ຂປລ
ກອງປະຊຸມສຸດຍອດຜູ້ນຳບຣິກສ ( BRICS) ຄັ້ງທີ 18 ບໍ່ໄດ້ເປັນພຽງ "ວາລະພົບປະຫາລື" ທຳມະດາ ອີກຕໍ່ໄປ ແຕ່ໃນສາຍຕາຊາດເວັນຕົກກຳລັງແນມເບິ່ງຢ່າງບໍ່ລົດລະ ເພາະນີ້ແມ່ນ "ຈຸດປ່ຽນ" ທີ່ປະກາດ ຢ່າງເປັນທາງ ການວ່າ: ໂລກກໍາລັງຍ້າຍອອກຈາກຍຸກໂລກຂົ້ວດຽວໄປສູ່ໂລກຫລາຍຂົ້ວບໍ່ສາມາດຢຸດຢັ້ງໄດ້

ຂປລ.ກອງປະຊຸມສຸດຍອດຜູ້ນຳບຣິກສ ( BRICS) ຄັ້ງທີ 18 ບໍ່ໄດ້ເປັນພຽງ "ວາລະພົບປະຫາລື" ທຳມະດາ ອີກຕໍ່ໄປ ແຕ່ໃນສາຍຕາຊາດເວັນຕົກ ກຳລັງແນມ ເບິ່ງຢ່າງ ບໍ່ລົດລະ ເພາະນີ້ແມ່ນ "ຈຸດປ່ຽນ" ທີ່ປະກາດຢ່າງເປັນທາງການວ່າ: ໂລກກໍາລັງຍ້າຍອອກຈາກ ຍຸກໂລກຂົ້ວດຽວໄປສູ່ໂລກ ຫລາຍຂົ້ວບໍ່ສາມາດຢຸດຢັ້ງໄດ້, ທ່າມກາງລົມພາຍຸ ແຫ່ງການ ປ່ຽນແປງ ດ້ານພູມສາດ ການເມືອງ, ເຕັກໂນໂລຢີ, ການພັດທະນາ ເສດຖະ ກິດ-ສັງຄົມດຸເດືອດຂ້ຽວຂາດທີ່ສຸດໃນຮອບ 100 ປີ.
ກອງປະຊຸມ ສຸດຍອດຜູ້ນຳບຣິກສ( BRICS)ໄດ້ຈັດຂຶ້ນລະຫວ່າງ 12-13 ກັນຍາ 2026 ຜ່ານມານີ້ທີ່ນະຄອນຫລວງ ນີວເດລີ, ປະເທດອິນເດຍ ເຊິ່ງພໍດີຄົບຮອບ 20 ປີ ຂອງການສ້າງຕັ້ງບຣິກສ, ໂດຍອິນເດຍເປັນເຈົ້າພາບກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ "ການປັບຕົວ, ນະວັດຕະກຳ, ການຮ່ວມມື ແລະ ຄວາມຍືນຍົງ" ເຊິ່ງມີ
ຜູ້ນຳໂລກ11 ຊາດສໍາຄັນໃຫ້ກຽດ ເຂົ້າຮ່ວມຢ່າງພ້ອມພຽງນັບຈາກ ທ່ານ ນາເຣນ ດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ໃນນາມເປັນເຈົ້າພາບກອງປະຊຸມ, ທ່ານ ສີຈິ້ນ ຜິງ ປະທານປະເທດຈີນ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ, ທ່ານ ຊິຣີລ ຣາມາໂຟຊາ ປະທານາທິບໍດີ ອາຟຣິກາໃຕ້, ທ່ານ ມາຊຸດ ເປເຊດສະຄຽນ ປະທານາທິບໍດີອີຣານ, ທ່ານ ອັບເດລ ຟັດຕາ ເອລຊີຊີ ປະທານາທິບໍດີເອຢິບ,ພ້ອມ ບັນດາປະມຸກລັດ,ຫົວໜ້າລັດຖະບານ ແລະ ອົງການຈັດຕັ້ງສາກົນອື່ນໆ.

