ເປີດການອະພິປາຍທົ່ວໄປ ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81

23/09/2026 12:29
ຂປລ ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ອົງ​ການ ສະ​ຫະ​ ປະ​ຊາ​ຊາດ​ ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ ຢູ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ​ ທີ່​ນະ​ຄອນ​ນິວຢອກ ຂອງ ສ.​ອາ​ເມ​ລິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ ​ຜົນ​ປະ​ໂຫຍດ​ ມາ​ໃຫ້ທຸກ​ຄົນ”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 22 ກັນ​ຍານ​ນີ້, ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ອົງ​ການ ສະ​ຫະ​ ປະ​ຊາ​ຊາດ​ ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ ຢູ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ​ ທີ່​ນະ​ຄອນ​ນິວຢອກ ຂອງ ສ.​ອາ​ເມ​ລິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ ​ຜົນ​ປະ​ໂຫຍດ​ ມາ​ໃຫ້ທຸກ​ຄົນ”. ທ່ານ ອັນ​ໂຕ​​ນີໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກ່າວ​ວ່າ: ໂລກ​ພວມ​ກ້າວ​​ໄປສູ່ ​ການ​ຫັນ​ເປັນຫລາຍ​ຂົ້ວ ​ທີ່​ບໍ່​ສາ​ມາດ​ຫັນ​ກັບ​ຄືນ​ໄດ້​, ສິດ​ອຳ​ນາດ​ ຕ້ອງ​ມີ​​ກົດລະ​ບຽບ​, ກົດ​ບັດ​​ສ​ະ​ຫະ​ປະ​ຊາ​ຊາດ​ ມີ​ຄວາມ​ໝາຍ​ສຳ​ຄັນຫລາຍກວ່າ​ທີ່​ເຄີຍ​ມີ​ມາ. ທ່ານ​ ຄາ​ລີ​ເລີ ຣາ​ມານ ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ ສະ​ໄໝ​ທີ 81 ກ່າວ​ວ່າ: ຫົວ​ຂໍ້ຫລັກ​ ຂອງ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ຄັ້ງ​ນີ້ ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່, ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ຕ້ອງ​ລົ​ງ​ເລິກ​ການ​ປະ​ຕິ​ຮູບ ​ເພື່ອ​​ໃຫ້ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່. ທ່ານ ລູ​ລາ ດາ ຊີນ​ວາ ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີນ, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ, ​ສົມ​ເດັດ ອັບ​ດູນ​ລາ ບິນ ອັນ​ຮູ​ສ​ແຊັນ ເຈົ້າ​ຊີ​ວິດຊອກ​ດາ​ນີ ແລະ ທ່ານ ເອັມມານູ​ເອວ ມາຄຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ໄດ້​ກ່າວ​ຄຳ​ປາ​ໄສ ​ຕາມ​ລຳ​ດັບ. ການ​​ອະ​ພິ​ປາຍ​ທົ່ວ​ໄປ ​ຈະ​ດຳ​ເນີນ​ໄປ​​ຮອດ​ ວັນ​ທີ 28 ກັນ​ຍາ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາຂ່າວຕ່າງປະເທດ

      ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາ

      9/23/2026 12:56:25 PM

      ທ່ານ ອັບ​ບາ​ສ ອາ​ຣັກ​ຊີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ​ສະ​ຕີ​ຟ ວິດ​​ຄອ​ຟ ທູດ​ພິ​ເສດ​ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໃນ​ໄລ​ຍະ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ ສະ​ໄໝ ​ທີ 81 ຢູ່​ນະ​ຄອນ​ນິວຢອກ​ ຂອງ ສ.​ອາ​ເມ​ລິ​ກາ.

    • ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48ຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48

      9/23/2026 12:41:13 PM

      ທ່ານ ສີ​ຈິ້ນ​ຜິງ ປະ​ທານ ​ປະ​ເທ​ດ​ຈີນ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​​ ງານແຂ່ງ​ຂັນ ສີ​ມື​ແຮງ​ງານ​ໂລກ ​ຄັ້ງ​ທີ 48. ເນື້ອ​ໃນ​ສານ ລະ​ບຸ​ວ່າ​: ປັດ​ຈຸ​ບັນ, ການ​ປະ​ຕິ​ວັດ​ ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ແປງ​ ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ ໄດ້​ເລັ່ງ​ລັດ​​ໄວ້​ຂຶ້ນ ເຊິ່ງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​​ ທີ່​ເລິກ​ເຊິ່ງ ​​ຕໍ່ການ​ພັດ​ທະ​ນາ ​ສີ​ມືແຮງ​ງານ​ທົ່ວ​ໂລກ.

    • ໄຂກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026ຂ່າວຕ່າງປະເທດ

      ໄຂກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026

      9/23/2026 12:36:03 PM

      ກອ​ງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ວັດ​ທະ​ນະ​ທຳ​ ປັກ​ກິ່ງ 2026 ໄດ້​ໄຂ​ຂຶ້ນ​ຢູ່​ ນະ​ຄອນ​ຫລວງ​ປັກ​ກິ່ງ ຂອງ ສ​ປ ຈີນ. ບັນ​ດາ​ແຂກ​ ຜູ້​ມີ​ກຽດ​ຈາກ​ ສປ ຈີນ ແລະ ຕ່າງ​ປະ​ເທດ

    • ປິດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23ຂ່າວຕ່າງປະເທດ

      ປິດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23

      9/23/2026 12:23:45 PM

      ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ປິດງານ​ວາງ​ສະ​ແດງ​ ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ໜານ​ໜິງ ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ຂອງ ສປ ​ຈີນ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ ເປັນ​ເວ​ລາ 5 ວັນ ​ດ້ວຍ​ຮູບ​ແບບ​ ການ​ເຊື່ອມ​ໂຍງ 3 ​ພື້ນ​ທີ່​ ຈັດ​ງານ ຄື: ສະ​ຖານ​ທີ່ຫລັກ​ໜານ​ໜິງ, ເຂດ​ຊຸມ​ຊົນ​ໜານ A ແລະ ​ສະ​ຖານ​ທີ່​ສຳ​ຮອງ​ນະ​ຄອນກຸ້ຍຫລິນ

    • ງານແຂ່ງຂັນສີມື ແຮງງານໂລກ ຄັ້ງທີ 48-ງານວາງສະແດງ ການຄ້າດິຈິຕອນໂລກ ຄັ້ງທີ5ຂ່າວຕ່າງປະເທດ

      ງານແຂ່ງຂັນສີມື ແຮງງານໂລກ ຄັ້ງທີ 48-ງານວາງສະແດງ ການຄ້າດິຈິຕອນໂລກ ຄັ້ງທີ5

      9/23/2026 12:16:37 PM

      ຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ປະ​ກາດ​ວ່າ: ​​ງານ​ແຂ່ງ​ຂັນ​ສີ​ມື ​ແຮງ​ງານ​ໂລກ ​ຄັ້ງ​ທີ 48 ໄດ້​ຈັດ​ຂຶ້ນ ​ລະ​ຫວ່າງ ວັນ​ທີ 22-27ກັນ​ຍາ​ນີ້ ​ຢູ່​ນະ​ຄອນ​ຊຽງ​ໄຮ້​ ຂອງ ສປ ຈີນ ແລະ ງານ​ວາງ​ສະ​ແດງ​ການ​ຄ້າ​ ດິ​ຈິ​ຕອນ​ໂລກ ​ຄັ້ງ​ທີ5 ໄດ້​ຈັດ​ຂຶ້ນ​ ລະ​ຫວ່າງ ວັນ​ທີ 23-27ກັນ​ຍາ​ນີ້​ ຢູ່​ນະ​ຄອນ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ​ ຂອງ ສປ ຈີນ.

ads
ads

Top