ຂປລ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫລວງພະບາງເປີດກວ້າງ ຄັ້ງທີ 3 ສະໄໝທີ IX ໄຂຂຶ້ນໃນວັນທີ 29 ມິຖຸນາ 2026 ທີ່ຫ້ອງວ່າການແຂວງ ໂດຍມີສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ເລຂາ-ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານສຳນັກງານ- ອົງການໃນທົ່ວແຂວງເຂົ້າຮ່ວມ.
ຂປລ. ສະຫາຍ ບຸນເລື່ອມ ມະນີວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ບັນດາໜ້າວຽກຈຸດສຸມທ່ີສໍາຄັນຈຳນວນໜຶ່ງເປັນຕົ້ນຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026, ຕີລາຄາ ແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍ ປີ 2026, ຕີລາຄາການຈັດຕ້ັງປະຕິບັດມະຕິຂອງສະພາປະຊາຊົນ ແຂວງວ່າດ້ວຍການຮັບຮອງເອົາການສະເໜີສ້າງຕັ້ງຕາແສງ ແລະ ຈຳນວນຕາແສງຢູ່ແຂວງຫລວງພະບາງ, ຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2026 ພ້ອມທັງຈະໄດ້ເຊ່ືອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຕ້ານ ແລະ ສະກັດກັ້ນລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສ່ົງ ອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນຂອບເຂດທົ່ວປະເທດ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຄົ້ນຄວ້າ, ມີຄໍາເຫັນ, ຕີລາຄາບັນດາຜົນສໍາເລັດ, ຂໍ້ຄົງຄ້າງ, ທັງກຳນົດມາດຕະການ, ວິທີການແກ້ໄຂທີ່ຊັດເຈນ ເພື່ອໃຫ້ກອງປະຊຸມຄັ້ງນີ້ ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ໂອກາດນ້ີ, ຜູ້ເຂ້ົາຮ່ວມຍັງໄດ້ຮັບຟັງການສະຫລຸບຕີລາຄາການປະຕິບັດວຽກງານຮອບດ້ານ 6 ເດືອນຕ້ົນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2026 ຂອງອົງຄະນະພັກແຂວງ, ລວມທັງການປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ, ການຈັດຕັ້ງປະຕິບັດມະຕິຂອງສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາການສະເໜີສ້າງຕັ້ງຕາແສງ ແລະ ຈຳນວນຕາແສງຢູ່ແຂວງຫລວງພະບາງ, ວຽກງານກ່ໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ພ້ອມນັ້ນບັນດາພະແນກການ-ກົມກອງໄດ້ພ້ອມກັນປະກອບຄຳເຫັນຕໍ່ບົດສະຫລຸບ ແລະ ບັນດາວຽກງານໃນຂົງເຂດຕົນຮັບຜິດຊອບ. ກອງປະຊຸມຄ້ັງນ້ີ, ຈະດຳເນີນເປັນເວາລາ 2 ວັນ ຈຶ່ງຈະສຳເລັດ.
ຂ່າວ-ພາບ: ອາພຸດເດດ ບຸບຜາ
KPL