ຕົວແທນແມ່ຍິງລາວ ໄປປະກວດ ນາງສາວງາມ ໃນເວທີໂລກ ຢູ່ຟີລິບປິນ

15/10/2022 20:32
Email Print 1005
ຂປລ ຂປລ.ນາງສາວ ຈິນຕະນາ ຄິດາພອນ(ຕາໂຕ) ໄດ້ຮັບແຕ່ງຕັ້ງເປັນນາງສາວລາວ (Miss Earth Laos) ເພື່ອເປັນຕົວແທນໃຫ້ແກ່ ແມ່ຍິງລາວ ເຂົ້າຮ່ວມແຂ່ງຂັນໃນເວທີລະດັບໂລກ (Miss Earth 2022) ໃນທ້າຍເດືອນຕຸລາ 2022 ນີ້, ຢູ່ປະເທດຟີລິບປິນ. ນາງ ຈິນຕະນາ ຄິດາພອນ ສູງ 168 ຊັງຕີແມັດ,



ຂປລ.ນາງສາວ ຈິນຕະນາ ຄິດາພອນ(ຕາໂຕ) ໄດ້ຮັບແຕ່ງຕັ້ງເປັນນາງສາວລາວ (Miss Earth Laos) ເພື່ອເປັນຕົວແທນໃຫ້ແກ່ ແມ່ຍິງລາວ ເຂົ້າຮ່ວມແຂ່ງຂັນໃນເວທີລະດັບໂລກ (Miss Earth 2022) ໃນທ້າຍເດືອນຕຸລາ 2022 ນີ້, ຢູ່ປະເທດຟີລິບປິນ. ນາງ ຈິນຕະນາ ຄິດາພອນ ສູງ 168 ຊັງຕີແມັດ, ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວ ເຊິ່ງໃນໄລຍະຜ່ານມາ ເຄີຍແຂ່ງຂັນ ມິດເວີ 2018 (Miss world 2018), ລາວຊຸບເປີໂມເດວ 2019 (Lao super model 2019), ພ້ອມນີ້ຍັງຜ່ານເວທີເດີນແບບ, ຖ່າຍແບບ ມາແລ້ວຫລາຍເວທີ.

ພິທີຖະແຫລງຂ່າວໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2022 ຜ່ານມາ ຢູ່ໂຮງແຮມລາວເທວ ໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ຫລວງວຽງຈັນ(ນວ) ເຊິ່ງມີບຸກຄົນໃນວົງການບັນເທິງ, ດາລາ, ນາງງາມ, ນັກຮ້ອງ, ນັກສະ ແດງ, ນາຍແບບ, ລວມທັງຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມ. ການແຕ່ງຕັ້ງ MISS EARTH LAOS ໄປປະກວດໃນເວທີສາກົນ ຄັ້ງນີ້ ເປັນການຊຸກຍູ້ສົ່ງເສີມແມ່ຍິງລາວໄດ້ສະແດງຄວາມຮູ້ຄວາມສາມາດ, ທັກສະຕ່າງໆ ລວມໄປເຖິງການເຜີຍແຜ່ ວັດທະນະທຳ, ຮີດຄອງປະເພນີຂອງຊາດລາວ ອອກສູ່ສາຍຕາຂອງສາກົນ ເປັນຕົ້ນແມ່ນການແຕ່ງກາຍ, ກິລິຍາ, ມາລະຍາດທີ່ບົ່ງບອກເຖິງຄວາມເປັນລາວ ແລະ ໂຄງ ການດັ່ງກ່າວ ເປັນອີກໂຄງການໜຶ່ງທີ່ຊຸກຍູ້ສົ່ງເສີມເສີມ ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.

ໂອກາດດັ່ງກ່າວ, ນາງ ຈິນຕະນາ ຄິດາພອນ ກ່າວວ່າ: ຕົນຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫລາຍ ທີ່ໄດ້ເປັນຕົວແທນໃຫ້ແມ່ຍິງລາວ ໃນທົ່ວປະເທດ ໄປຮ່ວມແຂ່ງຂັນໃນເວທີສາກົນ, ພ້ອມທັງ ຢືນຢັນວ່າ ຈະເຮັດໜ້າທີ່ໃຫ້ດີທີ່ສຸດ ໃນການເປັນຕົວແທນຂອງແມ່ຍິງລາວ ນຳເອົາວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງ ສປປ ລາວ ໄປເຜີຍແຜ່ ໃຫ້ທົ່ວໂລກ ໄດ້ຮັບຮູ້ ສປປ ລາວ ຫລາຍຂຶ້ນ.

    ສໍາລັບ ຊ່ອງທາງການຕິດຕາມ ແລະ ໃຫ້ການສະໜັບສະໜູນໃນການເຂົ້າຮ່ວມແຂ່ງຂັນ Miss Earth 2022 ສາມາດຕິດຕາມໄດ້ທີ່ ເພຈ TatoJintanaKdp ແລະ ເພຈ Miss Earth Laos.

ພາບ: ເກດສະໜາ

 


KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top