ສາຍການບິນຫວຽດເຈັດ ເພີ່ມຖ້ຽວບິນເຊື່ອມຕໍ່ຈາກຟູກວັກ ໄປຫາ ໂຊ ແລະ ໄທເປ

24/04/2024 13:57
Email Print 553
ຂປລ ຂປລ. ເລີ່ມແຕ່ວັນທີ 13 ມິຖຸນາປີ 2024, ສາຍການບິນຫວຽດເຈັດ (Vietjet) ຈະຍົກລະດັບຖ້ຽວບິນກົງລະຫວ່າງແຂວງ ຟູກວັກ (Phu Quoc) ຫວຽດນາມ ຫາ ນະຄອນຫລວງໂຊ (Seoul) ສ ເກົາຫລີ ເພີ່ມຂຶ້ນຈາກ 2 ຫາ 3 ຖ້ຽວບິນໄປ-ກັບທຸກມື້.

ຂປລ. ເລີ່ມ​ແຕ່​ວັນ​ທີ 13 ມິຖຸນາ​ປີ 2024, ສາຍການບິນຫວຽດເຈັດ (Vietjet) ຈະຍົກ​ລະດັບ​ຖ້ຽວບິນກົງ​ລະຫວ່າງແຂວງ ຟູກວັກ (Phu Quoc) ຫວຽດນາມ ຫາ ນະຄອນຫລວງໂຊ (Seoul) ສ ເກົາຫລີ ​ເພີ່ມ​ຂຶ້ນ​ຈາກ 2 ຫາ 3 ຖ້ຽວ​ບິນໄປ-​ກັບ​ທຸກ​ມື້. ຖ້ຽວບິນໃໝ່ຈາກ Phu Quoc ໄປ ນະຄອນຫລວງ Seoul ອອກເວລາ 20:35 ໂມງ (ຕາມເວລາທ້ອງຖິ່ນ) ລົງຈອດຢູ່ສະໜາມບິນສາກົນອິນຊອນ (Incheon) ເວລາ 4:00 ໂມງຂອງມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ຂະດຽດກັນ ຖ້ຽວ​ບິນ​ຈາກ​ສະ​ໜາມ​ບິນ​ສາ​ກົນອິນຊອນ (Incheon) ໄປ Phu Quoc ອອກ​​ເວ​ລາ 5:00 ໂມງ​ເຊົ້າ (ຕາມ​ເວ​ລາ​ທ້ອງ​ຖິ່ນ) ແລະ ​ລົງຈອດ​ໃນ​ເວ​ລາ 8:25 ໂມງ (ຕາມ​ເວ​ລາ​ທ້ອງ​ຖິ່ນ).

ພ້ອມນີ້ ໃນວັນ​ທີ 1 ກໍລະກົດ 2024 ທີ່ຈະມາເຖິງນີ້ ສາຍການບິນ Vietjet ​ຈະຂະຫຍາຍ​ເສັ້ນທາງ​ການບິນ​ລະຫວ່າງ ແຂວງຟູກວັກ (Phu Quoc) ຫາ ໄທເປ (Taipei​) ໂດຍເພີ່ມ​ຖ້ຽວບິນ​​ຈາກ 7 ຖ້ຽວ​ບິນ​ໄປ-​ກັບ ເປັນ 11 ຖ້ຽວ​ຕໍ່​ອາທິດ. ຖ້ຽວບິນໃໝ່ຈາກ Phu Quoc ໄປTaipei ອອກເດີນທາງເວລາ 9:50 ໂມງ (ຕາມເວລາທ້ອງຖິ່ນ)ລົງຈອດທີ່ສະໜາມບິນສາກົນ Taoyuan ຂອງ Taipei ເວລາ 14:30 ໂມງ (ຕາມເວລາທ້ອງຖິ່ນ) ທຸກໆວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ. ສ່ວນຖ້ຽວບິນຈາກ Taipei ໄປ Phu Quoc ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 18:40 ໂມງ (ຕາມເວລາທ້ອງຖິ່ນ).

ການເພີ່ມຖ້ຽວບິນນີ້ ເປັນການເພີ່ມທາງເລືອກໃນລາຄາທີ່ສົມເຫດສົມຜົນ ແລະ ຄຸ້ມຄ່າທີ່ສຸດກັບການບໍລິການທີ່ທ່ານຈະປະທັບໃຈໃນການເດີນທາງກັບສາຍການບິນ Vietjet. ນອກຈາກນີ້, ສາຍການບິນ Vietjet ຍັງມີໂປຣໂມຊັນໃຫ້ນັກທ່ອງທ່ຽວ ດ້ວຍຄ່າປີ້ຍົນເລີ່ມຕົ້ນຈາກ0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນທຸກໆວັນສຸກ ຊຶ່ງສາມາດຕິດຕາມລາຍລະອຽດ ທີ່ www.vietjetair.com ແລະ ແອັບມືຖື Vietjet Air. ໂປຣໂມຊັນນີ້ນຳໃຊ້ກັບທຸກຖ້ຽວບິນສາກົນຂອງສາຍການບິນ Vietjet ແຕ່ມື້ນີ້ຫາວັນທີ 31 ທັນວາ 2024 (ຍົກເວັ້ນມື້ພັກ ແລະ ເທສະການທ່ອງທ່ຽວ).

ສຳລັບ​ມື້ພັກ​ວັນປະກາດອິດສະຫລະພາບພາກໃຕ້ຂອງຫວຽດນາມ (Reunification Day) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ ເລີ່ມ​ແຕ່​ວັນ​ທີ 27 ເມສາ ເປັນ​ວັນ​ພັກ​ຍາວ​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ ສາຍການບິນ Vietjet ຍັງ​ເພີ່ມ​ຖ້ຽວ​ບິນ​ຕື່ມ​ອີກ 86.000 ບ່ອນນັ່ງ, ເທົ່າ​ກັບ 450 ກວ່າ​ຖ້ຽວ​ບິນ​ ໃຫ້ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້ຮັບຄວາມນິຍົມຫລາຍທີ່​ສຸດ ໂດຍເພີ່ມຖ້ຽວບິນ​ໄປນະຄອນໂຮ່ຈີມິນ, ຮ່າໂນ້ຍ, ດານັງ, ຍາຈາງ ແລະ ອື່ນໆ.

KPL

ຂ່າວອື່ນໆ

ads
ads

Top