ ບໍ່ລົ້ມ, ເມັດເຕັມ ແລະ ຮັກສາຄວາມຫອມຕາມທຳມະຊາດໄວ້ໄດ້ຢ່າງຄົບຖ້ວນ. ໃນເນື້ອທີ່ນາ 2 ເຮັກຕາ, ໄດ້ເລືອກປູກ ທັງເຂົ້າໄກ່ນ້ອຍດຳ ແລະ ເຂົ້າໄກ່ນ້ອຍເຫລືອງ ໂດຍເນັ້ນການໃສ່ຝຸ່ນຄອກ ແລະ ຝຸ່ນບົ່ມເປັນຫລັກ, ຫລຸດຜ່ອນການໃຊ້ປຸຍເຄມີໃຫ້ນ້ອຍທີ່ສຸດ ເພື່ອຮັກສາຄວາມປອດໄພ ແລະ ດິນໃຫ້ຍືນຍົງ. ທ່ານ ຫລ້າສີວັນ ກ່າວ.
ຜົນທີ່ໄດ້ຮັບແມ່ນໜ້າຊົມເຊີຍ, ໃນແຕ່ລະປີສາມາດເກັບກ່ຽວຜົນຜະລິດໄດ້ສູງເຖິງ 7-8 ໂຕນ. ນອກຈາກຈະກຸ້ມກິນໄດ້ຕະຫລອດປີແລ້ວ, ຍັງເຫລືອຂາຍອອກປີລະ 5-6 ໂຕນ ຊຶ່ງມີພໍ່ຄ້າຄົນກາງມາຮັບຊື້ຮອດທີ່ ແລະ ສົ່ງຂາຍທັງພາຍໃນເມືອງ, ຕ່າງແຂວງ ຈົນສ້າງລາຍຮັບສະເພາະການຂາຍເຂົ້າໄດ້ເຖິງ 80-90 ລ້ານກີບຕໍ່ປີ.
ແນວໃດກໍດີ, ການສ້າງເສດຖະກິດແບບປະສົມປະສານ ເກີນຮ້ອຍລ້ານ, ຄວາມດຸໝັ່ນຂອງ ທ່ານ ຫລ້າສີວັນ ບໍ່ໄດ້ຢຸດຢູ່ພຽງແຕ່ການເຮັດນາ ໂດຍຍາມຫວ່າງຈາກວຽກນາ, ເພິ່ນຍັງໃຊ້ເວລາໃຫ້ເກີດປະໂຫຍດສູງສຸດດ້ວຍການເຮັດກິດຈະກຳເສີມເພີ່ມລາຍຮັບຢ່າງເປັນລະບົບເຊັ່ນ: ລ້ຽງສັດໃຫຍ່ປະເພດງົວ 15 ໂຕ, ລ້ຽງປາ ປ່ອຍລົງໜອງໄປແລ້ວ 30 ກວ່າພັນໂຕ ແລະ ປູກພືດ-ຜັກສວນຄົວ ໝູນວຽນຕະຫລອດປີຕື່ມອີກ. ເມື່ອລວມກິດຈະກຳເສີມເຫລົ່ານີ້ ເຂົ້າກັບການຂາຍເຂົ້າໄກ່ນ້ອຍ, ສາມາດເຮັດໃຫ້ຄອບຄົວ ມີລາຍຮັບຫລາຍກວ່າ 100 ລ້ານກີບຕໍ່ປີ ! ຈາກຄອບຄົວທີ່ເຄີຍທຳມະດາ, ມື້ນີ້ ຊີວິດການເປັນຢູ່ໄດ້ຖືກປີ້ນໜ້າມືເປັນຫລັງມື, ມີເຮືອນຊານບ້ານຊ່ອງຖາວອນ, ມີພາຫະນະຮັບໃຊ້ສະດວກສະບາຍ ແລະ ທີ່ສຳຄັນທີ່ສຸດແມ່ນສາມາດສົ່ງເສີມໃຫ້ລູກຫລານຮຽນໜັງສືໄດ້ຢ່າງສູງ.
ໃນຖານະຄອບຄົວຕົວແບບ ທ່ານ ຫລ້າສີວັນ ຍັງຍິນດີຖ່າຍທອດບົດຮຽນ, ເຕັກນິກ ແລະ ປະສົບການໃຫ້ແກ່ພີ່ນ້ອງບ້ານໃກ້ເຮືອນຄຽງ ດ້ວຍຄວາມມຸ່ງຫວັງຢາກໃຫ້ບ້ານຫໍກາງ ກາຍເປັນແຫລ່ງຜະລິດເຂົ້າໄກ່ນ້ອຍທີ່ມີຄຸນນະພາບມາດຕະຖານຂອງແຂວງຊຽງຂວາງ.

ສຳລັບບາດກ້າວຕໍ່ໄປ, ຄອບຄົວກໍມີແຜນຈະຍົກລະດັບຄຸນນະພາບໃຫ້ສູງຂຶ້ນກວ່າເກົ່າ, ສ້າງກາໝາຍສິນຄ້າເປັນຂອງຕົນເອງ ເພື່ອເພີ່ມມູນຄ່າເພີ່ມໃຫ້ກັບເມັດເຂົ້າ. ພ້ອມດຽວກັນນັ້ນ, ທ່ານກໍຝາກຄວາມຫວັງ ແລະ ສຽງຮຽກ ຮ້ອງເຖິງຂັ້ນເທິງ ຊ່ວຍຊຸກຍູ້ຕື່ມໃນເລື່ອງ ການເຂົ້າເຖິງເຕັກນິກໃໝ່ໆ, ການສະໜອງແນວພັນທີ່ດີ, ການຊ່ວຍເຫລືອແຫລ່ງທຶນ ແລະ ການເປີດຕະຫລາດໃຫ້ກວ້າງຂວາງຂຶ້ນ.
ຄວາມສຳເລັດຂອງ ທ່ານ ຫລ້າສີວັນ ພິລາວົງ ໄດ້ພິສູດໃຫ້ເຫັນແລ້ວວ່າ: ຄວາມຮົ່ມເຢັນ ແລະ ຄວາມໝັ້ນຄົງທາງເສດຖະກິດ ບໍ່ໄດ້ມາຈາກໂຊກຊະຕາ, ແຕ່ມັນເກີດຈາກຄວາມດຸໝັ່ນ, ການຮຽນຮູ້ບໍ່ຢຸດຢັ້ງ ແລະ ການຮູ້ຈັກປັບຕົວ ຈົນສາມາດປ່ຽນຜືນແຜ່ນດິນທຳມະຊາດ ໃຫ້ກາຍເປັນຄວາມສຸພາບ ແລະ ຄວາມຮຸ່ງເຮືອງຂອງຄອບຄົວ ແລະ ສັງຄົມຢ່າງແທ້ຈິງ.
KPL