ຂປລ
ກອງປະຊຸມ ຖະແຫລງຂ່າວ ປິດງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ຈັດຂຶ້ນ ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຂອງ ສປ ຈີນ. ງານວາງສະແດງຄັ້ງນີ້ ໄດ້ຈັດຂຶ້ນ ເປັນເວລາ 5 ວັນ ດ້ວຍຮູບແບບ ການເຊື່ອມໂຍງ 3 ພື້ນທີ່ ຈັດງານ ຄື: ສະຖານທີ່ຫລັກໜານໜິງ, ເຂດຊຸມຊົນໜານ A ແລະ ສະຖານທີ່ສຳຮອງນະຄອນກຸ້ຍຫລິນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 21 ກັນຍານີ້, ກອງປະຊຸມ ຖະແຫລງຂ່າວ ປິດງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ຈັດຂຶ້ນ ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຂອງ ສປ ຈີນ. ງານວາງສະແດງຄັ້ງນີ້ ໄດ້ຈັດຂຶ້ນ ເປັນເວລາ 5 ວັນ ດ້ວຍຮູບແບບ ການເຊື່ອມໂຍງ 3 ພື້ນທີ່ ຈັດງານ ຄື: ສະຖານທີ່ຫລັກໜານໜິງ, ເຂດຊຸມຊົນໜານ A ແລະ ສະຖານທີ່ສຳຮອງນະຄອນກຸ້ຍຫລິນ, ມີເນື້ອທີ່ການວາງສະແດງ ທັງໝົດ 170.000 ຕາແມັດ, ໄດ້ເຕົ້າໂຮມວິສາຫະກິດ 3.432 ແຫ່ງຈາກ 73 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ຈຳນວນຜູ້ເຂົ້າທ່ຽວຊົມພື້ນທີ່ ການວາງສະແດງ ທັງສາມສະຖານທີ່ດັ່ງກ່າວ ມີຫລາຍກວ່າ 350.000 ຄົນ ເຊິ່ງເປັນສະຖິຕິສູງສຸດ ໃນປະຫວັດສາດ. ໃນເຂດວາງສະແດງພິເສດ AI ຢູ່ເຂດຊຸມຊົນໜານ A ຂອງງານວາງສະແດງຄັ້ງນີ້ ໄດ້ບັນລຸເຈດຈຳນົງ ການຮ່ວມມື ເກືອບ 100 ສະບັບ ລວມຍອດມູນຄ່າ ປະມານ 2 ຕື້ຢວນ, ໃນນັ້ນ ມີເຈດຈຳນົງ ການຮ່ວມມືກັບ ອາຊຽນ ຫລາຍກວ່າ 1 ຕື້ຢວນ.ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 24 ໄດ້ກຳນົດໃນເບື້ອງຕົ້ນວ່າ ຈະຈັດຂຶ້ນ ລະຫວ່າງ ວັນທີ 17-21 ເດືອນກັນຍາປີ 2027 ໂດຍແມ່ນ ສິງກະໂປ ຈະເປັນປະເທດ ກິຕິມະສັກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL