ຂປລ
ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ພົບປະເຈລະຈາກັບ ທ່ານ ສະຕີຟ ວິດຄອຟ ທູດພິເສດ ປະທານາທິບໍດີ ສ.ອາເມລິກາ ໃນໄລຍະເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ສະໄໝ ທີ 81 ຢູ່ນະຄອນນິວຢອກ ຂອງ ສ.ອາເມລິກາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ກັນຍານີ້, ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ພົບປະເຈລະຈາກັບ ທ່ານ ສະຕີຟ ວິດຄອຟ ທູດພິເສດ ປະທານາທິບໍດີ ສ.ອາເມລິກາ ໃນໄລຍະເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ສະໄໝ ທີ 81 ຢູ່ນະຄອນນິວຢອກ ຂອງ ສ.ອາເມລິກາ. ຕາມຂ່າວຈາກ ອີຣານໃຫ້ຮູ້ວ່າ: ການພົບປະເຈລະຈາດັ່ງກ່າວ ເປັນການຕອບສະໜອງ ຕາມຄວາມຮຽກຮ້ອງ ຂອງ ສ.ອາເມລິກາ, ອີຣານ ໄດ້ເຫັນດີກັບ ການຮ້ອງຂໍຂອງ ທ່ານ ສະຕີຟ ວິດຄອຟ ກ່ຽວກັບ ການພົບປະເຈລະຈາກັນ ເພື່ອແຈ້ງເງື່ອນໄຂ ການເປີດຊ່ອງ ແຄບຮໍມຸສ ຄືນໃໝ່ ຂອງອີຣານ. ຕາມຂ່າວແຈ້ງວ່າ: ເງື່ອນໄຂການເປີດຊ່ອງແຄບ ຮໍມຸສ ຄືນໃໝ່ ຂອງອີຣານ ລວມທັງ ການຍົກເລີກ ການປິດລ້ອມ ທາງທະເລ ໃນທັນທີ, ຍົກເລີກການອາຍັດຊັບສິນ ທັງໝົດ ຂອງອີຣານ ແລະ ສິ້ນສຸດສົງຄາມຕ່າງໆ ໃນພາກພື້ນທັນທີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL