ສປຈີນ ເປີດສະຖານີ 5ຈີ ຂັ້ນສູງ ແຫ່ງທຳອິດ ຢູ່ ເຂດພູ ໂຊໂມລັງມາ

26/04/2024 16:54
Email Print 284
ຂປລ ສະຖານີ ຖານ 5 ຈີ ຂັ້ນສູງ (5G-Advanced) ແຫ່ງທຳອິດ, ຢູ່ເຂດພູ ໂຊໂມລັງມາ. ນີ້ຖືວ່າ ເປັນການ ກ້າວເຂົ້າສູ່ ຍຸກ 5 ຈີ ຂັ້ນສູງ ຂອງ ເຂດພູສູງທີ່ສຸດ ໃນໂລກ. ໂດຍ 5ຈີ ຂັ້ນສູງນີ້ ມີຄວາມໄວສູງ

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 25 ເດືອນເມສາ, ໄຊນ່າ ໂມບາຍ (China Mobile) ເປັນບໍລິສັດ ຂະໜາດໃຫຍ່ ທາງດ້ານ ໂທລະ ຄົມມະນາຄົມ ຂອງ ຈີນ ເປີດເຜີຍວ່າ:​ ສະຖານີ ຖານ 5 ຈີ ຂັ້ນສູງ (5G-Advanced) ແຫ່ງທຳອິດ, ຢູ່ເຂດພູ ໂຊໂມລັງມາ. ນີ້ຖືວ່າ ເປັນການ ກ້າວເຂົ້າສູ່ ຍຸກ 5 ຈີ ຂັ້ນສູງ ຂອງ ເຂດພູສູງທີ່ສຸດ ໃນໂລກ. ໂດຍ 5ຈີ ຂັ້ນສູງນີ້ ມີຄວາມໄວສູງ , ການເຊື່ອມຕໍ່ ໄດ້ດີ ແລະ ອື່ນໆ ເມື່ອທຽບໃສ່ ກັບ 5 ຈີ ທົ່ວໄປ , ໂດຍຄາດວ່າ ເຄືອຂ່າຍ 5ຈີ ຂັ້ນສູງ ຈະເຮັດໃຫ້ ການສະໜັບ ສະໜູນ ເຄືອຂ່າຍ ທີ່ມີ ສະຖຽນພາຍດີຂື້ນ ສຳລັບ ການທ່ອງງທ່ຽວ , ການປິ່ນພູ, ການວິໄຈ ທາງວິທະຍາສາດ ແລະ ການຄຸ້ມຄອງ ສິ່ງແວດລ້ອມ ໃນພື້ນທີ່ ຊົມວີວພູ ໂຊໂມລັງມາ.

ທ່ານຫລີວໝິງ ເຈົ້າໜ້າທີ່ກ່ຽວຂ້ອງ ສາຂາ ເຂດປົກຄອງ ຕົນເອງ ເຂດທິເບດ ກ່າວວ່າ ເຄືອຂ່າຍ 5 ຈີ ຂັ້ນສູງນີ້ ສາມາດ ຕອບສະໜອງ ຄວາມຕ້ອງການ ຂອງ ທຸລະກິດ ເກີດໃໝ່ ໃນການ ດຶງດູດ ນັກທ່ອງທ່ຽວ ແລະ ຄວາມຕ້ອງການ ທີ່ ຫລາກຫລາຍ ຂອງ ນັກທ່ອງທ່ຽວ ໃນພື້ນທີ່ ຊົມວີວແຫ່ງນີ້ ລວມເຖິງ ການຮັບະກັນ ການສື່ສານ ທີ່ເຊື່ອຖືໄດ້ ສຳລັບ ນັກປິ່ນພູ ໃນກໍລະນີ ເກີດເຫດ ສຸກເສີນ ແລະອື່ນໆ./

KPL

ຂ່າວອື່ນໆ

ads
ads

Top