ຂປລ
ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດບໍລິການມາຮອດທ້າຍເດືອນມິຖຸນານີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ບັນລຸເຖິງ 90 ຕື້ກວ່າຢວນ, ຂະບວນລົດໄຟ ຂົນສົ່ງສິນຄ້າສາກົນ ແລ່ນລົດໄດ້ທັງໝົດ ຫລາຍກວ່າ 22.000 ຂະບວນ.
ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ອົງການພາສີຄຸນໝິງ ເປີດເຜີຍ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດບໍລິການມາຮອດທ້າຍເດືອນມິຖຸນານີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ບັນລຸເຖິງ 90 ຕື້ກວ່າຢວນ, ຂະບວນລົດໄຟ ຂົນສົ່ງສິນຄ້າສາກົນ ແລ່ນລົດໄດ້ທັງໝົດ ຫລາຍກວ່າ 22.000 ຂະບວນ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸ 17 ຕື້ກວ່າຢວນ, ເພີ່ມຂຶ້ນ 33,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບົດບາດທີ່ເປັນ “ເສັ້ນທາງຄຳ” ຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສືບຕໍ່ເຫັນໄດ້ຊັດເຈນ, ລະດັບການເຊື່ອມໂຍງເຊື່ອມຈອດກັນ ຂອງພາກພື້ນ ໄດ້ຮັບການຍົກສູງຂຶ້ນ ຢ່າງໝັ້ນທ່ຽງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL