ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງ ປະເທດລາວ ຕ້ອນຮັບຄະນະຜູ້ແທນ ເຢຍລະມັນ

30/09/2022 11:59
Email Print 730
ຂປລ ຂປລ. ໃນວັນທີ 29 ກັນຍາ 2022 ນີ້, ຢູ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ JochenFlasbarth, ຮອງລັດຖະມົນຕີກະຊວງ ຮ່ວມມືເສດຖະກິດ ແລະ ການພັດທະນາ ເຢຍລະມັນ (BMZ) ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ


  ຂປລ. ໃນວັນທີ 29 ກັນຍາ 2022 ນີ້, ຢູ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ JochenFlasbarth, ຮອງລັດຖະມົນຕີກະຊວງ ຮ່ວມມືເສດຖະກິດ ແລະ ການພັດທະນາ ເຢຍລະມັນ (BMZ) ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.
   ໃນໂອກາດນີ້
, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ເຢຍລະມັນ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ເຢຍລະມັນ ທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງລັດຖະບານ ເຢຍລະມັນ ໄດ້ປະກາດສືບຕໍ່ໃຫ້ການຊ່ວຍເຫລືອທາງການເພື່ອການພັດທະນາ ແກ່ ສປປ ລາວ ໃນຫລາຍຂະແໜງການ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການສຶກສາວິຊາຊີບ, ການພັດທະນາຊົນນະບົດ, ການພັດທະນາເສດຖະກິດແບບຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ເຢຍລະມັນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ແມ່ນການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ອວຍພອນໃຫ້ຄະນະຜູ້ແທນເຢຍລະມັນ ປະສົບຜົນສຳເລັດ ໃນການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
  ໃນຂະນະດຽວກັນ
, ທ່ານຮອງລັດຖະມົນຕີ JochenFlasbarth ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຖືໂອກາດນີ້ ສະແດງຄວາມຊົມເຊີຍ ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້​ຮັບການ​ເລືອກ​ຕັ້ງໃຫ້ດຳລົງຕຳແໜ່ງເປັນ​ຮອງ​ນາຍົກລັດຖະ ມົນຕີ ​ແຫ່ງ ສປປ ລາວ ຄົນ​ໃໝ່. ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ເຢຍລະມັນ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວອັນໃໝ່ ໂດຍສະເພາະແມ່ນການຊ່ວຍເຫລືອສະໜັບສະໜູຸນ ສປປ ລາວ ໃຫ້ສາມາດຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນປີ 2026.

KPL

ຂ່າວອື່ນໆ

ads
ads

Top