ຂປລ
ເມື່ອບໍ່ດົນມານີ້, ທ່ີທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດ ຈາກ 3 ປະເທດ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.
ຂປລ. ຊ່ຶງປະກອບມີທ່ານ ບັດເທີຣ໌ ດາວາຄູ (BATTUR Davaakhuu) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ມົງໂກລີ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ນະຄອນຫລວງວຽງຈັນ,

ທ່ານ ນາງ ເຣເລນ ຊຽວເລຕາກາໂລອາ ລີອູຟາລານີ (Raylene Siale Tagaloa Liufalani) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ນິວຊີແລນ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ, ລາຊະອານາຈັກໄທ ແລະ

ທ່ານ ກາບາ ເຊນີ (GARBA Seyni) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ໄນເຈີ ປະຈໍາ ສປປ ລາວ ຊຶ່ງມີສຳນັກ ງານການທູດຕ້ັງຢູ່ນະຄອນຫລວງປັກກິ່ງ, ສປ ຈີນ.

ໃນໂອກາດນ້ີ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍບັນດາທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທູດຈະຊ່ວຍສືບຕ່ໍຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍລະຫວ່າງ ສປປ ລາວ ແລະ ບັນດາປະເທດດັ່ງກ່າວ ໃຫ້ໄດ້ຮັບການພັດທະນາຂ້ຶນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າເປັນຕົ້ນຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງໄປຈົນເຖິງການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດດ້ວຍກັນ ເພື່ອເປັນ ພື້ນຖານອັນດີ ແລະ ໜັກແໜ້ນໃຫ້ແກ່ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ, ລວມທັງການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ພ້ອມກັນນີ້, ກໍສະເໜີມາຍັງບັນດາທູດຈົ່ງສືບຕ່ປະສານສົມທົບຮ່ວມກັບພາກສ່ວນທ່ີກ່ຽວຂ້ອງຂອງ ສປປ ລາວ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນຳຂັ້ນສູງຂອງສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ປະກົດຜົນເປັນຈິງ; ສະເໜີໃຫ້ບັນດາທູດຍາດໂອກາດໄປຢ້ຽມຢາມບັນດາແຂວງ ຂອງ ສປປ ລາວ ເພ່ືອເຫັນໄດ້ເຖິງການພັດທະນາຕົວຈິງຂອງບັນດາແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນທີ່ມີຄວາມສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ນອກຈາກນັ້ນ, ທ່ານປະທານ ປະເທດ ຍັງໄດ້ຝາກຄວາມຢ້ືຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງບັນດາການນໍາສູງສູດຂອງທັງ 3 ປະເທດເພື່ອນມິດ ແລະ ຖືໂອກາດດັ່ງກ່າວອວຍພອນໃຫ້ບັນດາທູດຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ບັນດາທູດທ່ີເຂົ້າຍ່ືນສານຕາຕັ້ງໃນຄັ້ງນີ້ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄຳເວົ້າອັນຈົບງາມຂອງທ່ານປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນໃນໂອກາດທ່ີໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທ່ີການທູດຢູ່ ສປປ ລາວ, ພ້ອມທັງ ສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງ ສຸດຄວາມສາມາດ ເພືື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີກັບ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ.
KPL