ຍີ່ປຸ່ນ ຈະປັບຫລຸດພາສີອາຫານ ໃຫ້ເຫລືອ 1%

17/09/2026 10:13
ຂປລ ລັດຖະບານຍີ່ປຸ່ນ ໄດ້ອະນຸມັດ ມາດຕະການ ປະຕິຮູບພາສີສຳລັບ ປີງົບປະມານ 2027 ວ່າ ເປີດທາງ ຫລຸດພາສີ ການບໍລິໂພກ ສຳລັບ ອາຫານ ແລະ ເຄື່ອງດື່ມທີ່ບໍ່ມີເຫລົ້າຈາກ 8% ເຫລືອ 1% ເປັນເວລາ 2 ປີ ໂດຍເລີ່ມແຕ່ ເດືອນເມສາ 2027

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ອະນຸມັດ ມາດຕະການ ປະຕິຮູບພາສີສຳລັບ ປີງົບປະມານ 2027 ວ່າ ເປີດທາງ ຫລຸດພາສີ ການບໍລິໂພກ ສຳລັບ ອາຫານ ແລະ ເຄື່ອງດື່ມທີ່ບໍ່ມີເຫລົ້າຈາກ 8% ເຫລືອ 1% ເປັນເວລາ 2 ປີ ໂດຍເລີ່ມແຕ່ ເດືອນເມສາ 2027 ເພື່ອຫລຸດຜ່ອນພາລະ ຈາກລາຄາ ສິນຄ້າທີ່ປັບຕົວສູງຂຶ້ນ.

ການປັບຫລຸດພາສີ ໃນຄັ້ງນີ້ ຄາດວ່າ ຈະເຮັດໃຫ້ ລັດຖະບານ ສູນເສຍລາຍໄດ້ ປະມານ 10 ພັນຕື້ເຢນ (6,5 ໝື່ນລ້ານໂດລາ ສະຫະລັດ) ໂດຍ ລັດຖະບານ ຈະບໍ່ອອກພັນທະບັດ ເພື່ອຊົດເຊີຍລາຍໄດ້ ທີ່ ຫາຍໄປ, ໃນຂະນະທີ່ລາຍລະອຽດ ກ່ຽວກັບ ແຫລ່ງເງິນທຶນ ຈະໄດ້ຂໍ້ສະຫລຸບ ໃນທ້າຍປີນີ້. ນີ້ຖືເປັນຄັ້ງທຳອິດ ຂອງ ຍີ່ປຸ່ນ ນັບຕັ້ງແຕ່ ເລີ່ມໃຊ້ ລະບົບພາສີ ດັ່ງກ່າວ ໃນປີ 1989 ໂດຍຜູ້ຄ້າຍ່ອຍ ຈະເລີ່ມກະກຽມ ຄວາມພ້ອມ ຢ່າງເຕັມຮູບແບບ  ລວມທັງ ການປັບປຸງ ລະບົບເຄື່ອງຄິດເງິນ ເພື່ອຮອງຮັບ ອັດຕາພາສີໃໝ່.

ທ່ານ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ຍັງມີແຜນ ສະເໜີ ຮ່າງກົດໝາຍ ທີ່ກ່ຽວຂ້ອງ ຕໍ່ລັດຖະສະພາ ໃນກອງປະຊຸມ ສະໄໝ ວິສາມັນ ເຊິ່ງຄາດວ່າ ຈະເປີດ ສະໄໝປະຊຸມ ໃນເດືອນຕຸລາ.

ນອກຈາກນີ້ ພັກເສລີ ປະຊາທິປະໄຕ (LDP) ເຊິ່ງເປັນ ພັກລັດຖະບານ ແລະ ພັກຮ່ວມລັດຖະບານ ເຊັ່ນ: ພັກນະວັດຕະກຳ ຍີ່ປຸ່ນ (JIP) ຍັງຄົງໃຫ້ຄຳໝັ້ນ ສັນຍາວ່າ ຈະສະໜັບສະໜູນ ຊາວກະສີກອນລາຍຍ່ອຍ ແລະ ຮ້ານອາຫານ ໂດຍຄາດວ່າ ຈະຜະເຊີນ ກັບ ລາຍໄດ້ທີ່ຫລຸດລົງ.

ມາດຕະການດັ່ງກ່າວ ຍັງຄວບຄຸມ ການຈ່າຍເງິນ ຊ່ວຍເຫລືອ ຕາມລະດັບ ລາຍໄດ້ ສຳລັບ ຜູ້ມີລາຍໄດ້ໜ້ອຍ ແລະ ປານກາງ ໂດຍຈະເລີ່ມ ດຳເນີນການ ໃນປີງົບປະມານ 2027. ລັດຖະບານ ຍີ່ປຸ່ນ ຈະຈ່າຍເງິນ ຊ່ວຍເຫລືອລວມ ປະມານ 6 ແສນລ້ານເຢນ ຕໍ່ປີ ໃນປີງົບປະມານ 2027 ແລະ 2028  ເຊິ່ງທຽບເທົ່າກັບ ລາຍໄດ້ ຈາກພາສີການບໍລິໂພກ ທີ່ເຫລືອ 1% ເຊິ່ງບໍ່ໄດ້ປັບຫລຸດ. ໃນຂະນະທີ່ ລັດຖະບານ ຍີ່ປຸ່ນ ຈະເພີ່ມວົງເງິນຊ່ວຍເຫລືອ ຕັ້ງແຕ່ປີງົບປະມານ 2029 ເປັນຕົ້ນໄປ./

KPL

ຂ່າວອື່ນໆ

ads
ads

Top