ຍີ່ປຸ່ນ ສ້າງຕົວເລກສະຖິຕິ ຈຳນວນຜູ້ສູງອາຍຸ 100 ປີ ບັນລຸ 100 ກວ່າຄົນ ເປັນຄັ້ງທຳອິດ

17/09/2026 10:13
Email Print 106
ຂປລ ກະຊວງ ສາທາລະນະສຸກ ແຮງງານ ແລະ ສະຫວັດດີການ ຂອງ ຍີ່ປຸ່ນ ລາຍງານວ່າ ຈຳນວນປະຊາກອນ ຍີ່ປຸ່ນ ທີ່ມີ ອາຍຸ 100 ປີຂຶ້ນໄປ ເພີ່ມຂຶ້ນເປັນ 107.677 ຄົນ ໃນປີນີ້ ເຊິ່ງຖືເປັນ ຄັ້ງທຳອິດ ທີ່ປັບຕົວເລກ ບັນລຸກວ່າ 100.000 ຄົນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 15 ກໍລະກົດ ວ່າ: ກະຊວງ ສາທາລະນະສຸກ ແຮງງານ ແລະ ສະຫວັດດີການ ຂອງ ຍີ່ປຸ່ນ ລາຍງານວ່າ ຈຳນວນປະຊາກອນ ຍີ່ປຸ່ນ ທີ່ມີ ອາຍຸ 100 ປີຂຶ້ນໄປ ເພີ່ມຂຶ້ນເປັນ 107.677 ຄົນ ໃນປີນີ້ ເຊິ່ງຖືເປັນ ຄັ້ງທຳອິດ ທີ່ປັບຕົວເລກ ບັນລຸກວ່າ 100.000 ຄົນ.

ໂດຍຈຳນວນ ຜູ້ທີ່ມີອາຍຸ 100 ປີຂຶ້ນໄປ ໃນ ຍີ່ປຸ່ນ ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຈາກ ທີ່ມີພຽງແຕ່ 153 ຄົນ ເມື່ອເລີ່ມດຳເນີນ ຕົວເລກ ສະຖິຕິ ຢ່າງເປັນທາງການ ໃນປີ 1963 ແລະ ເພີ່ມຂຶ້ນເປັນປະມານ 10.000 ຄົນ ເມື່ອປີ 1998.

ຄວາມສຳເລັດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ການພັດທະນາ ດ້ານ ສາທາລະນະສຸກ ແລະ ການແພດ ລວມເຖິງພຶດຕິກຳ ການຮັບປະທານ ອາຫານ ແລະ ການໃຊ້ຊີວິດ ທີ່ ສົ່ງເສີມ ສຸຂະພາບ. ໂດຍອົງການ ສະຫະປະຊາຊາດ (ສປຊ) ປະເມີນວ່າ ທົ່ວໂລກ ມີຜູ້ທີ່ມີອາຍຸ 100 ປີຂຶ້ນໄປ ປະມານ 672.000 ຄົນ. ໃນນັ້ນ ປະເທດ ຍີ່ປຸ່ນ ມີຈຳນວນຫລາຍທີ່ສຸດ ກວມເອົາ ປະມານ 88% ເປັນເພດຍິງ, ເຊິ່ງມີອາຍຸຍືນຍາວ ກວ່າເພດຊາຍ ສ່ວນໜຶ່ງ ແມ່ນມາຈາກ ປັດໄຈສ່ຽງ ຈາກການ ສູບຢາ, ການດື່ມເຫລົ້າ ຢ່າງໜັກ ແລະ ອຸບັດເຫດຮ້າຍແຮງ ທີ່ມີໜ້ອຍກວ່າ./

KPL

ຂ່າວອື່ນໆ

ads
ads

Top