ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ເຂົ້າຮ່ວມກອງປະຊຸມສາກົນ ແບບທາງໄກ

22/09/2022 16:41
Email Print 1108
ຂປລ ຂປລ. ໃນວັນທີ 21 ກັນຍາ 2022 ນີ້, ຄະນະຜູ້ແທນ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ພ້ອມ​ຄະນະ ເຂົ້າຮ່ວມ ກອງປະຊຸມສາກົນທາງໄກ

ຂປລ. ໃນວັນທີ 21 ກັນຍາ 2022 ນີ້, ຄະນະຜູ້ແທນ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ພ້ອມ​ຄະນະ ເຂົ້າຮ່ວມ ກອງປະຊຸມສາກົນທາງໄກ ເພື່ອລະນຶກວັນສັນຕິພາບສາກົນ ຈັດໂດຍ ສະມາຄົມປະຊາຊົນຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນອາວຸດ ​ໂດຍມີການນໍາຂັ້ນສູງ ຂອງ ສປ ຈີນ, ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ແລະ ບັນດາການນໍາ, ອະດີດການນໍາ ຂອງຫລາຍປະເທດເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ.

     ກອງປະຊຸມ ໄດ້ຕີລາຄາສະພາບການ ຂອງໂລກໃນປັດຈຸບັນ ທີ່ມີການຜັນແປໄປຢ່າງສະຫລັບຊັບຊ້ອນ, ໄວວາ, ຫລາຍຂົງເຂດ, ພາກພື້ນ ຍັງມີການເກີດການຂັດແຍ່ງ, ເກີດສົງຄາມກາງເມືອງ, ການປະທະກັນດ້ວຍອາວຸດ, ການຈໍາແນກເຊື້ອຊາດ,​ ສາສະໜາ, ຜິວພັນ, ໄພພິບັດທໍາມະຊາດ ແລະ ການແພ່ລະບາດ ຂອງພະຍາດ ຍັງເປັນບັນຫາກົດໜ່ວງຕໍ່ການພັດທະນາ ແລະ ການຂະຫຍາຍຕົວ ຂອງເສດຖະກິດໂລກ.

      

ທ່ານ ສົມມາດ ພົລເສນາ ​ໄດ້ຕາງໜ້າ​ໃຫ້ຄະນະຜູ້ແທນລາວ ໄດ້ປະກອບຄໍາເຫັນ  ​ໂດຍໄດ້ສະແດງຄວາມຊົມເຊີຍ  ແລະ ຕີລາຄາສູງ ຕໍ່ການປະກອບສ່ວນ ຢ່າງເອົາໃຈໃສ່ ຂອງ ສປ ຈີນ, ອົງການສະຫະປະຊາຊາດ ກໍຄື ບັນດາປະເທດອື່ນໆ ໃນຄວາມພະຍາຍາມ ເພື່ອແກ້ໄຂບັນຫາຕ່າງໆ ຂອງໂລກ ເປັນຕົ້ນ ແມ່ນຄວາມພະຍາຍາມ ໃນການແກ້ໄຂບັນຫາ ສະພາບແວດລ້ອມ, ບັນຫາໂລກຮ້ອນ, ບັນຫາການຂັດແຍ່ງຢູ່ໃນໂລກ ຊຶ່ງຖືເປັນການປະກອບສ່ວນສໍາຄັນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສະພາບແວດລ້ອມ ອັນເອື້ອອໍານວຍໃຫ້ແກ່ ການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ທີ່ຍືນຍົງ ແລະ ສົມດູນໃນພາກພື້ນ ແລະ ໃນໂລກ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບ ສປປ ລາວ ເປັນປະເທດ ທີ່ໄດ້ຮັບເຄາະຮ້າຍ ຈາກສົງຄາມຮຸກຮານ, ເປັນປະເທດທີ່ໄດ້ຮັບ ຜົນກະທົບຢ່າງໜັກໜ່ວງ ຈາກສົງຄາມຮຸກຮານ ຈາກພາຍນອກ, ເປັນປະເທດຖືກຖິ້ມລະເບີດ ໃສ່ຢ່າງໜັກໜ່ວງ.

       ຈາກບົດຮຽນດັ່ງກ່າວ, ປະຊາຊົນລາວ ຮູ້ດີເຖິງຄຸນຄ່າ ຂອງສັນຕິພາບ ແລະ ຜົນຮ້າຍຂອງສົງຄາມ ແລະ ພ້ອມທີ່ຈະຮ່ວມກັບ ປະຊາຊາດ ຜູ້ຮັກຫອມສັນຕິພາບ ໃນໂລກ ໃນການສະໜັບສະໜູນ ແລະ ຕໍ່ສູ້ເພື່ອສັນຕິພາບ ເຮັດໃຫ້ໂລກຂອງພວກເຮົາ ມີຄວາມສະຫງົບ, ມີຄວາມຍຸຕິທໍາ ເພື່ອໃຫ້ຄົນລຸ່ນໃໝ່ ໄດ້ມີຄວາມສຸກ ໃນການດໍາລົງຊີວິດ ໂດຍປາສະຈາກສົງຄາມ, ຄວາມຢ້ານກົວ ແລະ ມີເງື່ອນໄຂໃນການພັດທະນາ.

       ໂດຍປະຕິບັດຕາມເນື້ອໃນຈິດໃຈ ຂອງ ອົງການສະຫະປະຊາຊາດ ເປັນຕົ້ນ ຍັດຕິ 55/282, ຜ່ານມາ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ກໍໄດ້ຈັດຕັ້ງບັນດາກິດຈະກໍາ ເພື່ອລະນຶກວັນສັນຕິພາບ ສາກົນເປັນປົກກະຕິ ເຊັ່ນ: ຈັດປາຖະກະຖາເຜີຍແຜ່ກ່ຽວກັບຄຸນຄ່າ ຂອງສັນຕິພາບ ແລະ ຜົນຮ້າຍຂອງສົງຄາມ ໃຫ້ແກ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ, ຈັດກິດຈະກຳຍ່າງເພື່ອສັນຕິພາບ, ຈັດແຂ່ງຂັນແຕ້ມຮູບກ່ຽວກັບ ສັນຕິພາບ ແລະ ການພັດທະນາ ໃຫ້ຊາວໜຸ່ມ, ເຍົາວະຊົນ, ຕິດປ້າຍສະໜັບສະໜູນວັນສາກົນ ເພື່ອສັນຕິພາບ ແລະ ອື່ນໆ ເພື່ອເປັນການສະໜັບສະໜູນຍັດຕິ ຂອງອົງການສະຫະປະຊາຊາດ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

ads
ads

Top