ຫົວພັນ-ແທັງຮວາ ເສີມຂະຫຍາຍສາຍພົວພັນມິດຕະພາບສອງຝ່າຍ

30/08/2022 10:02
Email Print 25885
ຂປລ ໃນວັນທີ 25 ສິງຫາ ຜ່ານມານີ້ ທີ່ສູນປະຊຸມ 25 B ນະຄອນແທັງຮວາ ສສ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ ແລະ ວັນເຊັນການຮ່ວມມື ມິດຕະ ພາບ ລະຫວ່າງ 2 ແຂວງ ແທັງຮວາ-ຫົວພັນ ຄົບຮອບ 55 ປີ.



ໃນວັນທີ 25 ສິງຫາ ຜ່ານມານີ້ ທີ່ສູນປະຊຸມ 25 B ນະຄອນແທັງຮວາ ສສ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ ແລະ ວັນເຊັນການຮ່ວມມື ມິດຕະ ພາບ ລະຫວ່າງ 2 ແຂວງ ແທັງຮວາ-ຫົວພັນ ຄົບຮອບ 55 ປີ.

ເປັນກຽດເຂົ້າຮ່ວມພິທີມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ສະຫາຍ ຫງວຽນແມ້ງຮ່າ ຮອງຫົວໜ້າກົມ ລາວ-ກຳປູເຈຍ ຄະນະພົວພັນຕ່າງປະເທດ ສູນກາງພັກ; ທ່ານ ຫວູວັນມິນ ຮອງຫົວໜ້າກົມອາຊີ ຕາເວັນອອກສ່ຽງໃຕ້-ອາຊີໃຕ້-ປາຊີຟິກໃຕ້ ກະຊວງການຕ່າງປະເທດ.

ຝ່າຍແຂວງຫົວພັນ ນຳໂດຍ ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຂວງຫົວພັນ ສປປ ລາວ; ຝ່າຍແຂວງແທັງຮວາ ສສ ຫວຽດນາມ ນຳໂດຍ ສະຫາຍ ໂດຈ໋ອງຮຶງ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ປະທານກຳມະ ການສະພາ ປະຊາຊົນແຂວງແທັງຮວາ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງແຂວງ, ອະດີດການນຳ ຂອງແຂວງແທັງຮວາ, ການນຳບັນດາພະແນກການ, ຂະແໜງການ, ອົງການຈັດຕັ້ງ ມະຫາຊົນຂັ້ນແຂວງ, ເມືອງ, ບັນດາສະຫາຍ ທີ່ເປັນອະດີດການນຳ, ທະຫານ, ອາສາສະໝັກ ຫວຽດນາມຢູ່ລາວ ພ້ອມດ້ວຍພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ນັກສຶກສາ 2 ແຂວງ ແທງຮວາ-ຫົວພັນ ເຂົ້າຮ່ວມນຳ.

