ຂປລ
ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.
ທ່ານ ແສງອາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ, ປະທານຄະນະກຳມະການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈຳປີ 2026 ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຈັດງານບຸນດັ່ງກ່າວ ຕໍ່ສື່ມວນຊົນໃນວັນທີ 14 ຕຸລາ 2026 ນີ້ວ່າ: ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຈະຈັດຫຼາຍກິດຈະກຳ ເປັນຕົ້ນ ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ, ໃນຕອນເຊົ້າວັນທີ 20 ຕຸລາ 2026 ເວລາ 07:00 ໂມງເຊົ້າ ມີການຄອບໄຂວ່ສະຖານທີ່ສັກສິດ, ວັນທີ 26 ຕຸລາ 2026 ເລີ່ມເວລາ 03:00 ໂມງ ເປັນຕົ້ນໄປ ຈະມີພິທີສູດອອກພັນສາປະວໍລະນາ, ເວລາ 07:00 ໂມງເຊົ້າ ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ, ເວລາ 19:00-19:40 ໂມງ ມີພິທີວຽນທຽນ, ໄຫຼເຮືອໄຟນ້ຳ. ສຳລັບຢູ່ເຂດສວນເຈົ້າອະນຸວົງ ແລະ ຜາມໄຊ (ທ່າວັດຈັນ) ເວລາ 20:00 ໂມງເປັນຕົ້ນໄປ ມີການຄົບງັນ, ຈູດບັ້ງໄຟພຸ-ໄຟດອກ ແລະ ບັ້ງໄຟຕະໄລ, ມີການສະແດງສິລະປະວັນນະຄະດີ. ສ່ວນຢູ່ເຂດແຄມຂອງທ່າວັດຈັນ ຈະມີການໄຫຼເຮືອໄຟ, ລອຍກະໂທງ ແລະ ບໍ່ອະນຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.
ສຳລັບກິດຈະກຳການຊ່ວງເຮືອ ຈະເລີ່ມໃນວັນທີ 27 ຕຸລາ 2026 ເວລາ 08:30 ໂມງ ເປັນຕົ້ນໄປ ໂດຍຈະເລີ່ມຈັດການແຂ່ງຂັນຊ່ວງເຮືອ 30 ສີພາຍ (ຊາຍ) ແລະ ເຮືອ 12 ສີພາຍ (ຍິງ-ຊາຍ) ລະຫວ່າງ ອົງການປົກຄອງເມືອງ ແລະ ບັນດາ 3 ຕາແສງ, ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ. ສຳລັບກິດຈະກຳວາງສະແດງ ແລະ ຊື້-ຂາຍສິນຄ້າ ກຳນົດແຕ່ວັນທີ 23-27 ຕຸລາ 2026 (ກຳນົດເວລາ 5 ວັນ) ໂດຍມີການວາງສະແດງ ແລະ ຂາຍສິນຄ້າຢູ່ໃນຂອບເຂດສວນເຈົ້າອະນຸວົງ, ຢູ່ຕາມຂອບເສັ້ນທາງເຈົ້າຟ້າງຸ່ມ ແຕ່ສາມແຍກປາກປ່າສັກ ລົງຮອດສາມແຍກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ກຳນົດໃຫ້ມີການຊື້-ຂາຍເຂົ້າຫຼາມ, ປີ້ງໄກ່, ທາງຄົນຍ່າງເບື້ອງເສັ້ນທາງແຕ່ວົງວຽນເສັ້ນແຄມຂອງ ລົງມາຮອດໜ້າຫໍປະດິດສະຖານຮູບປັ້ນເຈົ້າອະນຸວົງ, ສີ່ແຍກໄຟແດງວັດອິນແປງ ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ ກຳນົດເປັນບ່ອນຝາກລົດຈັກ ແລະ ລົດໃຫຍ່ບາງຈຸດທີ່ສາມາດນຳໃຊ້ໄດ້. ສະເພາະເສັ້ນທາງເບື້ອງບ້ານວັດຈັນ, ມີໄຊ, ຊຽງຍືນ ແລະ ບ້ານສີຫອມ ແມ່ນກຳນົດໃຫ້ຂາຍເຂົ້າຫຼາມ, ປີ້ງໄກ່, ມີການຕັ້ງຮ້ານຂາຍເຄື່ອງ, ຂາຍສິນຄ້າ ແລະ ຜະລິດຕະພັນ. ສ່ວນການຕັ້ງຮ້ານຂາຍເຄື່ອງຕ່າງໆ ທັງເສັ້ນທາງເບື້ອງນອກ ແລະ ໃນຂອບເຂດສວນເຈົ້າອະນຸວົງ ແມ່ນໃຫ້ຕັ້ງຮ້ານຢ່າງມີຄວາມເປັນລະບຽບສວຍງາມ.
ຢ່າງໃດກໍຕາມ, ຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນຳໃຊ້ກຳລັງຂອງເມືອງຈັນທະບູລີເປັນຕົ້ນຕໍ ຢູ່ຕາມບ້ານ, ສຳນັກງານ, ອົງການທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ຊຶ່ງກຳນົດຈຸດປ້ອງກັນ 18 ຈຸດ. ໃນນີ້, ຈຸດປ້ອງກັນວົງໃນ 3 ຈຸດ ແລະ ວົງນອກ 15 ຈຸດ ແລະ ປ້ອມແຈ້ງເຫດ (1191) 3 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອະນຸວົງ ແລະ ຜາມກຳມະການ, ມີກຳລັງປ້ອງກັນທັງໝົດ 1.000 ກວ່າຄົນ. ໃນນີ້, ກຳລັງຊາວໜຸ່ມ 289 ຄົນ ລວມມີກຳລັງ ປກສ-ປກຊ ນະຄອນຫຼວງ, ປກສ-ປກຊ ເມືອງຈັນທະບູລີ, ກຳລັງ ປກສ ບ້ານ 30 ບ້ານ ແລະ ກຳລັງຊາວໜຸ່ມຂອງເມືອງ ເພື່ອເຂົ້າຮ່ວມໃນການປະຕິບັດໜ້າທີ່ກວດກາ, ປ້ອງກັນເວນຍາມຕາມທາງຮ່ອມທາງຊອຍ ແລະ ຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້.
ສຳລັບບັນດາຂໍ້ຫ້າມ ແມ່ນຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ, ຫ້າມຂາຍ ຫຼື ນຳເອົາອາວຸດທຸກປະເພດ ລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ສະໜັບມື, ໂຄມໄຟລອຍ ແລະ ປະເພດສິ່ງຂອງມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ; ຫ້າມນຳເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງຈິດປະສາດທຸກຊະນິດ, ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ; ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ນຳເອົາມາຂາຍ-ຈຳໜ່າຍພາຍໃນງານເດັດຂາດ; ຫ້າມວາງ ແລະ ຂາຍສິນຄ້າຢູ່ນອກບໍລິເວນຮ້ານເກີນຂອບເຂດທີ່ຄະນະກຳມະການຈັດງານໄດ້ກຳນົດໃຫ້; ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າພາຍໃນງານບຸນ, ນອກຈາກໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບຈັດງານບຸນ; ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳລາມົກ, ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ; ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ; ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການຈັດງານ; ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ, ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນຳຕົວໄປພັກຜ່ອນໄວ້ກ່ອນ; ຫ້າມບຸກຄົນ, ນິຕິບຸກຄົນ, ສຳນັກງານອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານ; ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນທີ່ຢ່າງເດັດຂາດ; ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆຢູ່ພາຍໃນງານບຸນ; ຫ້າມຜູ້ສຳປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ; ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ. ພ້ອມນີ້, ພວກເຮົາໄດ້ແຕ່ງຕັ້ງຈຸປະຈຳການໃນແຕ່ລະວັນ ໂດຍເລີ່ມແຕ່ວັນທີ 25-27 ຕຸລາ 2026 ປະຈຳຢູ່ຜາມກຳມະການ ເພື່ອບັນຊາ, ຕິດຕາມ, ກວດກາ ເລີ່ມແຕ່ເວລາ 08:30 ໂມງ ແລະ ມີການຮັບສ່ອງແສງລາຍງານປະຈຳທຸກໆວັນ ຊຶ່ງກຳນົດເອົາເວລາ 21:30 ໂມງ ຢູ່ຜາມກຳມະການ.
ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ
KPL