AFFA ຊຸກຍູ້ເສດຖະກິດ ແລະ ອຸດສາຫະກຳ ການຂົນສົ່ງ ໃນພາກພື້ນອາຊຽນ ແລະ ອາຊີ

15/12/2022 13:46
Email Print 5079
ຂປລ ຂປລ. ເມື່ອບໍ່ດົນມານີ້, ສະຫະພັນສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ (AFFA) ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງ ປະຕິບັດວຽກງານ ຄັ້ງທີ 32 ພາຍໃຕ້ຫົວຂໍ້ “ຊຸກຍູ້ເສດຖະກິດ ແລະ ອຸດສາຫະກຳ ການຂົນສົ່ງ ໃນພາກພື້ນອາຊຽນ ແລະ ອາຊີ

ຂປລ. ເມື່ອບໍ່ດົນມານີ້, ສະຫະພັນສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ (AFFA) ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງ ປະຕິບັດວຽກງານ ຄັ້ງທີ 32 ພາຍໃຕ້ຫົວຂໍ້ ຊຸກຍູ້ເສດຖະກິດ ແລະ ອຸດສາຫະກຳ ການຂົນສົ່ງ ໃນພາກພື້ນອາຊຽນ ແລະ ອາຊີ, ພາຍຫລັງການລະບາດພະຍາດ ໂຄວິດ-19 ເປັນບາດກ້າວການຫັນປ່ຽນໃໝ່”. ທີ່ນະຄອນຫລວງວຽງຈັນ ສປປ ລາວ  ເຊິ່ງມີສະມາຊິກ ຈາກ AFFA ເຂົ້າຮ່ວມ.

ໃນໂອກາດນີ້, ສະມາຊິກ ສະຫະພັນສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ ໄດ້ພ້ອມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ໂດຍສະເພາະແມ່ນ ສຸມໃສ່ແກ້ໄຂຄວາມ ບໍ່ແນ່ນອນຂອງທຸລະກິດ ທີ່ເກີດຈາກການລະບາດ ຂອງພະຍາດ ໂຄວິດ-19, ບັນຫາຄວາມຕ້ອງການສິນຄ້າ ຂອງສາກົນຍັງຕໍ່າ, ບັນຫາຕູ້ຄອນເທນເນີ ແລະ ຄວາມວຸ່ນວາຍ ຈາກອັດຕາຄ່າຂົນສົ່ງ ທີ່ສູງໃນໄລຍະເກີດ ການແຜ່ລະບາດ ຂອງພະຍາດໂຄວິດ ກ້າວໄປສູ່ ລາຄາທີ່ຕໍ່າລົງ. ສະຫະພັນສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ ຮັບຮູ້ວ່າ ອຸດສາຫະກໍາການຂົນສົ່ງ ແລະ ໂລຈິສຕິກ ມີໂອກາດຂະຫຍາຍຕົວ ແລະ ມີທິດທາງໃໝ່ ທີ່ຈະພັດທະນາ ໃນຊຸມປີຂ້າງໜ້າ; ເຖິງຢ່າງໃດກໍຕາມ ຍັງມີສິ່ງທ້າທາຍໃນບັນຫາ ທີ່ຈະຕ້ອງປະເຊີນໜ້າ. ການຫັນເປັນທຸລະກິດ, ການຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາສະມາຊິກດ້ວຍກັນ ແລະ ບັນດາ ຄູ່ຮ່ວມມືຂອງຕົນຢູ່ທົ່ວໂລກ ໂດຍສະເພາະ ພາຍໃນບັນດາ ປະເທດອາຊຽນ ແລະ ປາຊີຟິກ, ການສ້າງຄວາມສາມາດ ທີ່ດີເລີດ ແລະ ຄວາມເຂົ້າໃຈກັບຍຸກ ດີຈີຕອນ ໃຫ້ດີໆ ຈະຊ່ວຍການປະຕິບັດ ຂໍ້ລິເລີ່ມ ທັງໝົດ ຂອງຂະແໜງການຂົນສົ່ງ ແລະ ໂລຈິສຕິກ ທີ່ກອງເລຂາອາຊຽນ ໄດ້ວາງອອກໄວ້ ໄດ້ຫລາຍ.

