ເອີຣົບ ມີແຜນອອກ ມາດຕະການຫ້າມ ຜູ້ທີ່ມີອາຍຸບໍ່ເຖິງກະສຽນ ໃຊ້ສື່ສັງຄົມອອນລາຍ

03/07/2026 21:05
ຂປລ ທ່ານ ນາງ ອູຊູລາ ວອນ ເດີ ເລເຢນ ປະທານຄະນະກຳມາທິການ ສະຫະພາບ ເອີຣົບ ມີ​ແຜນ​ຈະ​ປະ​ກາດ ​ແຜນ​ການ ຫ້າມຜູ້ທີ່ມີອາຍຸ ບໍ່ເຖິງກະສຽນໃຊ້​ສື່​ສັງ​ຄົມ​ອອນ​ລາຍ​​ ໃນເອີ​ຣົບ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 2 ກໍ​ລະ​ກົດ​ນີ້, ເວັບ​ໄຊ ຢູ​​ແຣກ​ຕິ​ຟ ​ລາຍ​ງານ​ໂດຍ​ອີງ​ຕາມ ຂໍ້ມູນຈາກເຈົ້າ​ໜ້າ​ທີ່​ ສະ​ຫະ​ພາບ​ເອີ​ຣົບ ລາຍງານວ່າ:  ຈະເປີດ​ເຜີຍ ​ກ່ຽວ​ກັບ​ ສະ​ພາບ​​ການ​ຂອງສະ​ຫະ​ພາບ​ເອີ​ຣົບ ​ປະ​ຈຳ​ປີ ​ໃນ​ວັນ​ທີ 16 ກັນ​ຍາ​ປີ​ນີ້, ທ່ານ ນາງ ອູຊູລາ ວອນ ເດີ ເລເຢນ ປະທານຄະນະກຳມາທິການ ສະຫະພາບ ເອີຣົບ ມີ​ແຜນ​ຈະ​ປະ​ກາດ ​ແຜນ​ການຫ້າມ ຜູ້ທີ່ມີອາຍຸ ບໍ່ເຖິງກະສຽນໃຊ້​ສື່​ສັງ​ຄົມ​ອອນ​ລາຍ​​ ໃນເອີ​ຣົບ.ຕາມຂ່າວ​ລາຍ​ງານ​ວ່າ: ​ຍັງ​ບໍ່​ທັນ​ຮູ້​ວ່າ​ຄະ​ນະ​ກຳ​ມາ​ທິ​ ການ​ສະ​ຫະ​ພາບ​ເອີ​ຣົບ​ ຈະ​ກຳ​ນົດ​​ເກນ​ອາ​ຍຸ​ຈັກ​ປີ ທີ່​ຫ້າມ​ບໍ່​ໃຫ້​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ ແລະ​ ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ນີ້​ ຢ່າງ​ເປັນ​ຮູບ​ປະ​ທຳ​ຄື​ແນວ​ໃດ. ປັດ​ຈຸ​ບັນ, ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ ຂອ​ງ​ສະ​ຫະ​ພາບ​ເອີ​ຣົບ ​ໄດ້​ສະ​ເໜີ ​ແຜນ​ການ​​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ ​ວິ​ທີ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​​ດັ່ງ​ກ່າວ, ລວມ​ທັງ​ຫ້າມ​ບໍ່​ໃຫ້​​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ບໍ່​ຮອດ​ ກຳ​ນົດ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ຢ່າງ​ສິ້ນ​ເຊີງ ຫລື ​ຮຽກ​ຮ້ອງ​ໃຫ້ຜູ້ທີ່ມີອາຍຸບໍ່ເຖິງກະສຽນ ​​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາ​ດ​ຈາກ​ຜູ້​ປົກ​ຄອງ​ກ່ອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top