ປີ 2023 ຫວຽດເຈັດ ສ້າງລາຍຮັບຈາກການຂົນສົ່ງທາງອາກາດ 2,16 ຕື້ໂດລາ

03/04/2024 15:13
Email Print 3627
ຂປລ ຂປລ. ບໍລິສັດຫຸ້ນສ່ວນການບິນ ຫວຽດເຈັດ (Vietjet HOSE: VJC) ໄດ້ເປີດເຜີຍບົດລາຍງານການເງິນ ໃນປີ 2023 ທີ່ສະແດງໃຫ້ເຫັນເຖິງການເຕີບໂຕຢ່າງເຂັ້ມແຂງຕະຫລອດປີ. ໃນນັ້ນ, ລາຍຮັບການຂົນສົ່ງທາງອາກາດ ລວມແມ່ນ 53,7 ຕື້ດົງ (ປະມານ 2,16 ຕື້ ໂດລາ), ເພີ່ມຂຶ້ນ 62%. ຜົນກຳໄລດ້ານການຂົນສົ່ງທາງອາກາດກ່ອນເສຍພາສີປະມານ 471 ຕື້ດົງ (ປະມານ 18,98 ລ້ານໂດລາ).

ຂປລ. ບໍລິສັດຫຸ້ນສ່ວນການບິນ ຫວຽດເຈັດ (Vietjet HOSE: VJC) ໄດ້ເປີດເຜີຍບົດລາຍງານການເງິນ ໃນປີ 2023 ທີ່ສະແດງໃຫ້ເຫັນເຖິງການເຕີບໂຕຢ່າງເຂັ້ມແຂງຕະຫລອດປີ. ໃນນັ້ນ, ລາຍ​ຮັບ​ການ​ຂົນ​ສົ່ງ​ທາງ​ອາ​ກາດ ລວມ​ແມ່ນ 53,7 ຕື້​ດົງ (ປະ​ມານ 2,16 ຕື້ ໂດລາ), ເພີ່ມ​ຂຶ້ນ 62%. ​​ຜົນ​ກຳ​ໄລ​ດ້ານ​ການ​ຂົນ​ສົ່ງ​ທາງ​ອາກາດ​ກ່ອນ​ເສຍ​ພາສີ​ປະມານ 471 ຕື້​ດົງ (ປະມານ 18,98 ລ້ານໂດລາ). ສຳລັບລາຍ​ຮັບ​ສະ​ສົມ ​ແລະ ສິນຄ້າ​ ມີມູນ​ຄ່າ​ເກືອບ 21 ພັນ​ຕື້​ດົງ (ປະມານ 846,6 ລ້ານໂດລາ) ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 60% ທຽບໃສ່ປີທີ່ຜ່ານມາ, ກວມເອົາ 39% ຂອງລາຍຮັບການຂົນສົ່ງທາງອາກາດທັງໝົດ. ນອກຈາກນີ້, Vietjet ​ຍັງຖື​ເປັນໜຶ່ງ​ໃນ​ກຸ່ມບໍລິສັດ​ທີ່ໄດ້ຮັບຄວາມເຊື່ອໝັ້ນສູງໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງປະເທດຫວຽດ​ນາມ. ​

ໃນ​ປີ 2023 ​ໄດ້​ດຳ​ເນີນ​ຖ້ຽວ​ບິນ 133.000 ຖ້ຽວ​ຢ່າງ​ປອດ​ໄພ ດ້ວຍຈຳນວນຜູ້​ໂດຍສານ 25,3 ລ້ານ​ຄົນ ​ເພີ່ມ​ຂຶ້ນ 183% ​ທຽບໃສ່ປີທີ່ຜ່ານມາ​, ​ໃນ​ນັ້ນ​ມີ 7,6 ລ້ານ​ຖ້ຽວ​ບິນ​ສາກົນ. ພ້ອມນີ້, ຍັງໄດ້ເປີດຕົວ 33 ເສັ້ນທາງບິນໃໝ່ທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ຈໍານວນເສັ້ນທາງບິນທັງໝົດມີ 125 ເສັ້ນທາງ, ໃນນັ້ນມີ 80 ເສັ້ນທາງຕ່າງປະເທດ ແລະ 45 ເສັ້ນທາງພາຍໃນປະເທດ. ພິເສດ ໃນຕົ້ນປີ 2024 ນີ້ ສາຍການບິນຫວຽດເຈັດ ໄດ້ເປີດສາຍການບິນສາກົນເຊື່ອມຕໍ່ຫາບັນດາຕົວເມືອງໃຫຍ່ຂອງບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

ພ້ອມດຽວກັນ ໃນປີ2023 ສາຍການບິນ Vietjet ໄດ້ປະກອບສ່ວນເຂົ້າໃນການຮັກສາສິ່ງແວດລ້ອມ, ການພັດທະນາແບບຍືນຍົງ, ການຄົ້ນຄວ້າເຕັກໂນໂລຊີສີຂຽວ ໂດຍການນຳໃຊ້ເຮືອບິນທີ່ປະຢັດນໍ້າມັນ ໄດ້ເຖິງ 15-20% . ໃນຂະນະທທີ່ ສູນບໍລິການ​ຂົນ​ສົ່ງ​ທາງ​ບົກຂອງ Vietjet ໄດ້ຍົກສູງຄຸນນະພາບວຽກ​ງານ​ບໍາ​ລຸງ​ຮັກ​ສາ​ເຮືອ​ບິນ ໂດຍເປີດສູນບຳລຸງຮັກສາເຮືອບິນມາດຕະຖານສາກົນ ຮ່ວມກັບສາຍການບິນລາວ ທີ່ນະຄອນຫລວງວຽງຈັນ ແລະ ໄດ້ຮ່ວມມືກັບສະມາຄົມຂົນສົ່ງທາງອາກາດສາກົນ (IATA) ເພື່ອກໍ່ສ້າງບຸກຄະລາກອນດ້ານການບິນທີ່​ມີ​ມາດຕະຖານ​ສາກົນ.ຜົນສຳເລັດໃນປີ 2023, ສະແດງໃຫ້ເຫັນເຖິງຄຸນນະພາບດ້ານການບິນ ຂອງ Vietjet ໃນການຕອບສະໜອງຄວາມຕ້ອງການດ້ານການເດີນທາງທີ່ມີຄຸນນະພາບ.

KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top