ສສ ຫວຽດນາມ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ ຫລາຍກວ່າ8%

03/07/2026 21:21
ຂປລ ຍອດຜະລິດຕະພັນລວມ ພາຍໃນປະເທດ ຫລື GDP ໄຕ​ມາ​ດ​ທີ II 2026 ຂອງ ສສ ຫວຽດນາມ ຄາດ​ວ່າ ​ເພີ່ມ​ຂຶ້ນ 8,39% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ໄລ່​ສະ​ເລ່ຍ 6 ເດືອນ​ຕົ້ນ​ປີ, GDP ເພີ່ມ​ຂຶ້ນ 8,18%, ສູງກວ່າ​ ລະ​ດັບ​ 7,63% ຂອງ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຍອດຜະລິດຕະພັນລວມ ພາຍໃນປະເທດ ຫລື GDP ໄຕ​ມາ​ດ​ທີ II 2026 ຂອງ ສສ ຫວຽດນາມ ຄາດ​ວ່າ ​ເພີ່ມ​ຂຶ້ນ 8,39% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ໄລ່​ສະ​ເລ່ຍ 6 ເດືອນ​ຕົ້ນ​ປີ, GDP ເພີ່ມ​ຂຶ້ນ 8,18%, ສູງກວ່າ​ ລະ​ດັບ​ 7,63% ຂອງ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ນີ້​ແມ່ນ​ຂໍ້​ມູນ​ໂດຍ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ໄດ້​ປະ​ກາດ​ ໃນ​ຕອນ​ເຊົ້​າ​ວັນ​ທີ 3 ກໍ​ລະ​ກົດນີ້. ໃນ​ນັ້ນ, ກຳ​ລັງ​ໜູນ​ເຕີບ​ໂຕ​ສືບ​ຕໍ່​ມາ​ຈາ​ກ ​ທັງ​ສາມ​ຂົງ​ເຂດ ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ລວມ​ມີ: ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ; ອຸດ​ສາ​ຫະ​ກຳ ແລະ ການ​ກໍ່​ສ້າງ; ການ​ບໍ​ລິ​ການ. ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ ຂອງ​​ເສດ​ຖະ​ກິດ ຫວຽດ​ນາມ ໃນ 6 ເດືອນ​ຕົ້ນ​ປີ ແມ່ນ​ການ​ຟື້ນ​ຟູ​ ຢ່າງ​ແຮງ​ ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ. ມູນ​ຄ່າ​ເພີ່ມ ​ໃນ​ທົ່ວ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແມ່ນ 9,86%, ປະ​ກອບ ຫລາຍກວ່າ 40% ເຂົ້າ​ໃນ​ລະ​ດັບ​ການ​ເພີ່ມ​ຂຶ້ນ​ຂອງ​ມູນ​ຄ່າ ​ເພີ່ມ​ທັງ​ໝົດ​ໃນ​ທົ່ວ​ພື້ນ​ຖານ​ເສ​ດ​ຖະ​ກິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top