ປັດຈຸບັນນີ້, BRICS ປະກອບມີ 11 ປະເທດສະມາຊິກຄື: ບຣາຊິນ, ຈີນ, ອີຢິບ, ອີທິໂອເປຍ, ອິນເດຍ, ອິນໂດເນເຊຍ, ອີຣານ, ລັດເຊຍ, ຊາອຸດີອາຣາເບຍ, ອາຟຣິກາໃຕ້, ສະຫະລັດ ອາຣັບເອມີເຣດ, ນອກຈາກນັ້ນຍັງມີ 10 ປະເທດຄູ່ຮ່ວມມືເຊັ່ນ: ເບລາຣຸດ, ໂບລິເວຍ, ກູບາ, ຄາຊັກສະຖານ, ມາເລເຊຍ, ໄນຈີເຣຍ, ໄທ, ອູການດາ, ອຸສເບກິສຖານ, ຫວຽດນາມ ເຂົ້າຮ່ວມຢ່າງກວ້າງຂວາງ. ພາຍໃຕ້ບັນຍາກາດ ຂອງກອງປະຊຸມສຸດຍອດ ຜູ້ນໍາບຣິກ (BRICS)ຄັ້ງທີ 18 ໄດ້ດໍາ ເນີນໄປຢ່າງຟົດຟື້ນ, ບັນດາ ຜູ້ນໍາໂລກກຕ່າງກໍມີ ຄໍາເຫັນ,ຍົກບັນຫາ ສໍາຄັນທີ່ໜ້າສົນໃຈ ແລະ ສິ່ງທ້າທາຍກ່ຽວກັບ ການປ່ຽນແປງດ້ານ ພູມສາດການເມືອງ, ເຕັກໂນໂລຢີ, ການພັດທະນາ ເສດຖະກິດ-ສັງຄົມ ຢ່າງຮອບດ້ານດັ່ງນີ້: ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສ ສຳຄັນໃນເວທີກອງປະຊຸມ ສຸດຍອດບຣິກສ ຄັ້ງທີ 18 ພາຍໃຕ້ຫົວຂໍ້ “ສ້າງພື້ນຖານທີ່ໝັ້ນແກ່ນ ໃຫ້ແກ່ການຮ່ວມມື ບຣິກສ ແລະ ເຮັດໃຫ້ເຂດໂລກໃຕ້ ເຕີບໃຫຍ່ຂະຫຍາຍຕົວ”.

ປັດຈຸບັນ, ການປ່ຽນແປງ ຮອບຮ້ອຍປີຂອງໂລກ ພວມເລັ່ງໄວຂຶ້ນ, ບັນດາປະເທດເຂດໂລກໃຕ້ ໄດ້ພັດທະນາກ້າວກະໂດດຂຶ້ນ ເຊິ່ງກາຍເປັນກຳລັງ ຂັບເຄື່ອນສຳຄັນ ໃນການຊຸກຍູ້ ຂະບວນການຫລາຍຂົ້ວຂອງໂລກ. ໃນຂະນະດຽວກັນ, ສະຖານະການສາກົນ ປ່ຽນແປງເລື້ອຍໆ ແລະ ມີຄວາມສະຫລັບສັບຊ້ອນ, ຄວາມສ່ຽງ ແລະ ສິ່ງທ້າຍທາຍຕ່າງໆ ເກີດຂຶ້ນເລື້ອຍໆ. ຢາກເຮັດໃຫ້ໂລກ ມີສະຖຽນລະພາບດີຂຶ້ນ, ປະເທດສະມາຊິກບຣິກສ ຕ້ອງກຳຄວາມເປັນເຈົ້າການ ທາງປະຫວັດສາດ, ສາມັກຄີກັບບັນດາປະເທດ ເຂດໂລກໃຕ້, ເສີມຂະຫຍາຍ ບົດບາດທີ່ຕັ້ງໜ້າ, ໝັ້ນທ່ຽງ ແລະ ສ້າງສັນໃນວຽກງານສາກົນ ພ້ອມທັງເພີ່ມຄວາມຜາສຸກ ຮ່ວມໃຫ້ແກ່ມວນມະນຸດ. ທ່ານ ສີຈິ້ນຜິງ ຍັງໄດ້ສະເໜີ 5 ຂໍ້ສໍາຄັນໃຫ້ແກ່ ການລົງເລິກການຮ່ວມມືບຣິກສ ຄື: ໜຶ່ງແມ່ນສ້າງຜົນປະໂຫຍດ ໃຫ້ທົ່ວເຖິງໃນດ້ານ ປັນຍາປະດິດແບບເປີດ, ສອງແມ່ນອຳນວຍຄວາມສະດວກ ໃຫ້ແກ່ການຄ້າ ແລະ ການລົງທຶນ, ສາມແມ່ນການຮ່ວມມື ດ້ານອຸດສາຫະກຳດີຈິຕອນ, ສີ່ແມ່ນການຮ່ວມມື ດ້ານການຜະລິດອັດສະລິຍະ ແລະ ຫ້າແມ່ນບຳລຸງສ້າງ ຜູ້ມີຄວາມຮູ້ຄວາມສາມາດ ດ້ານວິທະຍາສາດ ເຕັກໂນໂລຊີ; ແລະ ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ປີນີ້ແມ່ນປີທໍາອິດທີ່ຈີນ ເລີ່ມປະຕິບັດ “ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”. “ແຜນພັດທະນາ” ດັ່ງກ່າວ ບໍ່ພຽງແຕ່ ແມ່ນແຜນຜັງດ້ານ ການພັດທະນາຂອງຈີນ ເອງເທົ່ານັ້ນ, ຍັງແມ່ນບັນຊີລາຍຊື່ ດ້ານການຮ່ວມມືກັບ ໂລກອີກດ້ວຍ. ຈີນ ຈະສືບຕໍ່ຊຸກຍູ້ການພັດທະນາ ດ້ວຍຄຸນນະພາບສູງ, ເປີດກວ້າງການເປີດ ປະຕູສູ່ພາຍນອກໃນລະດັບສູງ, ຈັດຕັ້ງປະຕິບັດຂໍ້ລິເລີ່ມ ການພັດທະນາທົ່ວໂລກ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຮ່ວມກັນຊົມໃຊ້ໂອກາດ ແລະ ສ້າງຄວາມຈະເລີນຮຸ່ງເຮືອງ ຮ່ວມກັນກັບປະເທດຕ່າງໆ ໃນໂລກ ພ້ອມທັງຮ່ວມກັນຂຽນ ປະຫວັດສາດໜ້າໃໝ່ ແຫ່ງຄວາມສາມັກຄີ ແລະ ການສ້າງ ຄວາມເຂັ້ມແຂງ ດ້ວຍຕົນເອງ ຂອງເຂດໂລກໃຕ້.

ພ້ອມດຽວກັນນີ້, ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນ ຕີອິນເດຍໃນຖານະ ເປັນເຈົ້າພາບຈັດກອງປະຊຸມ ໄດ້ກ່າວຄໍາປະໄສວ່າ: 1).ພາຍໃຕ້ການເປັນ ປະທານຂອງ ອິນເດຍ, ກຸ່ມ BRICS ໄດ້ຕັ້ງເປົ້າໝາຍຢູ່ 4 ເສົາຫລັກຄື:ການປັບຕົວ (Resilience), ນະວັດຕະກຳ (Innovation), ການຮ່ວມມື (Cooperation) ແລະ ຄວາມຍືນຍົງ (Sustainability); 2). ຈາກ "ຜູ້ຮັບກົດເກນ" ສູ່ "ຜູ້ກຳນົດກົດເກນ": BRICS ໄດ້ຮອດຈຸດ "ເຕີບໃຫຍ່ເຕັມທີ່" ແລະ ຮຽກຮ້ອງໃຫ້ ບັນດາປະເທດ ເຂດໂລກໃຕ້ Global South ກ້າວອອກຈາກ ການເປັນພຽງ "ຜູ້ຮັບກົດເກນ" ໄປສູ່ການເປັນ "ຜູ້ກຳນົດກົດເກນ" ໃນເວທີໂລກ; 3).ຄວາມສາມັກຄີ ແລະ ຄວາມໄວ້ວາງໃຈ: ຄວາມເຂັ້ມແຂງຂອງ BRICS ແມ່ນຢູ່ທີ່ຄວາມ ຫລາກຫລາຍນັບມື້ ເພີ່ມຂຶ້ນໄປຄຽງຄູ່ ກັບການຮັບຟັງ ແລະ ວິທີແກ້ໄຂບັນຫາຕ່າງໆ ຮ່ວມກັນ;4). ຕໍ່ຕ້ານການນຳເອົາ ເຕັກໂນໂລຊີ ມາເປັນອາວຸດທີ່ບໍ່ສອດຄ່ອງ ກັບຄວາມເອກະພາບ ຂອງໂລກ: ການນຳເອົາເຕັກໂນໂລຊີ ແລະ ການຄ້າສຳຄັນມາເປັນ ອາວຸດໄດ້ສ້າງອຸປະສັກ ຕໍ່ການເຕີບໂຕຮ່ວມກັນ ຂອງເສດ ຖະກິດໂລກຈຶ່ງ ຕ້ອງເນັ້ນການນຳໃຊ້ ເຕັກໂນໂລຊີ ໃຫ້ເກີດປະໂຫຍດ ຕໍ່ສ່ວນລວມ ແລະ ບໍ່ເປັນອັນຕະລາຍຕໍ່ໂລກ; 5). ການປະຕິຮູບສະຖາບັນທົ່ວໂລກ- ໄດ້ຮຽກຮ້ອງໃຫ້ມີການປະຕິຮູບ ໂຄງສ້າງການປົກຄອງທົ່ວໂລກ ເຊິ່ງເຫັນວ່າໂຄງສ້າງປັດຈຸບັນຄ້າຍຄື "ປິຣາມິດ" ທີ່ອໍານາດລວມຢູ່ຊັ້ນເທິງ ໃນຂະນະທີ່ຊັ້ນລຸ່ມ ເປັນປະເທດ ທີ່ໄດ້ຮັບຜົນກະທົບ ແຕ່ບໍ່ສາມາດມີສ່ວນຮ່ວມ ໃນການຕັດສິນໃຈ; 6).