ຂປລ
ຈຳນວນ ຜູ້ເສຍຊີວິດ ຈາກແຜ່ນດິນໄຫວ ຮຸນແຮງ ທີ່ເກີດຂຶ້ນຢູ່ ເວເນຊູເອລາ ໃນວັນທີ 24 ມິຖຸນານີ້ ໄດ້ເພີ່ມຂຶ້ນເປັນ 1.450 ຄົນ, ສ່ວນຈຳນວນ ຜູ້ບາດເຈັບ ເພີ່ມຂຶ້ນເປັນ 3.150 ຄົນ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, , ທ່ານ ຈອດໂຣດຣິເກຊ ປະທານ ສະພາແຫ່ງຊາດ ເວເນຊູເອລາ ປະກາດວ່າ: ຈຳນວນ ຜູ້ເສຍຊີວິດ ຈາກແຜ່ນດິນໄຫວ ຮຸນແຮງ ທີ່ເກີດຂຶ້ນຢູ່ ເວເນຊູເອລາ ໃນວັນທີ 24 ມິຖຸນານີ້ ໄດ້ເພີ່ມຂຶ້ນເປັນ 1.450 ຄົນ, ສ່ວນຈຳນວນ ຜູ້ບາດເຈັບ ເພີ່ມຂຶ້ນເປັນ 3.150 ຄົນ. ທ່ານ ຈອດໂຣດຣິເກຊ ກ່າວຕື່ມວ່າ: ແຜ່ນດິນໄຫວດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 12.721 ຄົນ, ອາຄານຫລື ສິ່ງກໍ່ສ້າງ 774 ຫລັງໄດ້ຮັບຄວາມເສຍຫາຍ ຢ່າງໜັກ, ໃນນັ້ນ 189 ຫລັງຖະຫລົ່ມທັງໝົດ ແລະ 585 ຫລັງເສຍຫາຍ ຫລື ຖະຫລົ່ມບາງສ່ວນ.ປັດຈຸບັນ ມີຫລາຍກວ່າ 70.000 ຄອບຄົວ ໄດ້ຮັບການຊ່ວຍເຫຼືອແລ້ວ ແລະ ໄດ້ແຈກຢາຍອາຫານ 20.000 ຊຸດແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL