ອອປສ ເຊື່ອມຊຶມ ມະຕິກອງປະຊຸມ ຄົບຄະນະ ຄັ້ງທີ 5 ຂອງພັກ ສະໄໝທີ XI

01/12/2022 09:05
Email Print 1513
ຂປລ ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມຄົບຄະ ນະ ຄັ້ງທີ 5 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ໃນວັນທີ 30 ພະຈິກ 2022

ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມຄົບຄະ ນະ ຄັ້ງທີ 5 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ໃນວັນທີ 30 ພະຈິກ 2022 ໂດຍພາຍການເຜີຍແຜ່ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ຂອງອົງການໄອຍະການ ປະຊາຊົນ ສູງສຸດ ເຂົ້າຮ່ວມ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ເຊື່ອມຊຶມເອກະສານສຳຄັນຂອງພັກ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໄລຍະ 9 ເດືອນ, ວຽກຈຸດສຸມທ້າຍປີ 2022 ແລະ ທິດທາງແຜນການ ປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ, ວຽກງານປ້ອງກັນ ຊາດ-ປ້ອງການຄວາມສະຫງົບ ແລະ ວຽກງານຕ່າງປະ ເທດ, ການຕີລາຄາການປະຕີບັດ ມະຕິວ່າດ້ວຍເພີ່ມທະວີ ການຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ແລະ ບັນດາເອກະສານ ທີ່ສຳຄັນເຊັ່ນ: ມະຕິຕົກລົງຂອງກົມການ ເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 7/1/2022 ວ່າດ້ວຍການເພີ່ມທະວີ ວຽກງານແຂ່ງຂັນ-ຍ້ອງຍໍໄລຍະໃໝ່, ມະຕິຂອງ ກົມການເມືອງ ສູນກາງພັກ ສະບັບເລກທີ 21/ກມສພ ລົງວັນທີ 9/11/2022 ວ່າດ້ວຍການຕີລາຄາພະນັກງານ, ຄໍາສັ່ງແນະນໍາ ຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 233/ຄລສພ ລົງວັນທີ 7/11/2022 ກ່ຽວກັບການຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ, ແຈ້ງການຂອງຄະນະ ຈັດຕັ້ງສູນກາງພັກ ສະບັບເລກທີ 322/ຄຈສພ ລົງວັນທີ 2/11/2022 ກ່ຽວກັບການປະຕິບັດ ແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ. ອັນໄດ້ເຮັດໃຫ້ບັນດາສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍ ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງ ໄດ້ເຂົ້າໃຈ, ກໍາ    ແໜ້ນເນື້ອໃນຈິດໃຈ ຕົ້ນຕໍຢ່າງເລິກເຊິ່ງ ແລະ ເປັນເອກະພາບສູງ ກ່ຽວກັບມະຕິດັ່ງກ່າວ ເປັນຢ່າງດີ ເພື່ອພ້ອມກັນຜັນຂະຫຍາຍ ເຂົ້າໃນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຢ່າງມີປະສິດທິຜົນສູງ.

ພ້ອມນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນໃຫ້ບັນດາ ສະຫາຍສະມາຊິກພັກ, ພະນັກງານ-ລັດຖະ ກອນ ອົງການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນ ເປັນເຈົ້າການ, ທຸ້ມເທສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນຳພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ໃຫ້ຖືກທິດ, ປັບປຸງແກ້ໄຂ ຂໍ້ຄົງຄ້າງ ຜ່ານມາ, ເສີມຂະຫຍາຍດ້ານດີ ແລະ ສືບຕໍ່ປະຕິບັດໜ້າທີ່ ວຽກງານໃນຕໍ່ໜ້າ ໂດຍສ້າງເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດ ຕາມມະຕິກອງ ປະຊຸມໃຫຍ່ ສະມາຊິກພັກ ອົງການໄອຍະການ ປະຊາຊົນສູງສຸດ ຄັ້ງທີ V, ຜັນຂະຫຍາຍແຜນງານ, ໂຄງການ ເຂົ້າເປັນກິດຈະກໍາ ປະຈໍາວັນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມ ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ທິດຊີ້ນໍາທາງຂັ້ນເທິງ ວາງອອກໃນແຕ່ລະໄລຍະ ໃຫ້ເປັນລະບົບຕໍ່ເນື່ອງ, ມີປະສິດທິພາບ, ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ອົງການ ໄອຍະການປະຊາຊົນ ຍົກສູງຄຸນນະພາບ ການຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ການປະຕິບັດສິດກ່າວຟ້ອງ ຂອງອົງການໄອຍະການ ປະຊາຊົນ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ.

ຂ່າວ: ອອປສ


KPL

ຂ່າວອື່ນໆ

ads
ads

Top