ຂປລ
ທ່ານ ສີຈິ້ນຜິງ ປະທານ ປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48. ເນື້ອໃນສານ ລະບຸວ່າ: ປັດຈຸບັນ, ການປະຕິວັດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງ ດ້ານອຸດສາຫະກຳຮອບໃໝ່ ໄດ້ເລັ່ງລັດໄວ້ຂຶ້ນ ເຊິ່ງໄດ້ສົ່ງຜົນສະທ້ອນ ທີ່ເລິກເຊິ່ງ ຕໍ່ການພັດທະນາ ສີມືແຮງງານທົ່ວໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 22 ກັນຍານີ້, ທ່ານ ສີຈິ້ນຜິງ ປະທານ ປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48. ເນື້ອໃນສານ ລະບຸວ່າ: ປັດຈຸບັນ, ການປະຕິວັດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງ ດ້ານອຸດສາຫະກຳຮອບໃໝ່ ໄດ້ເລັ່ງລັດໄວ້ຂຶ້ນ ເຊິ່ງໄດ້ສົ່ງຜົນສະທ້ອນ ທີ່ເລິກເຊິ່ງຕໍ່ການພັດທະນາ ສີມືແຮງງານທົ່ວໂລກ. ງານແຂ່ງຂັນສີມື ແຮງງານໂລກ ໄດ້ເຊື່ອມໂຍງກັບ ຄວາມຕ້ອງການ ຂອງອຸດສາຫະກຳ ຢ່າງແໜ້ນແຟ້ນ ແລະ ໄດ້ສ້າງເວທີທີ່ມີຜົນດີ ໃຫ້ແກ່ ຜູ້ມີທັກສະແຮງງານ ຈາກບັນດາປະເທດ ເພື່ອຍົກລະດັບ ສີມືແຮງງານ ແລະ ຖອດຖອນ ບົດຮຽນ ເຊິ່ງກັນ ແລະ ກັນ. ເນື້ອໃນສານ ເນັ້ນໜັກວ່າ: ສປ ຈີນ ຈະຖືເອົາງານແຂ່ງຂັນຄັ້ງນີ້ ເປັນໂອກາດທີ່ດີ ເພື່ອປຸກລະດົມ ແລະ ນຳພາຜູ້ອອກແຮງງານຫລາຍກວ່າເກົ່າ ໂດຍສະເພາະ ແມ່ນຊາວໜຸ່ມ ເດີນຕາມເສັ້ນທາງ ສູ່ຄວາມສຳເລັດ ດ້ວຍສີມືແຮງງານ. ພວກເຮົາຍິນດີ ຮ່ວມກັບຝ່າຍຕ່າງໆ ເພີ່ມທະວີ ການແລກປ່ຽນ ແລະ ການຮ່ວມມື ເພື່ອຊຸກຍູ້ ການພັດທະນາ ຂະບວນການສີມືແຮງງານໂລກ, ຮັບໃຊ້ການເຕີບໂຕ ຂອງເສດຖະກິດໂລກ ແລະ ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນ ໃຫ້ດີກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL