ລັດຖະບານ ຈະເລັ່ງແກ້ໄຂຄວາມບອບບາງ ດ້ານເສດຖະກິດ ໃຫ້ກັບສູ່ປົກກະຕິໂດຍໄວ

05/12/2022 13:34
Email Print 3739
ຂປລ ຂປລ. ພາຍຫລັງທີ່ກອງປະຊຸມ ສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາ ບັນດາຄາດໝາຍຂອງແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ

ຂປລ. ພາຍຫລັງທີ່ກອງປະຊຸມ ສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາ ບັນດາຄາດໝາຍຂອງແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ແລ້ວ, ລັດຖະບານ ຈະຮີບຮ້ອນນໍາໄປຈັດຕັ້ງ ຜັນຂະຫຍາຍ ໂດຍຈະໄດ້ກໍານົດ ເປັນໜ້າວຽກລະອຽດ ແລະ ແບ່ງຄວາມຮັບຜິດຊອບ, ທັງກໍານົດຄາດໝາຍ ທາງດ້ານເວລາ ໃນການຈັດຕັ້ງ ປະຕິບັດໃຫ້ ລະອຽດ. ພ້ອມທັງ ເລັ່ງແກ້ໄຂສະພາບຄວາມບອບບາງ ດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ໃນນີ້ ຈະໄດ້ສຸມໃສ່ເປັນພິເສດ ແມ່ນ: ການເກັບລາຍຮັບ ໃຫ້ໄດ້ຕາມແຜນການ ຫລື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອມີເງິນມາແກ້ໄຂບັນຫາ, ສຸມໃສ່ຊຸກຍູ້ ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງ ຫັນການເກັບລາຍຮັບ ເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫລາຍກວ່າເກົ່າ; ສືບຕໍ່ປະຕິບັດ ບັນດານິຕິກາ ທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີ ການຄຸ້ມຄອງ ແລະ ຕ້ານ ການຮົ່ວໄຫລຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທໍາຫລາຍຂຶ້ນ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ລາຍງານໃນຕອນເຊົ້າວັນທີ 5 ທັນວາ 2022 ໃນວາລະຂອງການດຳເນີນ ກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ພ້ອມທັງໄດ້ສະເໜີ ບາງວຽກຈຸດສຸມ ທີ່ລັດຖະບານ ຈະເລັ່ງຈັດຕັ້ງປະຕິບັດ ໃນປີ 2023 ເປັນຕົ້ນ ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນ ຕໍ່ຕ່າງປະເທດ, ບໍ່ໃຫ້ຕົກເປັນປະເທດ ທີ່ບໍ່ສາມາດຊໍາລະໜີ້ໄດ້. ພ້ອມທັງຄົ້ນຄວ້າ ແລະ ຈັດສັນແຫລ່ງທຶນ ເພື່ອມາແກ້ໄຂໜີ້ສິນ ການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການ ສາມາດສືບຕໍ່ດໍາເນີນທຸລະກິດໄດ້. ນອກນັ້ນ ຈະໄດ້ສືບຕໍ່ສຸມໃສ່ ປັບປຸງປະສິດທິຜົນ ການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ໂດຍຫັນທຶນໄປສຸມໃສ່ ໂຄງການລົງທຶນເພື່ອ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ; ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາ ແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ ສາມາດຄວບຄຸມໄດ້. ພ້ອມນັ້ນ, ຈະສືບຕໍ່ແກ້ໄຂບັນຫາ ການສະໜອງ ນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ດ້ວຍການນໍາໃຊ້ ມາດຕະການ ຕ່າງໆ ໂດຍຖືເອົາມາດຕະການ ເສດຖະກິດ ແລະ ຕາມກົນໄກຕະຫລາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງ ມາດຕະການແກ້ໄຂ ໃນໄລຍະກາງ ແລະ ຍາວ.

ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນ ທາງດ້ານເສດຖະກິດ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ໂດຍສະເພາະ ຫົວໜ່ວຍລັດວິສາຫະກິດ ທີ່ໄດ້ກໍານົດໃນແຜນ ຂອງການປະຕິຮູບ ຂອງລັດຖະບານ; ສືບຕໍ່ປັບປຸງແກ້ໄຂໂຄງສ້າງໜີ້ສິນ ຂອງລັດວິສາຫະກິດໂດຍໄວ ດ້ວຍຫລາຍຮູບແບບ ລວມທັງການເຈລະຈາເລື່ອນ ການຊໍາລະຕົ້ນທຶນ ແລະ ດອກເບັ້ຍ, ຊອກຫາແຫລ່ງກູ້ຢືມ ທີ່ມີດອກເບັ້ຍຕ່ໍາ, ຫລຸດການສ້າງໜີ້ໃໝ່ ທີ່ບໍ່ຈໍາເປັນ ແລະ ອື່ນໆ; ສືບຕໍ່ເລັ່ງປັບປຸງກົນໄກ ອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ໂດຍລັດຖະບານ ຈະກໍານົດໜ້າ ວຽກທີ່ຈະປັບປຸງ ແລະ ແບ່ງຄວາມຮັບຜິດ ຊອບໃນການປັບປຸງໃຫ້ລະອຽດ. ນອກນັ້ນ ຈະສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນ ຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງ ຕາມແຜນທີ່ວາງໄວ້; ຄົ້ນຄວ້າ ແລະ ຈັດສັນແຫລ່ງທຶນ ເພື່ອສົ່ງເສີມໃຫ້ຜູ້ ປະກອບການທີ່ຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າ ເພື່ອສົ່ງອອກ ໂດຍມີເງື່ອນໄຂທີ່ລະອຽດ, ຮັດກຸມ ແລະ ໂປ່ງໃສ ເພື່ອໃຫ້ການປະຕິບັດ ນະໂຍບາຍດັ່ງກ່າວ ມີຈຸດສຸມ ແລະ ຖືກເປົ້າໝາຍ.

ທ່ານ ນາຍົກລັດຖະມົນຕີ ຢືນຢັນຈະສືບຕໍ່ເອົາໃຈໃສ່ ຕໍ່ວຽກງານສັງຄົມ ໂດຍສະເພາະ ການປັບປຸງການບໍລິການ ທາງດ້ານສາທາລະນະສຸກ ແລະ ການປະກັນສຸຂະພາບ; ການປັບປຸງຫລັກສູດ ການສຶກສາ ໂດຍສະເພາະ ຫລັກສູດຊັ້ນປະຖົມສຶກສາ; ການສ້າງສີມືແຮງງານ ທີ່ມີສີມືດີ ເພື່ອສົ່ງອອກແຮງງານ ໄປຕ່າງປະເທດໃຫ້ເພີ່ມຂຶ້ນ; ການປັບປຸງສື່ທາງການຂອງລັດ ໂດຍສະເພາະປັບປຸງ ທາງດ້ານເນື້ອໃນ ແລະ ຮູບແບບໃນການ ນໍາສະເໜີຂ່າວຕ່າງໆ ໃຫ້ເຂົ້າໃຈງ່າຍ, ທັນການ ແລະ ຫລາກຫລາຍຮູບແບບສືບຕໍ່ຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ຂອງພັກ ໃຫ້ແຂງແຮງ ກວ່າເກົ່າ ທັງສືບຕໍ່ປະຕິບັດແນວທາງ ການຕ່າງປະເທດຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນ ເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ.

ຂ່າວ: ມະນີທອນ, ພາບ: ຂັນໄຊ, ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top