ທ່ານ Satvinder Singh ຮອງເລຂາທິການໃຫຍ່ອາຊຽນ ສຳລັບປະຊາຄົມ ເສດຖະກິດອາຊຽນ ໄດ້ກ່າວວ່າ: ສະຫະພັນສະມາຄົມ ຜູ້ຂົນສົ່ງ ສິນຄ້າອາຊຽນ ມີບົດບາດສຳຄັນ ໃນຂະແໜງການຂົນສົ່ງ ຂອງພາກພື້ນອາຊຽນ ແລະ ຂົງເຂດອຶ່ນໆ ປະກອບສ່ວນ ໃນການພັດທະນາ ເສດຖະກິດ ອາຊຽນ; ປັດຈຸບັນອຸດ ສາຫະກຳຂົນສົ່ງ ແລະ ໂລຈິສຕິກ ແມ່ນມີບົດບາດອັນໃຫຍ່ຫລວງ ທັງຮັບປະກັນການຈໍລະຈອນສິນຄ້າ ຢູ່ພາຍໃນພາກພື້ນ, ນອກພາກພື້ນ ແລະ ຮັບປະກັນ ຂະບວນການຂົນສົ່ງ ຜ່ານແດນລຽບຕາມ ຂໍ້ລິເລີ່ມຂອງອາຊຽນ.

ໃນໂອກາດດຽວກັນ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ກ່າວວ່າ: ລັດຖະບານລາວ ຈະໃຫ້ການສະໜັບສະໜູນ ຂົງເຂດຂົນສົ່ງອາຊຽນຢ່າງຕັ້ງໜ້າ ທັງນີ້ກໍເພື່ອຮັບປະກັນ ການຈໍລະຈອນສິນຄ້າ ພາຍໃນພາກພື້ນ ໄດ້ຢ່າງວ່ອງໄວ; ນອກຈາກນີ້ ກໍຍັງຕ້ອງການຫັນ ສປປ ລາວ ຈາກປະເທດປິດກາຍເປັນ ປະເທດເຊື່ອມຈອດແລະ ຮັບປະກັນ ການເຊື່ອມໂຍງ ເຂົ້າກັບອາຊຽນ ໂດຍສະເພາະ ແມ່ນກັບພາກພື້ນ ແລະ ສປ ຈີນ.

ໃນໂອກາດດັ່ງກ່າວ ບັນດາສະມາຊິກ ສະຫະພັນສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ  ກໍໄດ້ເລືອກຕັ້ງຄະນະຊຸດໃໝ່ຜ່ານການຄັດເລືອກເຫັນວ່າ ທ່ານ Alvin Chua Seng Wah ມາຈາກປະເທດ ມາເລເຊຍ ເປັນປະທານ ສະຫະພັນສະມາຄົມ ຜູ້ຂົນສົ່ງສິນຄ້າ ອາຊຽນ (AFFA) ຜູ້ໃໝ່ ໃນສະໄໝ 2022 ຫາ 2024, ພ້ອມທັງໄດ້ສະແດງວິໄສທັດ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ດຳເນີນບັນດາ ໂຄງການທີ່ວາງໄວ້ ເຊິ່ງສະຫະພັນ ສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ ຈະສືບຕໍ່ມີບົດບາດໃໝ່ ທີ່ໃຫຍ່ກວ່າເກົ່າໃນອຸດສາຫະກໍາການຂົນສົ່ງ ແລະ ໂລຈິສຕິກ ເພື່ອການພັດທະນາ ທີ່ດີກວ່າ.

KPL

ຂ່າວອື່ນໆ

ads
ads

Top