ອົງການອະນາໄມໂລກ ເປີດເຜີຍ ວັກຊິນຊ່ວຍຊີວິດຄົນ ຫລາຍກວ່າ 150 ລ້ານຄົນທົ່ວໂລກ

26/04/2024 16:54
Email Print 356
ຂປລ ຄວາມພະຍາຍາມ ໃນການສ້າງ ພູມຕ້ານທານ ທົ່ວໂລກ ໄດ້ຊ່ວຍຊີວິດ ປະຊາກອນ ຢ່າງໜ້ອຍ 154 ລ້ານຄົນ ໃນໄລຍະ 50 ປີ ຜ່ານມາ ແລະ ກຸ່ມທີ່ໄດ້ຮັບ ປະໂຫຍດ ຫລາຍທີ່ສຸດ ໄດ້ແກ່ ເດັກເກີດໃໝ່. ທ່ານ ກ່າວວ່າ ວັກຊິນ ໄດ້ຊ່ວຍຊີວິດຄົນໄດ້ 6 ຄົນ ໃນທຸກໆ 1 ນາທີ ໃນໄລຍະ ເວລາ ດັ່ງກ່າວ.

ຂປລ ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນເຈນິວາ ປະເທດ ສະວິດ ເມື່ອວັນທີ 25 ເມສາວ່າ: ຄວາມພະຍາຍາມ ໃນການສ້າງ ພູມຕ້ານທານ ທົ່ວໂລກ ໄດ້ຊ່ວຍຊີວິດ ປະຊາກອນ ຢ່າງໜ້ອຍ 154  ລ້ານຄົນ ໃນໄລຍະ 50 ປີ ຜ່ານມາ ແລະ ກຸ່ມທີ່ໄດ້ຮັບ ປະໂຫຍດ ຫລາຍທີ່ສຸດ ໄດ້ແກ່ ເດັກເກີດໃໝ່. ທ່ານ ກ່າວວ່າ  ວັກຊິນ ໄດ້ຊ່ວຍຊີວິດຄົນໄດ້ 6 ຄົນ ໃນທຸກໆ 1 ນາທີ ໃນໄລຍະ ເວລາ ດັ່ງກ່າວ.

ອົງການ ອະນາໄມໂລກ (ດັບເບີລຢູ ເອັຊໂອ) ໄດ້ເປີດເຜີຍ ຜົນການສຳຫລວດ ໃນວາລະສານ ທາງການແພດ ແລນເຊັດ ຈາກ ຜົນການວິເຄາະ ຂອງ ວັກຊິນ 14 ຊະນິດ ທີ່ ຖືກນໍາມາໃຊ້ ໃນໂຄງການ ຂະຫຍາຍ ການສົ່ງເສີມ ພູມຕ້ານທານ ພະຍາດ (ອີພີໄອ) ຊຶ່ງຈະ ຄົບຮອບ 50 ປີ ໃນເດືອນໜ້າ. ທ່ານ ເທດຣອດ ແອດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ ອົງການອະນາໄມໂລກ ກ່າວວ່າ ວັກຊິນເປັນໜຶ່ງ ໃນສິ່ງປະດິດ ຊົງພະລັງ ທີ່ສຸດໃນປະຫວັດສາດ ໂດຍສາມາດ ປ້ອງກັນ ພະຍາດ ແພ່ລະບາດ ທີ່ເຄີຍ ຮ້າຍແຮງຫລາຍ ໃນໄລຍະຜ່ານມາໄດ້. ນອກຈາກນັ້ນ ຍັງຊ່ວຍໃຫ້ ເດັກນ້ອຍ ຈະເລີນ ເຕີບໂຕ ຢ່າງແຂງແຮງ ມີອາຍຸຍືນຍາວ ສະເລ່ຍ 66 ປີ ໃນໄລຍະ 50 ປີຜ່ານມາ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top