ໃນໂອກາດອັນສະຫງ່າລາສີນີ້, ສະຫາຍກຳມະການສູນກາງພັກ ເລຂາພັກແຂວງແທັງຮວາ ປະທານກຳມະການສະພາປະຊາຊົນແຂວງແທັງຮວາ ໄດ້ມີຄຳເຫັນກ່າວປາໄສ ຊຶ່ງທ່ານຢືນຢັນເຖິງ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງລາວ-ຫວຽດນາມ, ໂດຍອປະທານ ໂຮ່ຈິມິນ ປະທານ ໄກສອນ ພົມວິ ຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງຄວາມຮັກແພງ, ຊຸກຍູ້, ເສີມຂະຫຍາຍ ແລະ ບຳລຸງສ້າງຈາກການນຳຮຸ່ນຕ່າງໆ ແລະ ປະຊາຊົນສອງປະເທດ ອັນໄດ້ກາຍເປັນປັດໄຈສຳຄັນ ເພື່ອປົກປັກຮັກສາ ຜົນສຳເລັດຂອງການ ປະຕິວັດຂອງແຕ່ລະປະເທດ. ພ້ອມນີ້ທ່ານຍັງໄດ້ເນັ້ນໜັກວ່າ: ພາຍຫຼັງສັນຍາ ນະຄອນເຈນີວາ ປີ 1962 ລາວ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນ ທາງການທູດຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962. ນີ້ແມ່ນເຫດການສຳຄັນ, ເປີດໄລຍະແຫ່ງການພັດທະນາໃໝ່ ໃນການພົວພັນລະຫວ່າງ 2 ປະເທດ, ຢືນຢັນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ຂອງປະຊາຊົນສອງປະເທດ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ເປັນເອກະພາບ. ໃນຊຸມປີທີ່ຫຍຸ້ງ   ຍາກ, ລຳບາກ, ແຕ່ມີຄວາມສະຫງ່າລາສີ, ກອງທັບ ແລະ ປະຊາຊົນ ຫວຽດນາມ-ລາວ ໄດ້ແບ່ງປັນຢ່າງເລິກເຊິ່ງ, ກວ້າງຂວາງທັງດ້ານວັດຖຸ ແລະ ຈິດໃຈ ເກືອກັດເຄິ່ງ, ກ້ານຜັກຫັກແບ່ງປະກອບສ່ວນ ປົດປ່ອຍປະເທດຊາດ ຂອງສອງປະເທດ ຍາດໄດ້ໄຊຊະນະ ໃນປີ 1975. ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ພັດທະນາກ້າວໄປສູ່ ໃບໜ້າໃໝ່ໃນປະຫວັດສາດ, ຈາກການເປັນພັນທະມິດ ໃນສະຖານທີ່ໝັ້ນ ເຖິງການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ພາຍໃຕ້ຄວາມເປັນເອກະລາດ ແລະ ເຄົາລົບອະທິປະໄຕ ຊຶ່ງກັນ ແລະ ກັນ. ບົນພື້ນຖານຄວາມຕ້ອງ ການການຮ່ວມມື ຢ່າງ ກວ້າງຂວາງ ແລະ ຮີບດ່ວນ ລະຫວ່າງສອງປະເທດ ໃນສະພາບການໃໝ່ ມາຮອດວັນທີ 18 ກໍລະກົດ 1977 ສອງປະເທດ ໄດ້ລົງນາມໃນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື. ໃນໄລຍະ 45 ປີຜ່ານມາ, ສົນທິສັນຍາ ໄດ້ກາຍເປັນພື້ນຖານ ດ້ານການເມືອງ, ກົດໝາຍທີ່ສຳຄັນ, ນຳການພົວພັນ ຫວຽດນາມ-ລາວ ໃຫ້ພັດທະນາຮອບດ້ານ, ປະກອບສ່ວນ ເຂົ້າໃນຂະບວນການປ່ຽນໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ພິເສດ, ແຕ່ເດືອນກຸມພາ ປີ 2019, ການພົວພັນທາງການເມືອງ ມິດຕະພາບແບບດັ່ງເດີມລະຫວ່າງ 2 ປະເທດໄດ້ຮັບການ ຍົກລະດັບຂຶ້ນເປັນ ມິດຕະພາບທີ່ຍິ່ງໃຫຍ່”, ຢືນຢັນສາຍພົວພັນສາກົນ ທີ່ ເປັນແບບຢ່າງ ແລະ ບໍລິສຸດຜຸດຜ່ອງທີ່ສຸດ, ຫາຍາກທີ່ສຸດໃນໂລກ.

