ຂປລ
ເມື່ອບໍ່ດົນມານີ້ ຢູ່ຫ້ອງວ່າການສູນກາງພັກ, ທ່ານ ນາງ ວັນດາລາ ສີພັນດອນ ພັນລະຍາທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາການນຳ ແລະ ນັກທຸລະກິດຈຳນວນໜຶ່ງ ໄດ້ຕາງໜ້າມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ.
ຂປລ. ຊຶ່ງປະກອບມີ: ຜ້າຫົ່ມ, ມຸ້ງ, ໝອນ ແລະ ໝ່ີ ພ້ອມດ້ວຍເງິນສົດຈໍານວນໜຶ່ງ ລວມມູນຄ່າທັງໝົດ 2,6 ຕື້ກວ່າກີບ ຊຶ່ງຕາງໜ້າຮັບໂດຍ ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫລວງນ້ຳທາ ແລະ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ.
ເຄື່ອງຊ່ວຍເຫລືອດັ່ງກ່າວ, ແມ່ນຄອບຄົວການນໍາຂັ້ນສູນກາງ ນຳພາໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ການປຸກລະດົມຂົນຂວາຍບັນດາ ວັດຖຸ-ປັດໄຈ ຈາກສັງຄົມ ເພື່ອນໍາໄປຊ່ວຍເຫລືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຂຶ້ນໃນທ້າຍເດືອນສິງຫາ 2026 ຜ່ານມາ.
ໂອກາດດັ່ງກ່າວ, ທ່ານ ພົທ ຄໍາກິ່ງ ຜຸຍຫລ້າມະນີວົງ ແລະ ທ່ານ ບຸນຄົງ ຫລ້າຈຽມພອນ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງບັນດາຄອບຄົວການນຳຂັ້ນສູນກາງ ເປັນຕົ້ນຄອບຄົວເລຂາທິການໃຫຍ່, ຄອບຄົວກົມການເມືອງສູນກາງພັກ, ຄອບຄົວທ່ານນາຍົກ, ຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ ແລະ ພາກສ່ວນນັກທຸລະກິດອື່ນໆ ທີ່ມີຄວາມເປັນຫ່ວງເປັນໃຍຕໍ່ສະພາບຄວາມຫຍຸ້ງຍາກຂອງປະຊາຊົບຜູ້ທີ່ຖືກຜົນກະທົບ ແລະ ໃຫ້ການຊ່ວຍເຫລືອປະຊາຊົນຢ່າງທົ່ວເຖິງ ແລະ ທັນກັບສະພາບການ.
ຂ່າວ-ພາບ: ຫ້ອງວ່າການສູນກາງພັກ
KPL