ຂປລ
ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ເພື່ອລາຍງານການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ແລະ ເພື່ອຮັບການຊີ້ນຳຈາກການນຳພັກ-ລັດ.
ຂປລ. ໂອກາດດັ່ງກ່າວ, ທ່ານ ສອນ ໄຊ ສີພັນດອນ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕ່ໍທ່ານ ຈະເລີນ ເຍຍປາວເຮີ ພ້ອມຄະນະທີ່ເຂົ້າຢ້ຽມຂໍ່ານັບພົບປະ ແລະ ຂໍການຊີ້ນຳໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນໃນການປົກປັກຮັກສາ ແຄນ ແລະ ສຽງແຄນລາວ ທີ່ເປັນມໍລະດົກວັດທະນະທຳອັນລໍ້າຄ່າ ຕິດພັນກັບວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຄົນລາວຊາດລາວ ຊຶ່ງໄດ້ສືບທອດກັນມາແຕ່ດຶກດຳບັນ.
ໃນໂອກາດດຽວກັນ, ທ່ານ ຈະເລີນ ເຍຍປາວເຮີ ກໍໄດ້ລາຍງານຈຸດປະສົງພາຍຫລັງທີ່ສຽງແຄນເຊື້ອຊາດລາວ ໄດ້ຮັບການຈົດທະບຽນເປັນມໍລະດົກທາງດ້ານວັດທະນະທຳນາມມະທຳຂອງຄົນເຊື້ອຊາດລາວ ແລະ ເປັນມໍລະດົກທາງດ້ານວັດທະນະທຳຂອງມວນມະນຸດໂລກ ໃຫ້ທ່ານນາຍົກຮັບຊາບ ແລະ ໄດ້ສະເໜີຕໍ່ຂັ້ນເທິງເພື່ອຂໍອະນຸມັດນຳໃຊ້ທີ່ດິນລັດທີ່ເໝາະສົມເພື່ອເປັນບ່ອນກໍ່ສ້າງຫໍພິພິທະພັນມູນເຊື້ອແຄນລາວ.
ຂ່າວ: ບຸນຕອມ; ພາບ: ບຸນອູ້ມ
KPL