ສະຫາຍກຳມະການສູນກາງພັກ ເລຂາພັກແຂວງແທັງຮວາ ປະທານກຳມະການສະພາ ປະຊາຊົນແຂວງແທັງຮວາ ໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ, ແຂວງແທັງຮວາ ແມ່ນທ້ອງຖິ່ນ ທີ່ໄດ້ປະກອບສ່ວນ ຫຼາຍຢ່າງເຂົ້າໃນສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ບົນພື້ນ ຖານ ຄຳສັ່ງສອນຂອງ ລຸງໂຮຈິມິນ ທີ່ວ່າ ຊ່ວຍໝູ່ແມ່ນຊ່ວຍຕົວເອງແລະ ດ້ວຍຈິດໃຈສາກົນ ທີ່ຊື່ສັດບໍລິສຸດ. ໃນຊຸມປີແຫ່ງການຕໍ່ສູ້ກູ້ຊາດ ຕ້ານສັດຕູຜູ້ຮຸກຮານ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແລະ ຂາດເຂີນຫຼາຍຢ່າງກໍຕາມ, ແຕ່ແຂວງແທັງຮວາ ໄດ້ໃຊ້ສຸດຄວາມສາມາດ, ທັງປະຕິບັດພາລະກິດ ດ້ານຫຼັງ ອັນ ໃຫຍ່ຫຼວງ ຂອງການປະຕິວັດຫວຽດນາມ, ທັງເປັນພື້ນຖານ ໃຫ້ແກ່ຂະບວນການຕໍ່ຕ້ານ ທັງໄດ້ສະໜອງ ແຫຼ່ງຊັບພະຍາກອນມະນຸດ ແລະ ວັດຖຸໃຫ້ແກ່ການປະຕິວັດລາວ.

ໃນວັນທີ 2 ພຶດສະພາ 1967, ສອງແຂວງແທງຮວາ-ຫົວພັນ ໄດ້ລົງນາມໃນສັນຍາການຄ້າ, ວາງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນ ນ້ຳໃຈອ້າຍນ້ອງລະຫວ່າງສອງແຂວງ. ໃນຊຸມປີມໍ່ໆມານີ້, ການພົວພັນຮ່ວມມື ຮອບດ້ານລະຫວ່າງສອງແຂວງນັບມື້ ນັບເລິກເຊິ່ງກ່ວາເກົ່າ, ການເຄື່ອນໄຫວ ພົບປະແລກປ່ຽນ, ຮຽນຮູ້, ເຈລະຈາ, ເຊັນສັນຍາຮ່ວມມື ໄດ້ຮັບການຮັກສາເປັນປົກກະຕິ; ການພົວພັນຮ່ວມມື ດ້ານເສດຖະກິດສືບຕໍ່ພັດທະນາ, ການຄ້າລະຫວ່າງ ແທັງຮວາ ແລະ ຫົວພັນ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ມູນຄ່າການຄ້າໃນໄລຍະ 2016-2020 ບັນລຸເກືອບ 74 ລ້ານໂດລາ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະ 2011-2015; ໃນປີ 2021 ບັນລຸ 28,72 ລ້ານໂດລາ, ເພີ່ມຂຶ້ນ 2,6 ເທົ່າເມື່ອທຽບໃສ່ປີ 2016 ແລະ ສະເພາະ 6 ເດືອນຕົ້ນປີ 2022 ບັນລຸເກືອບ 16 ລ້ານໂດລາ.

ໃນພິທີ, ສະຫາຍ ວັນໄຊ ແພງຊຸມມາ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໂດຍສະເພາະແຂວງແທັງຮວາ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນໃນໄລຍະຜ່ານມາ.

ໃນໂອກາດນີ້ ໂດຍໄດ້ຮັບອະນຸຍາດຈາກທ່ານປະທານປະເທດ ສປປ ລາວ, ສະຫາຍ ວັນໄຊ ແພງຊຸມມາ ໄດ້ປະດັບຫຼຽນໄຊພັດທະນາຊັ້ນໜຶ່ງ ໃຫ້ຈຳນວນ 1 ກົມກອງ, ຫຼຽນກາແຮງງານຊັ້ນ II ຈຳນວນ 2 ທ່ານ, ຫຼຽນກາແຮງງານ, ຊັ້ນ III ຈຳນວນ 4 ທ່ານ ແລະ 7 ກົມກອງລວມໝູ່ ແລະ ໃບຍ້ອງຍໍ ຈາກນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໃຫ້ແກ່ບໍລິສັດກໍ່ສ້າງເຈືອງຊີງ ແລະ ມະຫາວິທະຍາໄລສະຖາປັດຕະຍະກຳ ຮ່າໂນ້ຍຕື່ມອີກ.

(ຂ່າວ-ພາບ: ໄອແກ້ວ)


KPL

ຂ່າວອື່ນໆ

ads
ads

Top