ຮອງປະທານປະເທດຕ້ອນຮັບທູດ ສ ເກົາຫລີ ເຂົ້າຢ້ຽມອຳລາ

30/06/2026 10:57
ຂປລ ໃນວັນທີ 29 ມິຖຸນາ 2026 ນ້ີ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫລີ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

      ຂປລ. ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕ່ໍຜົນສຳເລັດໃນການປະຕິບັດໜ້າທ່ີການທູດຂອງທ່ານ ຈອງ ຢອງ ຊູ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມື ທາງດ້ານຕ່າງໆລະຫວ່າງລັດຖະບານ ກໍຄື ປະຊາຊົນຂອງສອງປະເທດ ລາວ-ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍ່ິງໆຂ້ຶນ, ພ້ອມນ້ີ, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ອັນມີກຽດຂອງທ່ານ.

ທ່ານ ຈອງ ຢອງ ຊູ ກໍໄດ້ສະແດງ ຄວາມຂອບໃຈຕ່ໍນາງ ວຽງທອງ ສີພັນດອນ ທ່ີໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄ້ັງນ້ີ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄືບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງຕະຫລອດໄລຍະການປະຕິບັດໜ້າທ່ີການທູດຂອງຕົນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

 ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top