ຂໍ້ລິເລີ່ມໃໝ່ທີ່ສຳຄັນ: ລະບົບເຕືອນໄພລ່ວງໜ້າ ແບບປະສົມສຳລັບຮັບມືກັບ ບັນຫາພະຍາດຕິດຕໍ່ ແລະ ຄູ່ມືຈັດການໄພພິບັດ, ກອບການຮ່ວມມື ລະບົບຕ່ອງໂສ້ ການສະໜອງຂອງ BRICS ເພື່ອໃຫ້ລະບົບຕ່ອງໂສ້ ມີຄວາມໜ້າເຊື່ອຖື ແລະ ຍືດຍຸ້ນ(ຕີຫລົບທົບໄດ້), ສ້າງເຄືອຂ່າຍຂອງ BRICS ເພື່ອເຊື່ອມຕໍ່ພາກ ທຸລະກິດສະຕາດອັບ ແລະ ກອງທຶນນະວັດ ຕະກຳສະຕາດ ອັບຂອງ BRICS,

ສ່ວນ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ກໍໄດ້ກ່າວຄໍາປາໄສເຊັ່ນກັນ ໂດຍລະບຸວ່າ: 1). "ດຽວນີ້ໂລກກຳລັງຜ່ານການ ປ່ຽນແປງດ້ານໂຄງສ້າງ ທີ່ເລິກເຊິງ ແລະ ກວ້າງຂວາງ" ໃນນັ້ນ ຜູ້ນຳເກົ່າທີ່ເຄີຍ ເປັນຜູ້ນຳການເຕີບໂຕ ໃນສະຕະວັດທີ 20 ກໍາລັງຖືກແທນທີ່ດ້ວຍ "ເຄື່ອງຈັກໃໝ່" ນັ້ນຄືປະເທດ BRICS; 2). ຈຸດແຂງໃຫຍ່ຂອງ BRICS ແມ່ນ "ທ່າແຮງດ້ານປັນຍາ ແລະ ເຕັກໂນໂລຢີ" ໃນນັ້ນ BRICS ກວມເອົາ 50% ຂອງປະຊາກອນໂລກ, 40% ຂອງຈີດີພີໂລກ, ຫລາຍກວ່າ 26% ຂອງການຄ້າໂລກ ແຕ່ສິ່ງສຳຄັນ ທີ່ສຸດແມ່ນ ທ່າແຮງດ້ານປັນຍາ ແລະ ເຕັກໂນໂລຊີອັນໃຫຍ່ຫລວງທີ່ພວກເຮົາມີ; 3). ເສີມສ້າງພະຫຸພາຄີ ແລະ ໂລກຫລາຍຂົ້ວຢ່າງແທ້ຈິງ: BRICS ເປັນກຳລັງຂັບເຄື່ອນ ຫລັກຂອງການສ້າງ ລະບົບໂລກຫລາຍຂົ້ວ ທີ່ຍຸຕິທຳກວ່າ ແລະ ຮຽກຮ້ອງໃຫ້ຍຶດໝັ້ນ "ກົດໝາຍສາກົນ ແລະ ຖະແຫລງການ ສະຫະປະຊາຊາດ ຫລື UN" ແທນ "ລະບຽບທີ່ອີງໃສ່ ກົດທີ່ບໍ່ຮູ້ວ່າໃຜສ້າງ"; 4). ສະເໜີໂຄງການ ປະຕິບັດຕົວຈິງ 3 ຢ່າງຄື: ໜຶ່ງ: BRICS ເພື່ອຊຳລະເງິນຂ້າມຊາຍແດນ ໂດຍບໍ່ຜ່ານລະບົບສະວິບ(SWIFT),ສອງ: ແພລດຟອມ ການລົງທຶນໃໝ່ ເພື່ອໃຫ້ກູ້ໂຄງການ ການຄ້າ, ພື້ນຖານໂຄງລ່າງ, AI, ຄົມະນາຄົມຂົນສົ່ງ, ສາມ: ສ້າງຕະຫລາດເຂົ້າສາລີ ແລະ ລະບົບປະກັນໄພຮ່ວມກັນ; 5). ຢືນຢັນວ່າ BRICS "ບໍ່ໄດ້ຕໍ່ຕ້ານໃຜ"ພວກເຮົາເນັ້ນການຮ່ວມມື ດ້ານເສດຖະກິດ ທີ່ຂະຫຍາຍຕົວຂອງ BRICS ໂດຍບໍ່ໄດ້ມີເປົ້າໝາຍ ຕໍ່ຕ້ານປະເທດໃດ` ແຕ່ເພື່ອຜົນປະໂຫຍດ ແຫ່ງຊາດຂອງບຣິກ ແລະ ໂລກ.

