ຂປລ
ຂປລ.ທີ່ນະຄອນຫລວງວຽງຈັນ, ວັນທີ 29 ມິຖຸນາ 2022, ອົງການພັດທະນາສາກົນຂອງ ສະຫະ ລັດອາເມລິກາ (USAID) ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ ໄດ້ມອບອຸປະກອນລະບົບ ຄວາມເຢັນເກັບຮັກສາວັກຊີນ ເເລະ ອຸປະກອນໄອທີ ມູນຄ່າປະມານ 150.000 ໂດລາສະຫະລັດ ໃຫ້ເເກ່ ກະຊວງສາທາລະນະສຸກ

ຂປລ.ທີ່ນະຄອນຫລວງວຽງຈັນ, ວັນທີ 29 ມິຖຸນາ 2022, ອົງການພັດທະນາສາກົນຂອງ ສະຫະ ລັດອາເມລິກາ (USAID) ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ ໄດ້ມອບອຸປະກອນລະບົບ ຄວາມເຢັນເກັບຮັກສາວັກຊີນ ເເລະ ອຸປະກອນໄອທີ ມູນຄ່າປະມານ 150.000 ໂດລາສະຫະລັດ ໃຫ້ເເກ່ ກະຊວງສາທາລະນະສຸກ ເພື່ອຊ່ວຍຜັນ ຂະຫຍາຍວຽກງານ ສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍສະເພາະ ໃນຊຸມຊົນຫ່າງໄກສອກຫລີກ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ທ່ານ ຄາເລີນຮີວ ວ່າການເເທນຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ ເເລະ
ທ່ານນາງ ຣິເອະ ທາເຄຊຶ ວ່າການເເທນຫົວຫນ້າພະແນກສຸຂະພາບ
, ອົງການຢູນິເຊັບປະຈໍາ ສປປ ລາວ. ອຸປະກອນລະບົບຄວາມເຢັນ ເກັບຮັກສາວັກຊີນ ທີ່ໄດ້ມອບ ໃນຄັ້ງນີ້ ປະກອບມີ: ກ່ອງເຢັນເກັບຮັກສາວັກຊີນ ຈຳນວນ 135 ກ່ອງ ເພື່ອຊ່ວຍໃນການຂົນສົ່ງ ວັກຊີນຈາກສາງ, ພ້ອມດ້ວຍ ກ່ອງບັນຈຸວັກຊີນ ເເບບບໍ່ຕ້ອງການແຊ່ແຂງຈຳນວນ
2.000 ກ່ອງ ເພື່ອຊ່ວຍພະນັກງານ ສາທາລະນະສຸກ ໃນການຂົນສົ່ງວັກຊີນ ໄປຈຸດສັກວັກຊີນຕ່າງໆ. ນອກຈາກນີ້, ກ່ອງເຢັນ ຍັງສາມາດນຳໃຊ້ ເພື່ອເກັບຮັກສາວັກຊີນ ໃນກໍລະນີສູກເສີນ ໂດຍສະເພາະ ໃນກໍລະນີຕູ້ເຢັນ ເກັບວັກຊີນບໍ່ເຮັດວຽກ. ຂະນະທີ່, ອຸປະກອນໄອທີ ປະກອບມີ: ເຄື່ອງແທັບເລັດ 245 ໜ່ວຍ ເເລະ ຊຸດຄອມພິວເຕີ ເພື່ອດຳເນີນງານ ຢູ່ຈຸດສັກວັກຊີນ ໃນການສະໜັບສະໜູນ ພະນັກງານ ສາທາລະນະສຸກ ເຂົ້າເຖິງສື່ການຮຽນ ເເລະ ພັດທະນາທັກສະເເບບດີຈີຕອນ.
ທ່ານດຣ. ພອນປະເສີດ ອຸນາພົມ ໄດ້ສະເເດງຄວາມຂອບໃຈໄປຍັງ ອົງການ USAID ເເລະ ລັດຖະບານ ສະຫະລັດອາເມລິກາ ສຳລັບການຊ່ວຍເຫລືອໃນຄັ້ງນີ້, ພ້ອມດ້ວຍ ອົງການຢູນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນ ເເກ່ວຽກງານສັກວັກຊີນ ໃນໄລຍະການເເຜ່ລະບາດ ຂອງພະຍາດໂຄວິດ-19. ການຊ່ວຍເຫລືອ ຈາກຄູ່ຮ່ວມມືສາກົນ ເຮັດໃຫ້ສປປ ລາວ ສາມາດບັນລຸອັດຕາ ປົກຄຸມການສັກວັກຊີນ ໄດ້ຫລາຍພໍສົມຄວນ ເເລະ ການສະໜັບສະໜູນຈາກ ອົງການ USAID ເປັນການປະກອບສ່ວນ ອັນສຳຄັນໃຫ້ແກ່ວຽກງານ ເພື່ອຮັບປະກັນ ວ່າເດັກນ້ອຍ, ແມ່ ແລະ ທຸກຄອບຄົວ ສາມາດເຂົ້າເຖິງ ການບໍໍລິການສັກວັກຊີນໄດ້. ທັງໝົດນີ້ ກໍເພື່ອກ້າວໄປສູ່ການບັນລຸເປົ້າໝາຍ ການໃຫ້ວັກຊີນກັນພະຍາດ ໂຄວິດ-19 ໃນທົ່ວປະເທດ.
ທ່ານ ຄາ ເລີນ ຮີວ ກ່າວວ່າ: ອຸປະກອນທີ່ໄດ້ມອບໃນມື້ນີ້ ຈະຊ່ວຍສະໜັບສະໜູນ ກະຊວງສາທາລະນະສຸກ ໃນການເສີມສ້າງລະບົບ ຄວາມເຢັນສຳລັບ ການຂົນສົ່ງວັກຊີນ ແລະ ລະບົບຂໍ້ມູນ ທີ່ເປັນໂຄງສ້າງໃຫ້ເເກ່ ວຽກງານສັກວັກຊີນ ທັງໝົດຂອງ ສປປ ລາວ, ພ້ອມທັງໄດ້ສະເເດງຄວາມ ຊົມເຊີຍ ກະຊວງສາທາ ລະນະສຸກ ໃນການຮັບມືກັບພະຍາດ ໂຄວິດ-19 ແລະ ເນັ້ນໜັກເຖິງຄວາມສຳຄັນ ຂອງການຮ່ວມມືກັນ ໃນການຮັບມືກັບພະຍາດດັ່ງກ່າວ.
ທ່ານນາງ ຣິເອະ ທາເຄຊຶ ກໍໄດ້ກ່າວວ່າ: ວັກຊີນນັ້ນມີບົດບາດ ອັນສຳຄັນຕໍ່ການຫຼຸດຜ່ອນ ຈຳນວນ ກໍລະນີເຈັບປ່ວຍຮ້າຍເເຮງ ເເລະ ເສຍຊີວິດ ຈາກໂຄວິດ-19 ໃນປະຈຸບັນ ເເລະ ບັນດາອຸປະກອນທີ່ໄດ້ມອບນັ້ນ ຈະຊ່ວຍຮັບປະກັນ ໃຫ້ທຸກຄົນສາມາດ ເຂົ້າເຖີງວັກຊີນໄດ້ ໂດຍສະເພາະ ຜູ້ທີ່ມີຄວາມສ່ຽງທີ່ສຸດ.
KPL