ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

21/10/2026 09:14
Email Print 126
ຂປລ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປີ 2012 ຊຶ່ງໄລຍະຜ່ານມາ ວຽກງານການຈະລາຈອນທາງບົກແມ່ນໜຶ່ງໃນວຽກງານທີ່ພັກ-ລັດ ໄດ້ເອົາໃຈໃສ່ໃນການອຳນວຍຄວາມສະດວກ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ປະຊາຊົນທີ່ນຳໃຊ້ຍານພາຫະນະທາງບົກຕາມທາງຫຼວງ, ທັງເປັນການກະຕຸກຊຸກຍູ້ໃຫ້ແກ່ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ເຖິງຢ່າງໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານຈະລາຈອນທາງບົກໃນໄລຍະຜ່ານມາ ເຫັນວ່າຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ປັບປຸງກົດໝາຍສະບັບດັ່ງກ່າວ ໂດຍສະເພາະດ້ານເຄື່ອງມືໃນການຄຸ້ມຄອງ ເຊັ່ນ: ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃນປັດຈຸບັນຍັງບໍ່ທັນຄົບຖ້ວນ, ບາງເນື້ອໃນຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ໂດຍສະເພາະວຽກງານຈະລາຈອນທາງບົກທີ່ມີການຂະຫຍາຍຕົວຢ່າງວ່ອງໄວ; ຍັງບໍ່ທັນມີລະບົບຖານຂໍ້ມູນລວມສູນ ຊຶ່ງເຮັດໃຫ້ການເກັບກຳສະຖິຕິ, ການຕິດຕາມກ່ຽວກັບວຽກງານຈະລາຈອນທາງບົກຍັງມີຄວາມຫຍຸ້ງຍາກ; ການປະສານງານ ແລະ ການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງມີລັກສະນະຊ້ຳຊ້ອນ ແລະ ບໍ່ທັນມີປະສິດທິພາບເທົ່າທີ່ຄວນ.

ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ ປະກອບມີ 12 ພາກ, 11 ໝວດ ແລະ 100 ມາດຕາ (ສ້າງໃໝ່ 31 ມາດຕາ ແລະ ປັບປຸງມີ 69 ມາດຕາ). ຖ້າກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນເຄື່ອງມືສຳຄັນໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030, ສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສາມາດຍົກລະດັບການຄຸ້ມຄອງການຈະລາຈອນທາງບົກໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ຜູ້ນຳໃຊ້ລົດ, ນຳໃຊ້ທາງຫຼວງປະຕິບັດຖືກຕ້ອງຕາມກົດຈະລາຈອນທາງບົກ; ເປັນບ່ອນອີງໃນການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ຄຸ້ມຄອງການຈະລາຈອນທາງບົກ ແນໃສ່ຫຼຸດຜ່ອນອຸບັດເຫດ, ຄວາມແອອັດໃນການສັນຈອນ, ປົກປ້ອງຊີວິດ, ຊັບສິນຂອງບຸກຄົນ, ຊັບສິນສາທາລະນະ, ແກ້ໄຂຄະດີຕ່າງໆກ່ຽວກັບການຈະລາຈອນທາງບົກທີ່ເກີດຂຶ້ນ, ຮັບປະກັນການເຊື່ອມໂຍງ-ເຊື່ອມຈອດກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ທັງເປັນການປະກອບສ່ວນເຂົ້າໃນການສ້າງລັດ ແຫ່ງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ; ດຶງດູດການຮ່ວມມືດ້ານວິຊາການ, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າໃນວຽກງານການຈະລາຈອນທາງບົກໃຫ້ຫຼາຍຂຶ້ນ; ເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ; ສ້າງວຽກເຮັດງານທຳ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ພາກທຸລະກິດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຕໍ່ວຽກງານການຈະລາຈອນທາງບົກໃນ ສປປ ລາວ.

ຂ່າວ: ກິດຕາ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

ads
ads

Top