ກອງປະຊຸມສຸດຍອດຜູ້ນຳ BRICS ຄັ້ງທີ 18 ທີ່ນະຄອນຫລວງ ນິວເດລີ ປະເທດອິນເດຍ ກາຍເປັນຈຸດໝາຍສຳຄັນຄົບຮອບ 20 ປີຂອງ BRICS ໄດ້ສະແດງ ໃຫ້ເຫັນຢ່າງຊັດເຈນວ່າ ໂລກກຳລັງກ້າວໄປ ສູ່ຍຸກຫລາຍຂົ້ວຢ່າງບໍ່ສາມາດຢຸດຢັ້ງ. ດ້ວຍ 11 ປະເທດສະມາຊິກ ແລະ 10 ປະເທດຄູ່ຮ່ວມມື, ບັນດາຜູ້ນຳ ໄດ້ເນັ້ນເຖິງຄວາມຍືດຍຸ້ນ, ນະວັດຕະກຳ, ການຮ່ວມມື ແລະ ຄວາມຍືນຍົງ; ການປ່ຽນຈາກ “ຜູ້ຮັບກົດເກນ” ເປັນ “ຜູ້ກຳນົດກົດເກນ”; ການປະຕິຮູບ ສະຖາບັນທົ່ວໂລກ; ການຕ້ານການນຳ ເອົາເຕັກໂນໂລຊີ ມາເປັນອາວຸດທີ່ບໍ່ສອດຄ່ອງ ກັບຄວາມເອກະພາບ ຂອງໂລກ; ພ້ອມທັງຊຸກຍູ້ການຄ້າ, ການລົງທຶນ, AI, ລະບົບຊຳລະເງິນ ແລະ ລະບົບຕ່ອງໂສ້ການສະໜອງ. ທັງໝົດນີ້ສະແດງວ່າ BRICS ແລະ ເຂດໂລກໃຕ້ ກຳລັງເຕີບໃຫຍ່ຂຶ້ນ ເພື່ອສ້າງລະບົບໂລກ ທີ່ຍຸຕິທຳສົມດຸນ ແລະ ຫລາຍຂົ້ວຢ່າງແທ້ຈິງ, ໂດຍບໍ່ໄດ້ຕໍ່ຕ້ານໃຜ ແຕ່ສຸມໃສ່ຜົນປະໂຫຍດ ຮ່ວມຂອງສະມາຊິກ ແລະ ມວນມະນຸດທົ່ວໂລກ.

ຕໍ່ຈາກນີ້, ຈີນຈະສືບຕໍ່ເປັນເຈົ້າພາບ ກອງປະຊຸມສຸດຍອດຜູ້ນຳ BRICS ຄັ້ງທີ 19 ພາຍໃນປີ 2027 ຍິ່ງຈະສ້າງກາລະໂອກາດໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ເປັນ “ປີຄໍາຂອງຈີນຂອງໂລກ” ເຊິ່ງຈະນໍາພາມວນມະນຸດ ເດີນໄປຂ້າງໜ້າ ດ້ວຍບາດກ້າວໝັ້ນຄົງ, ພ້ອມກັນສະແຫວງຫາ ຄວາມຈະເລີນຮຸ່ງເຮືອງ, ຢູ່ດີກິນດີ, ສັນຕິພາບ, ຄວາມສະຫງົບສຸກ, ຄວາມຍຸຕິທໍາຢ່າງບໍ່ຢຸດຢັ້ງ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL