ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີ

17/09/2026 12:52
ຂປລ ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້ ເພື່ອພັດທະນາຂີດຄວາມສາມາດໃນການຈັດຕັ້ງປະຕິບັດບັນດາມາດຕະຖານຂອງອົງການພາສີໂລກ (WCO) ແລະ ອົງການການຄ້າໂລກ (WTO), ເສີມສ້າງຄວາມຊຳນານງານ ແລະ ຄວາມຮູ້ວິຊາການດ້ານວຽກງານວິຊາສະເພາະໃຫ້ແກ່ເຈົ້າໜ້າທີ່ພາສີ ສປປ ລາວ ຊຶ່ງຈະຝຶກໃນ 3 ຫົວຂໍ້ ຄື:

  1. ການຈັດລະຫັດສິນຄ້າ (HS Code): ແລກປ່ຽນບົດຮຽນການຈັດລະຫັດສິນຄ້າ (ໂດຍສະເພາະຂົງເຂດສານເຄມີ, ຢາປົວພະຍາດ, ເຫຼັກ ແລະ ອຸປະກອນກົນຈັກ), ແນະນຳການປັບປຸງສາລະບານສິນຄ້າລະບົບເອກະພາບ ຮຸ່ນປີ 2028 (HS 2028) ແລະ ການນຳໃຊ້ເຄື່ອງມືຄົ້ນຫາ ເພື່ອແກ້ໄຂຂໍ້ຂັດແຍ່ງດ້ານລະຫັດສິນຄ້າ;

  2. ການກຳນົດມູນຄ່າແຈ້ງພາສີ: ສຶກສາຫຼັກການ ແລະ ວິທີການກຳນົດມູນຄ່າແຈ້ງພາສີ ສຳລັບສິນຄ້າສົ່ງອອກ-ນຳເຂົ້າ, ການກຳນົດມູນຄ່າສິນຄ້າພິເສດ, ກົນໄກການກຳນົດມູນຄ່າແຈ້ງພາສີຂອງສາກົນ ແລະ ການສ້າງຖານຂໍ້ມູນມູນຄ່າແຈ້ງພາສີຂອງພາສີຫວຽດນາມ;

  3. ກົດລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin - C/O): ຮຽນຮູ້ລະບົບກົດລະບຽບແຫຼ່ງກຳເນີດສິນຄ້າ, ການຈັດຕັ້ງປະຕິບັດສັນຍາການຄ້າເສລີ (FTA) ແບບດັ້ງເດີມ ແລະ ແບບໃໝ່, ພ້ອມທັງວຽກງານການກວດກາ ແລະ ຢັ້ງຢືນແຫຼ່ງກຳເນີດ.

ພ້ອມນັ້ນ, ກໍໄດ້ແລກປ່ຽນບົດຮຽນຕົວຈິງ ເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຄົ້ນຄວ້າບົດຝຶກຫັດເປັນກຸ່ມ ແລະ ແລກປ່ຽນປະສົບການຕົວຈິງຈາກຜູ້ຕາງໜ້າດ່ານພາສີທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1.

ການຝຶກອົບຮົມ ຈະຊ່ວຍໃຫ້ເຈົ້າໜ້າທີ່ພາສີ ສປປ ລາວ ສາມາດນຳເອົາບົດຮຽນ, ທັກສະ ແລະ ເຕັກນິກ ໄປປັບໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢູ່ບັນດາດ່ານພາສີຊາຍແດນ ເພື່ອເພີ່ມປະສິດທິພາບໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ການບໍລິຫານຄວາມສ່ຽງ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ສອດຄ່ອງກັບມາດຕະຖານສາກົນ.

KPL

ຂ່າວອື່ນໆ

ads
ads

Top