3 ປະເທດໃນເອີຣົບ ມີຜູ້ເສຍຊີວິດ ຫລາຍກວ່າ 3.700 ຄົນ ຈາກຄື້ນຄວາມຮ້ອນ

03/07/2026 21:55
ຂປລ ຝຣັ່ງ, ໂຮນລັງ ແລະ ແບນຊິກ ມີຜູ້ເສຍຊີວິດ ຫລາຍກວ່າ 3.700 ຄົນ ໃນລະຫວ່າງ ຄື້ນຄວາມຮ້ອນ ໃນເດືອນມິຖຸນາ ທີ່ເຮັດໃຫ້ ອຸນຫະພູມສູງຂຶ້ນ ທົ່ວເອີຣົບ.

ຂປລ.ຕາມຂ່າວຈາກ ນະຄອນຫລວງປີຣີ ຂອງຝຣັ່ງ, ຝຣັ່ງ, ໂຮນລັງ ແລະ ແບນຊິກ ມີຜູ້ເສຍຊີວິດ ຫລາຍກວ່າ 3.700 ຄົນ ໃນລະຫວ່າງ ຄື້ນຄວາມຮ້ອນ ໃນເດືອນມິຖຸນາ ທີ່ເຮັດໃຫ້ ອຸນຫະພູມ ສູງຂຶ້ນ ທົ່ວເອີຣົບ.ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຕືອນວ່າ ຕົວເລກນີ້ ເປັນພຽງແຕ່ເບື້ອງຕົ້ນ ແລະ ອາດຈະເພີ່ມຂຶ້ນ. ຜູ້ຊ່ຽວຊານກ່າວວ່າ ຄື້ນຄວາມຮ້ອນ ໄດ້ແກ່ຍາວຕັ້ງ ແຕ່ວັນທີ 20 ຫາ 28 ມິຖຸ ນາ ເປັນຄື້ນຄວາມຮ້ອນ ທີ່ຮຸນແຮງທີ່ສຸດ ທີ່ເຄີຍບັນທຶກໄວ້ ໃນເອີຣົບ ສົ່ງຜົນໃຫ້ການຜະລິດໄຟຟ້າຢຸດຊົ່ວຄາວ, ພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍ ແລະ ກີນຂີດຈຳກັດຂອງລະບົບ ສາທາ ລະນະ ສຸກ ຊຶ່ງລ້ວນເປັນຜົນຈາກພາວະໂລກຮ້ອນ. ທ່ານ ນາງ ສະເຕຟານີ ຣີສ,ລັດຖະມົນຕີກະຊວງສາທາລະນະສຸກຝຣັ່ງ ກ່າວກັບສະຖານີໂທລະພາບທ້ອງຖິ່ນວ່າ: ມີຜູ້ເສຍຊີວິດ ຫລາຍກວ່າ 2.025 ຄົນໃນ ລະຫວ່າງ ຄື້ນຄວາມຮ້ອນໃນປະເທດຝຣັ່ງ ໂດຍສະເພາະ ໃນບັນດາຜູ້ທີ່ມີອາຍຸ ຫລາຍກວ່າ 45 ປີ.ໜ່ວຍງານສາທາລະນະສຸກຂອງປະເທດ ລະບຸວ່າ: ຈຳນວນຜູ້ເສຍຊີວິດ ຢູ່ເຮືອນ ເພີ່ມຂຶ້ນ 91% ລະ ຫວ່າງ ວັນທີ 22 ແລະ 28 ມິຖຸນາ ເມື່ອທຽບກັບອາທິດ ກ່ອນໜ້ານີ້, ໃນຂະນະທີ່ ຜູ້ເສຍຊີວິດໃນເຮືອນພັກຜູ້ສູງອາຍູ ແລະ ສະຖານທີ່ ເບິ່ງແຍງສຸຂະພາບ ກໍ່ເພີ່ມຂຶ້ນເຊັ່ນກັນ.ໃນຂະນະທີ່ ອັດຕາ ການ ເສຍຊີວິດ "ອາດຈະສູງກວ່າ" ຕົວເລກເບື້ອງຕົ້ນເຫລົ່ານີ້.ກ່ອນນ້ານີ້ ກະຊວງສາທາລະນະສຸກຂອງແບນຊິກ ກ່າວວ່າ: ໄດ້ບັນທຶກອັດຕາການເສຍຊີວິດ ທີ່ສູງເກີນປົກກະຕິ ປະມານ 1.200 ຄົນ, ລະຫວ່າງ ວັນທີ 18 ແລະ 29 ມິຖຸນາ, ໂດຍລະບຸວ່າ: 530 ຄົນໃນນັ້ນ ມີອາຍຸ 85 ປີຂຶ້ນໄປ,ສ່ວນຜູ້ທີ່ມີອາຍຸ ຕ່ຳກວ່າ 65ປີ ມີຈຳນວນ 180 ຄົນ.ດ້ານທາງການໃນໂຮນລັງ ກ່າວວ່າ: ຄື້ນຄວາມຮ້ອນ ເຮັດໃຫ້ ມີຜູ້ ເສຍຊີວິດ ສູງຜິດປົກກະຕິ ປະມານ 480 ຄົນ, ສ່ວນໃຫຍ່ແມ່ນຜູ້ທີ່ມີອາຍຸ 80 ປີຂຶ້ນໄປ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top