ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

11/09/2026 09:42
Email Print 1529
ຂປລ ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.
ພ້ອມນີ້, ການນໍາເມືອງຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ການເດີນທາງຂອງພີ່ນ້ອງປະຊາຊົນ ໂດຍສະເພາະ ໃນຈຸດທີ່ຍັງມີນໍ້າຖ້ວມຂັງ ແລະ ຈຸດທີ່ເສັ້ນທາງ ຫຼື ຂົວອາດມີຄວາມສ່ຽງ.

ຈາກການຕິດຕາມສະພາບຫຼ້າສຸດ ມາຮອດວັນທີ 9 ກັນຍາ 2026 ສະພາບນໍ້າຖ້ວມໂດຍລວມໃນພື້ນທີ່ເມືອງອາດສະພອນ ແມ່ນມີທ່າອ່ຽງດີຂຶ້ນ ເຮັດໃຫ້ລະດັບນໍ້າໄດ້ຫຼຸດລົງຫຼາຍແລ້ວ, ສະພາບຝົນຕົກກໍໄດ້ຫຼຸດລົງ ເຮັດໃຫ້ເສັ້ນທາງຫຼາຍສາຍ ສາມາດໃຫ້ພາຫະນະ ແລະ ປະຊາຊົນສັນຈອນໄປ-ມາໄດ້ຕາມປົກກະຕິ.

ເຖິງແນວໃດກໍຕາມ, ບາງຈຸດທີ່ເຄີຍຖືກນໍ້າຖ້ວມອາດຍັງມີສະພາບດິນອ່ອນ, ເປັນຂີ້ຕົມ ຫຼື ມີຄວາມເສຍຫາຍບາງສ່ວນຂອງໜ້າທາງ ແລະ ໂຄງສ້າງຂົວ. ດັ່ງນັ້ນ, ພາກສ່ວນກ່ຽວຂ້ອງຍັງຈະສືບຕໍ່ຕິດຕາມສະພາບຢ່າງໃກ້ຊິດ ແລະ ກວດກາຈຸດທີ່ເສຍຫາຍ ເພື່ອວາງແຜນສ້ອມແປງ ແລະ ຟື້ນຟູໃຫ້ສາມາດນໍາໃຊ້ໄດ້ຢ່າງປອດໄພ ແລະ ສະດວກແກ່ປະຊາຊົນ.

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top