ສາທາ ທົດລອງຄວບຄຸມການສົ່ງເຊື້ອ ພະຍາດໄຂ້ຍຸງລາຍ ຢູ່ 32 ບ້ານ ນ/ວ

30/05/2022 13:43
Email Print 6327
ຂປລ ຂປລ. ໃນອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ແລະ ອົງການຊ່ວຍເຫລືອ ເດັກສາກົນ ປະຈຳ ສປປ ລາວ

ຂປລ. ໃນອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ແລະ ອົງການຊ່ວຍເຫລືອ ເດັກສາກົນ ປະຈຳ ສປປ ລາວ ໄດ້ຕົກລົງຮ່ວມມືກັນ ເພື່ອດຳເນີນໂຄງການ ທົດລອງວິທີການນຳໃຊ້ ຍຸງລາຍບ້ານ ທີ່ມີເຊື້ອແບັກທີເຣຍໂວລບັກເຄຍ ເພື່ອຄວບຄຸມ ການສົ່ງເຊື້ອພະຍາດ ໄຂ້ຍຸງລາຍ ຢູ່ 32 ບ້ານ ຂອງເມືອງຈັນທະບູລີ ແລະ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໂດຍຈະເລີ່ມ ຈັດຕັ້ງປະຕິບັດ ນັບແຕ່ເດືອນ ມິຖຸນາ 2022 ແລະ ຈະສິ້ນສຸດໃນທ້າຍປີ 2023. ຕາງໜ້າລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ ໂດຍທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ອີລາຍ ແມັກການິກ ຮອງຫົວໜ້າຫ້ອງການ ອົງການຊ່ວຍເຫລືອ ເດັກສາກົນ ປະຈຳ ສປປ ລາວ ມີພະນັກງານທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ໂຄງການນີ້ ມີຈຸດປະສົງເພື່ອປະກອບສ່ວນໃນການຫລຸດຜ່ອນ ການສົ່ງເຊື້ອພະຍາດ ໄຂ້ຍຸງລາຍຢູ່ ສປປ ລາວ ແລະ ສະໜັບສະໜູນ ເປົ້າໝາຍ ແຫ່ງຊາດ ທີ່ໄດ້ກໍານົດໄວ້ ໃນແຜນປະຕິບັດງານ ກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນໍາໃຊ້ມາດຕະການ ເຊື່ອມສານແບບຄົບຊຸດ ໂດຍໄດ້ຮັບການ ສະໜັບສະໜູນທຶນຈາກ ໂຄງການຄວບຄຸມ ປະຊາກອນຍຸງໂລກ ປະເທດອົດສະຕາລີ. ປັດຈຸບັນ, ທົ່ວປະ ເທດມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມແຕ່ວັນທີ 1 ມັງກອນ 2022 ເຖິງວັນທີ 29 ພຶດສະພາ 2022 ຈຳ ນວນ 996 ກໍລະນີ ເຊິ່ງໃນນີ້ຫລາຍກວ່າໝູ່ ແມ່ນນະຄອນຫລວງວຽງຈັນ 456 ກໍລະນີ, ສາລະວັນ 226 ກໍລະນີ (ເສຍຊີວິດ 1 ກໍລະນີ), ສະຫວັນນະເຂດ 50 ກໍລະນີ ແລະ ຈຳປາສັກ 44 ກໍລະນີ.

KPL

ຂ່າວອື່ນໆ

ads
ads

Top