ຂປລ
ກອງປະຊຸມ ເວທີປຶກສາຫາລື ວັດທະນະທຳ ປັກກິ່ງ 2026 ໄດ້ໄຂຂຶ້ນຢູ່ ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ບັນດາແຂກ ຜູ້ມີກຽດຈາກ ສປ ຈີນ ແລະ ຕ່າງປະເທດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ກັນຍານີ້, ກອງປະຊຸມ ເວທີປຶກສາຫາລື ວັດທະນະທຳ ປັກກິ່ງ 2026 ໄດ້ໄຂຂຶ້ນຢູ່ ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ບັນດາແຂກ ຜູ້ມີກຽດຈາກ ສປ ຈີນ ແລະ ຕ່າງປະເທດ ເຫັນວ່າ: ມໍລະດົກວັດທະນະທຳ ແມ່ນຊັບສົມບັດຮ່ວມກັນ ຂອງມວນມະນຸດ, ການອະນຸລັກ, ສືບທອດ ແລະ ການນຳໃຊ້ມໍລະດົກວັດທະນະທຳໃຫ້ດີ, ແມ່ນຄວາມຮຽກຮ້ອງຕ້ອງການ ຂອງການສືບສານ ອະລິຍະທຳ ຂອງມວນມະນຸດ ແລະ ການພັດທະນາ ແບບຍືນຍົງຂອງໂລກ, ພ້ອມທັງ ເປັນຄວາມຮັບຜິດຊອບ ຮ່ວມກັນ ຂອງພວກເຮົາ . ຄວນຮ່ວມກັນຍຶດໝັ້ນ ຄວາມເຊື່ອໝັ້ນ ອັນໜັກແໜ້ນ ໃນການປົກປັກຮັກສາມໍລະດົກ ວັດທະນະທຳ ຂອງມວນມະນຸດ, ຮ່ວມກັນເພີ່ມທະວີການແລກປ່ຽນບົດຮຽນ ໃນການປົກປັກຮັກສາ ມໍລະດົກ ວັດທະນະທຳ, ຮ່ວມກັນຊຸກຍູ້ ການຮ່ວມມືສາກົນ ໃນການປົກປ້ອງມໍລະດົກ ວັດທະນະທຳ, ແລະ ຮ່ວມກັນປັບປຸງ ການບໍລິຫານທົ່ວໂລກ ດ້ານການປົກປ້ອງ ມໍລະດົກວັດທະນະທຳ, ເພື່ອສະໜອງວິທີແກ້ໄຂຂອງ ສປ ຈີນ ໃຫ້ຫລາຍຂຶ້ນ ໃນການປົກປັກຮັກສາມໍລະດົກ ວັດທະນະທຳຂອງມວນມະນຸດ. ກອງປະຊຸມເວທີ ປຶກສາຫາລື ວັດທະນະທຳປັກກິ່ງ 2026 ພາຍໃຕ້ຫົວຂໍ້ “ມໍລະດົກວັດທະນະທຳ ແລະ ການຮຽນຮູ້ ເຊິ່ງກັນແລະກັນ ລະຫວ່າງ ອະລິຍະທຳ”, ໂດຍແມ່ນ ຄະນະໂຄສະນາອົບຮົມ ສູນກາງພັກ ກອມມູນິດຈີນ, ຄະນະພັກ ແລະ ອົງການປົກຄອງ ນະຄອນຫລວງປັກກິ່ງ ຮ່ວມກັນ ເປັນເຈົ້າພາບຈັດຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL