ສາຍການບິນຫວຽດເຈັດ ມອບປີ້ຍົນລາຄາປະຢັດ ໄປຫວຽດນາມ ແລະ ອີກຫລາຍປະເທດຕະຫລອດປີ

28/03/2024 14:00
Email Print 3471
ຂປລ ປີນີ້ເປັນໂອກາດທີ່ດີສໍາລັບນັກທ່ອງທ່ຽວຈາກທົ່ວໂລກ ເນື່ອງຈາກສາຍການບິນ ຫວຽດເຈັດ (Vietjet) ຈະໄດ້ມອບປີ້ຍົນລາຄາສ່ວນຫລຸດສຸດພິເສດ ດ້ວຍລາຄາເລີ່ມຕົ້ນພຽງ 0 ໂດລາເທົ່ານັ້ນ

* ປີນີ້ເປັນໂອກາດທີ່ດີສໍາລັບນັກທ່ອງທ່ຽວຈາກທົ່ວໂລກ ເນື່ອງຈາກສາຍການບິນ ຫວຽດເຈັດ (Vietjet) ຈະໄດ້ມອບປີ້ຍົນລາຄາສ່ວນຫລຸດສຸດພິເສດ ດ້ວຍລາຄາເລີ່ມຕົ້ນພຽງ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຕັ້ງແຕ່ມື້ນີ້ຮອດວັນທີ 31 ທັນວາ 2024 ໂດຍສາມາດຈ່ອງທີ່ www.vietjetair.com ຫລື ຜ່ານແອັບມືຖື Vietjet Air. ໂປຣໂມຊັນນີ້ໃຊ້ໄດ້ກັບທຸກຖ້ຽວບິນຕ່າງປະເທດ ລວມທັງຖ້ຽວບິນນະຄອນຫລວງວຽງຈັນ-ໂຮ່ຈີມິນ ແລະ ຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ອົດສະຕຣາລີ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ, ຈີນ, ຮົງກົງ, ໄຕ້ຫວັນ ແລະ ອາຊີຕາເວັນອອກສຽງໃຕ້ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 31 ທັນວາ 2024 (ຍົກເວັ້ນວັນພັກ, ລະດູການທ່ອງທ່ຽວ).

ສາຍການບິນ Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ມອບໂອກາດໃຫ້ນັກທ່ອງທ່ຽວຈາກປະເທດລາວ ສາມາດເພີດເພີນກັບແຫລ່ງທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈ ດ້ວຍຖ້ຽວບິນທີ່ສະດວກສະບາຍໃນລາຄາປະຢັດ. ດ້ວຍຖ້ຽວບິນທີ່ເຊື່ອມຕໍ່ນະຄອນໂຮ່ຈີມິນກັບຈຸດໝາຍປາຍທາງອື່ນໆ, ບໍ່ວ່າຈະເປັນຫາດຊາຍທີ່ສວຍງາມຢູ່ ຝູກວັກ, ດານັງ, ຍາຈາງ, ບາຫລີ, ພູເກັດ ແລະ ອື່ນໆ. ອົດສະຕຣາລີ ໃນລະດູໃບໄມ້ຫລົ່ນເຊັ່ນ:Sydney, Melbourne, Brisbane ຫລື ເພີດເພີນໄປກັບການເດີນທາງໃນ Tokyo, Osaka, Seoul, Busan, Shanghai, Chengdu, Seam Reap ແລະ ອື່ນໆ ຫລື ເພີດເພີນກັບເທສະການຕ່າງໆໃນປະເທດອິນເດຍ ແລະ ອື່ນໆ. ໂດຍທ່ານຈະໄດ້ສຳຜັດປະສົບການ ການເດີນທາງໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ບໍລິການດ້ວຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ຊີມລົດຊາດອາຫານຫວຽດນາມແຊບໆບໍ່ວ່າຂະເປັນ ເຝີ ແລະ ເຂົ້າຈີ່ຫວຽດນາມ.

ເພື່ອຄວາມສະດວກສະບາຍໃນການເດີນທາງຂອງທ່ານ ສາຍການບິນ Vietjet ມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ. ສະເພາະສະມາຊິກຂອງຂອງ Vietjet SkyJoy ຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມເຊັ່ນ: ອາຫານ, ເຄື່ອງດື່ມ ແລະ ອື່ນໆ. ສາມາດສອບຖາມຂໍ້ມູນເພີ່່ມຕື່່ມ www.vietjetair.com ./.

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top