ຂປລ
ອີງຕາມສະຖິຕິ ໃນເບື້ອງຕົ້ນ, ວິສາຫະກິດຈີນ ຢູ່ເວເນຊູເອລາ ໄດ້ບໍລິຈາກເຄື່ອງຊ່ວຍເຫລືອ ຫລາຍກວ່າ 120 ໂຕນໃຫ້ແກ່ ເວເນຊູເອລາ.

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 2 ກໍລະກົດນີ້, ສະຖານທູດຈີນ ປະຈຳ ເວເນຊູເອລາ ແຈ້ງໃຫ້ຮູ້ວ່າ: ອີງຕາມສະຖິຕິ ໃນເບື້ອງຕົ້ນ, ວິສາຫະກິດຈີນ ຢູ່ເວເນຊູເອລາ ໄດ້ບໍລິຈາກເຄື່ອງຊ່ວຍເຫລືອ ຫລາຍກວ່າ 120 ໂຕນໃຫ້ແກ່ ເວເນຊູເອລາ.ພາຍຫລັງ ເກີດແຜນດິນໄຫວຮຸນແຮງ ຢູ່ເວເນຊູເອລາ, ພາຍໃຕ້ການຊີ້ນຳ ແລະ ການປະສານງານຂອງສະຖານທູດຈີນ ປະຈຳ ເວເນຊູເອລາ, ວິສາຫະກິດຈີນ ຢູ່ທ້ອງຖິ່ນໄດ້ຈັດສົ່ງເຄື່ອງຈັກ ແລະ ອຸປະກອນຕ່າງໆ ເຊັ່ນ: ລົດເຄນ ແລະ ລົດຈົກ ເປັນຕົ້ນ, ລວມທັງ ເຄື່ອງຈັກຜະລິດໄຟຟ້າສຸກເສີນ ແລະ ຕູ້ຄອນເທນເນີ ເພື່ອນຳໃຊ້ເຂົ້າໃນການກູ້ໄພໃນທັນທີ, ພ້ອມກັນນັ້ນ, ຍັງໄດ້ບໍລິຈາກເຄື່ອງຊ່ວຍເຫລືອປະເພດຕ່າງໆ ເປັນຕົ້ນ: ອາຫານ, ນ້ຳດື່ມ, ເຄື່ອງໃຊ້ໃນຊີວິດ ປະຈຳວັນ ແລະ ອຸປະກອນປ້ອງກັນ. ປັດຈຸບັນ, ເຄື່ອງຊ່ວຍເຫລືອ ທີ່ບໍລິຈາກໂດຍວິສາຫະກິດຈີນ ຢູ່ເວເນຊູເອລາ ມີຫລາຍກວ່າ 120 ໂຕນ, ຍັງມີອີກປະມານ 500 ໂຕນ ພວມຖືກຂົນສົ່ງໄປສູ່ ສະຖານທີ່ ກຳນົດໄວ້ໃນ ເວເນຊູເອລາ ຫລື ພວມກະກຽມຂົນສົ່ງຢ່າງຂຸ້ນຂ້ຽວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL