ໂຮງໝໍສູນກາງ 103 ກອງທັບ ສຶບຕໍ່ສໍາເລັດການຜ່າຕັດປູກຖ່າຍໄຂ່ຫລັງ 3 ກໍລະນີ

29/02/2024 13:33
Email Print 3962
ຂປລ ຂປລ. ໃນລະຫວ່າງວັນທີ 10-12 ທັນວາ 2023 ຜ່ານມາ, ໂຮງໝໍສູນກາງ 103/ ກອງທັບປະຊາຊົນລາວ ໄດ້ສົມທົບກັບ ໂຮງໝໍ 103/ ວິທະຍາຄານການແພດ ກອງທັບປະຊາຊົນຫວຽດນາມ ຜ່າຕັດປູກໄຂ່ຫລັງໃຫ້ 3 ຄູ່ ກໍ ລະນີສໍາເລັດຜົນຢ່າງຈົບງາມ.

ຂປລ. ໃນລະຫວ່າງວັນທີ 10-12 ທັນວາ 2023 ຜ່ານມາ, ໂຮງໝໍສູນກາງ 103/ ກອງທັບປະຊາຊົນລາວ ໄດ້ສົມທົບກັບ ໂຮງໝໍ 103/ ວິທະຍາຄານການແພດ ກອງທັບປະຊາຊົນຫວຽດນາມ ຜ່າຕັດປູກໄຂ່ຫລັງໃຫ້ 3 ຄູ່ ກໍ ລະນີສໍາເລັດຜົນຢ່າງຈົບງາມ. ໃນນັ້ນ, ເພດຊາຍ 2 ແລະ ຍິງ 1 ກໍລະນີ, ອາຍຸແຕ່ 34-59 ປີ, ທັງ 3 ກໍລະນີ ລ້ວນແຕ່ເປັນພະຍາດ ໄຂ່ຫລັງຊຸດໂຊມຊໍາເຮື້ອໄລຍະທ້າຍ ຕ້ອງໄດ້ປີ່ນປົວດ້ວຍການຟອກເລືອດເປັນປະຈໍາມາ ຫລາຍປີ.

ພາຍຫລັງໄດ້ກວດກາຢ່າງລະອຽດ ທາງດ້ານສຸຂະພາບຮ່າງກາຍ, ຄວາມເໝາະສົມດ້ານພູມຄຸມກັນ ລະ ຫວ່າງຜູ້ບໍລິຈາກ ແລະ ຜູ້ຮັບ. ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປີດກອງປະຊຸມປຶກສາຫາລືດ້ານ ວິຊາການເພື່ອຜ່ານແຜນການຜ່າຕັດ ໃນວັນທີ 8 ທັນວາ 2003. ກອງປະຊຸມໄດ້ຕົກລົງເປັນເອກະສັນ 100% ເຫັນດີ ທັງ 3 ຄູ່ກໍລະນີ ແມ່ນມີຄວາມພ້ອມທາງດ້ານສຸຂະພາບ ແລະ ເອກະສານທຸກໆຢ່າງແມ່ນຄົບຖ້ວນ ຖືກຕ້ອງ ສະມາດດໍາເນີນການຜ່າຕັດໄດ້.

ພາຍຫລັງຜ່າຕັດສໍາເລັດ ທັງ 3 ກໍລະນີໄດ້ຕິດຕາມຢ່າງໃກ້ຊິດ ຢູ່ຫ້ອງພັກກຟື້ນທີ່ຮັບປະກັນການອະເຊື້ອ, ມີອຸປະກອນຕິດຕາມ ຄົບຖ້ວນທັນສະໄໝ ແລະ ມີທິມງານແພດໝໍຕິດຕາມ ທີ່ໄດ້ຝຶກອົບຮົມຢ່າງດີ ມາຈາກສູນຜ່າ ຕັດປ່ຽນຖ່າຍອະໄວຍະວະ ຂອງ ໂຮງໝໍ 103/ວິທະຍາຄານການແພດ ກອງທັບປະຊາຊົນຫວຽດນາມ. ປັດຈຸບັນ, ທັງ 3 ກໍລະນີ ມີສຸຂະພາບແຂງແຮງດີຂຶ້ນຕາມລໍາດັບ.

ນັບແຕ່ວັນທີ 31 ທັນວາ 2022 ມາຮອດປັດຈຸບັນ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ສົມທົບກັບ ໂຮງໝໍ 103/ວິທະຍາຄານການແພດກອງທັບປະຊາ ຊົນຫວຽດນາມ ສະມາດຜ່າຕັດປູກຖ່າຍໄຂ່ ຫລັງສໍາເລັດ 9 ກໍລະນີ. ປັດຈຸບັນ ຜູ້ທີ່ໄດ້ຜ່າຕັດປູກຖ່າຍໄຂ່ຫລັງ ມີສຸຂະພາບແຂງແຮງດີ, ສະມາດກັບຄືນມາດຳລົງຊີວິດ-ເຮັດວຽກງານປະຈໍາວັນເປັນປົກກະຕິ ແລະ ສະມາດກິນດື່ມອາຫານໄດ້ເກືອບທຸກຢ່າງທີ່ອະນຸຍາດ.

KPL

ຂ່າວອື່ນໆ

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກສາທາລະນະສຸກ

      ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

      10/15/2024 2:49:38 PM

      ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

    • ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ ສາທາລະນະສຸກ

      ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ

      8/26/2024 11:46:41 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກ ເມືອງທຸລະຄົມແຂວງ ວຽງຈັນ ຈະສຸມໃສ່ 4 ແຜນວຽກ ສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນ ຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດ ປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານ ສາທາລະນະ ສຸກທຸກຂັ້ນ

ads
ads

Top